ປັດຈຸບັນ, ແຂວງສະຫວັນນະເຂດ ພວມຂຸ້ນຂ້ຽວໃນກະກຽມຄວາມພ້ອມດ້ານຕ່່າງໆໃນການຈັດງານເປີດປີທ່ອງທ່ຽວລາວ 2024 ເພື່ອໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມພາຍໃນແຂວງໃຫ້ຫຼາຍຂຶ້ນກວ່າປີຜ່ານມາ. ຊຶ່ງງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-17 ມີນາ 2024 ທີ່ເຂດອະນຸລັກຕົວເມືອງເກົ່ານະຄອນໄກສອນພົມວິຫານ. 
ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງເມື່ອບໍ່ດົນມານີ້ວ່າ: ວຽກງານທ່ອງທ່ຽວແມ່ນວຽກງານເສດຖະກິດປາຍແຫຼມຂະແໜງໜຶ່ງ, ເປັນວຽກເສດຖະກິດສົ່ງອອກກັບທີ່ ເພາະມັນເປັນການປະກອບສ່ວນໃຫ້ແກ່ພັດທະນາເສດຖະກິດທີ່ສຳຄັນ. ໃນໄລຍະຜ່ານມາ, ຄະນະນໍາຂອງແຂວງສະຫວັນນະເຂດ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຂະແໜງການທ່ອງທ່ຽວ ໂດຍໄດ້ປະຕິບັດຕາມນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທໍາ, ປະຫວັດສາດ, ທໍາມະຊາດ ແລະ ກະສິກໍາ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວແຂວງພວກເຮົາໃຫ້ຫຼາຍຂຶ້ນກວ່າເກົ່າ ທັງເປັນການສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ, ທຸລະກິດປີ່ນອ້ອມ, ການກະຈາຍລາຍໄດ້ເຂົ້າຊຸມຊົນ ແລະ ພັດທະນາເສດຖະກິດຂອງແຂວງໃຫ້ມີທ່າອ່ຽງດີຂຶ້ນເທື່ອລະກ້າວ. ໃນໄລຍະຜ່ານມາ ການທ່ອງທ່ຽວຢູ່ສະຫວັນນະເຂດໄດ້ຢຸດຊະງັກ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະໃນປີ 2020 ຈຳນວນນັກທ່ອງທ່ຽວໄດ້ຫຼຸດລົງເຖິງ 77,71%. ເຖິງຢ່າງໃດກໍ່ຕາມ, ໃນທີ່ສຸດແລ້ວ ພວກເຮົາກໍສາມາດຜ່ານຜ່າອຸປະສັກນັ້ນມາໄດ້ ໂດຍການຮ່ວມແຮງຮ່ວມໃຈກັນ ສ້າງວິກິດເປັນໂອກາດ, ຍາດເວລາປັບປຸງພື້ນຖານໂຄງລ່າງດ້ານບໍລິການ ເພື່ອຮອງຮັບນັັກທ່ອງທ່ຽວ. ຂ້າພະເຈົ້າຕີລາຄາວ່າ: ວຽກງານທ່ອງທ່ຽວ ກໍຍັງເປັນວຽກງານທີ່ຕິດພັນສອດຫ້ອຍໄປກັບທຸກຂະແໜງການ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງສືບຕໍ່ຈັບມືກັນແກ້ໄຂຂອດທີ່ຍັງຄ້າງຄາ ເພື່ອພ້ອມພາກັນພັດທະນາວຽກງານທີ່ເປັນປາຍແຫຼມນີ້ ໃຫ້ໄປເຖິງເປົ້າໝາຍທີ່ຕັ້ງໄວ້, ຮ່ວມກັນເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວສະຫວັນນະເຂດໃຫ້ຫຼາຍຂຶ້ນ ພ້ອມທັງປະທັບໃຈໃນການບໍລິການ ແລະ ຢາກກັບມາສະຫວັນນະເຂດອີກຄັ້ງໃໝ່. ພວກເຮົາຄວນພາກພູມໃຈນຳກັນວ່າ: ການເພີ່ມຂຶ້ນຂອງນັກທ່ອງທ່ຽວຫຼັງການແຜ່ລະບາດຂອງເຊື້ອໂຄວິດ-19 ຢູ່ສະຫວັນນະເຂດ ລ້ວນແລ້ວແຕ່ເປັນການປະກອບສ່ວນອັນສຳຄັນຂອງທຸກພາກສ່ວນ, ເປັນຜົນສຳເລັດໃນບາດກ້າວເລີ່ມຕົ້ນຂອງໝົດທຸກຄົນ ແລະ ຖ້າຫາກພວກເຮົາເພີ່ມທະວີການຈັບມືກັນພັດທະນາວຽກງານທ່ອງທ່ຽວຫຼາຍກວ່ານີ້ ກໍຈະເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວແຂວງສະຫວັນນະເຂດເພີ່ມທະວີຄູນຂຶ້ນ ແລະ ເມື່ອນັ້ນ ມັນກໍຈະຊ່ວຍກະຕຸ້ນເສດຖະກິດຂອງແຂວງພວກເຮົາໃຫ້ດີຂຶ້ນກວ່ານີ້ອີກຫຼາຍເທົ່າ.
ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ເນື່ອງໃນໂອກາດເປີດປີທ່ອງທ່ຽວລາວ 2024 ຂໍຕາງໜ້າໃຫ້ຄະນະນຳຂອງແຂວງ ສະແດງຄວາມຂອບໃຈຕໍ່ທຸກທ່ານທີ່ມີສ່ວນຮ່ວມອັນສຳຄັນໃນການຂັບເຄື່ອນວຽກງານການທ່ອງທ່ຽວ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືຈາກທຸກທ່ານຕະຫຼອດປີ ແລະ ຕະຫຼອດໄປ. ພ້ອມນີ້, ກໍເຊີນຊວນບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວງານເປີດປີທ່ອງທ່ຽວລາວ 2024 ທີ່ ແຂວງສະຫວັນນະເຂດ ໂດຍພິຈາລະນາຕາມ 3 ໄຫວ້ 4 ເບິ່ງ 5 ຊົມ. ໃນນີ້, 3 ໄຫວ້ມີ: ໄຫວ້ພະທາດອີງຮັງ, ພະທາດໂຜ່ນ ແລະ ໄຫວ້ຫໍພະໄຕປີດົກ; 4 ເບິ່ງມີ: ພິພິທະພັນແຂວງ, ພິພິທະພັນໄດໂນເສົາ, ພິພິທະພັນຮ່ວມສຳພັນສູ້ຮົບລາວ-ຫວຽດນາມ, ມໍລະດົກສະຖານໜອງເຮືອທອງ ແລະ 5 ຊົມມີ: ຊົມຕົວເມືອງເກົ່າປະຫວັດສາດ - ໜອງຫຼົ່ມປ່າສະຫງວນດົງນາຕາດ ນະຄອນໄກສອນ, ຊົມລີງ-ປາຝາ-ຝາຍສຸຍ ຈຳພອນ, ຊົມໂອງມັ່ງ-ຍາງຂາວ-ແຫຼ່ງຂຸດຄົ້ນກະດູກໄດໂນເສົາ ຊົນນະບູລີ, ຊົມຜາສາດຫີນ ໄຊພູທອງ ແລະ ຊົມພະທາດນາງລາວ-ພະເຈົ້າອົງແສນ-ຫີນ 3 ເສົ້າ-ນ້ຳ 9 ແຄວ ວິລະບູລີ.
(ຂ່າວ: ສະຫວັນ)