
ຂ່າວຕ່າງປະເທດລາຍງານ;ຄະນະກຳມະການເພື່ອການພັດທະນາເສດຖະກິດ ຂອງສິງກະໂປ (EDB) ເປີດເຜີຍໃນວັນທີ 26 ມີນາ ຜ່ານມາວ່າ: ຜະລິດຕະພັນຂະແໜງອຸດສາຫະກຳຂອງສິງກະໂປໄດ້ຫຼຸດລົງ 1.3% ໃນເດືອນກຸມພາ ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ. ກົງກັນຂ້າມກັບນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 7%, ໂດຍມີສາເຫດສ່ວນໃຫຍ່ແມ່ນຍ້ອນການຫຼຸດລົງຂອງຜະລິດຕະພັນຂະແໜງຊີວະການແພດ.
ເມື່ອປຽບທຽບເປັນລາຍເດືອນແລະປັບຕາມລະດູການແລ້ວ ຜະລິດຕະພັນອຸດສາຫະກໍາຫຼຸດລົງ 7.5% ໃນເດືອນກຸມພາ ຊຶ່ງກົງກັນຂ້າມກັບນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 0.1%.
ຜະລິດຕະພັນຂະແໜງຊີວະການແພດ ຫຼຸດລົງ 14.3% ເມື່ອທຽບໃສ່ປີຕໍ່ປີເນື່ອງຈາກຄວາມຕ້ອງການທີ່ອ່ອນແອລົງ ໂດຍສະເພາະແມ່ນການຜະລິດຢາໄດ້ຫຼຸດລົງເຖິງ 30% ໃນຂະນະທີ່ຜະລິດຕະພັນເອເລັກໂຕຣນິກຫຼຸດລົງ 6.4% ເມື່ອທຽບປີຕໍ່ປີ. ໂດຍໄດ້ຮັບຜົນກະທົບຈາກກຸ່ມ semiconductor ທີ່ຫຼຸດລົງ 9.5%.
ນັກເສດຖະສາດຂອງທະນາຄານ Maybank ກ່າວວ່າ: ຈັງຫວະການຟື້ນຕົວຂອງຂະແໜງການຜະລິດຂອງສິງກະໂປຊ້າລົງຢ່າງເຫັນໄດ້ຊັດ ເນື່ອງຈາກຜູ້ບໍລິໂພກ ແລະ ຂະແໜງການທຸລະກິດມີຄວາມລະມັດລະວັງຫຼາຍຂຶ້ນ ທ່າມກາງຄວາມບໍ່ແນ່ນອນກ່ຽວກັບມາດຕະການພາສີອາກອນຕອບໂຕ້ (Reciprocal Tariffs)ທີ່ສະຫະລັດ ອາເມຣິກາ ຈະບັງຄັບໃຊ້ໃນວັນທີ 2 ເມສາຈະມາເຖິງນີ້, ສິງກະໂປບໍ່ໄດ້ຢູ່ໃນ15 ປະເທດກຸ່ມສ່ຽງ. ແຕ່ກໍອາດຈະໄດ້ຮັບຜົນກະທົບຖ້າຫາກ ສະຫະລັດ ອາເມຣິກາຕັດສິນໃຈເກັບພາສີນໍາເຂົ້າ semiconductors ໃນອັດຕາ 25%.