
ຖະແຫຼ່ງຂ່າວການຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 28 ມີນານີ້ ທີ່ກົມຕຳຫຼວດຈະລາຈອນກະຊວງປ້ອງກັນຄວາມສະຫງົບ.
ທ່ານບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ທັງເປັນຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ (ຄຊປທ)ໄດ້ກ່າວວ່າ: ການຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2025 ຊຶ່ງປີນີ້ຈະຈັດຂຶ້ນທີ່ແຂວງສະຫວັນນະເຂດໃນວັນທີ 5 ເມສາ 2025,ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດຂັບລົດຊ້າ, ຊີວິດຍືນຍາວ".ສປປ ລາວ,ໂຕເລກຜູ້ເສຍຊີວິດສະເລັ່ຍ 1,000 ຄົນ ຕໍ່ປີ ຊຶ່ງສົ່ງຜົນເສຍຫາຍທາງດ້ານເສດຖະກິດ-ສັງຄົມ,ໃນນີ້. ຍັງບໍ່ທັນລວມການເສຍຫາຍດ້ານຊັບສິນ, ຜູ້ບາດເຈັບ ແລະ ຜູ້ພິການເທື່ອ. ຜູ້ເສຍຊີວິດ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ເປັນຜູ້ທີ່ອອກແຮງງານ. ສາເຫດທີ່ພາໃຫ້ເກີດອຸບັດເຫດແມ່ນການຂັບຂີ່ລົດໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງ, ບໍ່ປ່ອຍສິດ, ຊີງແຊງບໍ່ຮັບປະກັນ, ພາຫະນະບໍ່ປອດໄພ ແລະ ບໍ່ປະຕິບັດກົດຈະລາຈອນ, ດັ່ງນັ້ນ. ລັດຖະບານ ຈຶ່ງໄດ້ວາງຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແຕ່ປີ2021-2030 ປະກອບດ້ວຍ 5 ເສົາຄໍ້າ ຄື:ເສົາຄໍ້າທີ 1: ໂຄງລ່າງຄົມມະນາຄົມ-ຂົນສົ່ງ ຫຼືເສັ້ນທາງຖະໜົນທີ່ປອດໄພ,2: ພາຫະນະປອດໄພ,3: ຄົນໃຊ້ລົດໃຊ້ຖະໜົນປອດໄພ,4: ການຄຸ້ມຄອງຄວາມປອດໄພທາງຫຼວງ ແລະ5: ການຊ່ວຍເຫຼືອຫຼັງເກີດອຸບັດເຫດ.ການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ແມ່ນໜຶ່ງໃນກິດຈະກຳສໍາຄັນ ພາຍໃຕ້ເສົາຄໍ້າທີ 4 ການຄຸ້ມຄອງຄວາມປອດໄພທາງຫຼວງເປັນການປູກຈິດສຳນຶກໂຄສະນາເຜີຍແຜ່ ແລະ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຈະລາຈອນທາງບົກ, ສໍາລັບປີ 2025 ນີ້, ຄຊປທ ຊຶ່ງຈະມີກິດຈະກຳຂະບວນຍ່າງ, ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫຼວງ.
ທ່ານ ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນກະຊວງປ້ອງກັນຄວາມສະຫງົບໄດ້ກ່າວວ່າ:ເພື່ອສະກັດກັ້ນການເກີດອຸບັດເຫດຈະລາຈອນທາງບົກ ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວພ.ສ 2568 ທີ່ຈະມາເຖິງນີ້, ໃຫ້ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ ປາສະຈາກຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ, ຊັບສິນ ແລະ ຄົນທີ່ຮັກແພງ-ສະມາຊິກພາຍໃນຄອບຄົວ ຈາກການເກີດອຸບັດເຫດໄລຍະບຸນປີໃໝ່ລາວ, ໃນປີໃໝ່ລາວ ພ.ສ 2567 ຜ່ານມາມີອຸບັດເຫດເກີດຂຶ້ນ ຈໍານວນ316 ລາຍ, ພາຫະນະເປ່ເພ ຈໍານວນ567 ຄັນ ຄົນໄດ້ຮັບບາດເຈັບ594 ຄົນ, ເສຍຊີວິດ 33 ຄົນ, ສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນບັນດາເຜົ່າຢ່າງຫຼວງຫຼາຍສາເຫດຫຼັກຂອງການເກີດອຸບັດເຫດຄື:ຄວາມໄວເກີນ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ພາຫະນະຮ່ວມເກີດອຸບັດເຫດສ່ວນຫຼາຍແມ່ນລົດຈັກລວມມີ 222 ລາຍ.
ທ່ານ ພັນເອກ ຄໍາສອນ ສີດາວົງກ່າວຕື່ມວ່າ:ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ - ຕ້ອນຮັບປີໃໝ່ລາວ ພ.ສ 2568, ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ມີບັນຍາກາດເບີກບານມ່ວນຊື່ນ ແລະ ປາສະຈາກຜົນເສຍຫາຍທາງສຸຂະພາບ, ຊີວິດ ແລະ ຊັບສິນ ທີ່ເກີດຈາກອຸບັດເຫດຈະລາຈອນທາງບົກ, ກົມຕຳຫຼວດຈະລາຈອນ ຈຶ່ງໄດ້ອອກແຈ້ງການມາຍັງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ,ເພື່ອສະກັດກັ້ນອຸບັດເຫດຈະລາຈອນ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນທົ່ວປະເທດ ຈະໄດ້ເຂັ້ມງວດໃນການກວດກາການສັນຈອນຕາມທາງຫຼວງ ໂດຍຈະເນັ້ນໃສ່ ກວດກາຄວາມໄວ, ກວດກາທາດເຫຼົ້າໃນລົມຫາຍໃຈຂອງນັກຂັບຂີ່, ການໃສ່ໝວກກັນກະທົບຂອງຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ, ໂດຍນໍາໃຊ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທັງໝົດ 1,172ຄົນ, ຈະຕັ້ງຈຸດກວດກາການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກຈໍານວນ 143 ຈຸດ, ຕາມເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງແຂວງ, ທາງຫຼວງ ຂອງເມືອງ ແລະ ທາງໃນຕົວເມືອງ.ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາຜູ້ຂັບຂີ່ທັງຫຼາຍ ປະຕິບັດຕາມກົດຈະລາຈອນ, ລະບຽບກົດໝາຍ ແລະ ແຈ້ງການຂອງອໍານາດການປົກຄອງທ້ອງຖິ່ນທີ່ໄດ້ກຳນົດໄວ້ ໃຫ້ປະຕິບັດຢ່າງເຂັ້ມງວດ, ໃຫ້ມີສະຕິໃນການຂັບຂີ່, ດື່ມແລ້ວຫ້າມຂັບລົດເດັດຂາດ, ການນໍາໃຊ້ຄວາມໄວ ໃນທາງຫຼວງນອກຕົວເມືອງ ໃຫ້ປະຕິບັດຕາມປ້າຍທີ່ໄດ້ກຳນົດໄວ້.
ຂ່າວ: ບຸນອູ້ມ - ພາບ:ບຸນຕອມ