ພິທີເປີດສະຖານທີ່ທ່ອງທ່ຽວນໍ້າຕົກຕາດສະແນນ ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ກຸມພາຜ່ານມາ ທີ່ສະຖານທີ່ດັ່ງກ່າວ, ເຂົ້າຮ່ວມເປັນກຽດມີທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີແຂກຖືກເຊີນ. ນັກທຸລະກິດຜູ້ປະກອບການ ແລະ ນັກທ່ອງທ່ຽວເຂົ້າຮ່ວມ.
    ໃນພິທີ ໄດ້ຮັບຊົມ ວີດີໂອແນະນໍາແຫຼ່ງທ່ອງທ່ຽວ ພ້ອມວີດີໂອໂຄສະນາແຫຼ່ງທ່ອງທ່ຽວ. ຈາກນັ້ນ, ທ່ານ ນາງ ແສງສະຖິດ ແສງອາພອນ ປະທານ ບໍລິສັດ SK ອະສັງຫາລິມະຊັບ ຈໍາກັດ ໄດ້ຂຶ້ນລາຍງານຫຍໍ້ ກ່ຽວກັບສະພາບຄວາມເປັນມາ ແລະ ການຈັດຕັ້ງປະຕິບັດການພັດທະນາແຫຼ່ງທ່ອງ ນໍ້າຕົກຕາດສະແນນວ່າ: ນ້ຳຕົກຕາດສະແນນເປັນນ້ຳຕົກຕາດຂະໜາດໃຫຍ່ ທີ່ເປັນເຂດປ່າຕົ້ນນ້ຳຂອງສາຍນ້ຳຮອຍ ຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງບໍ່ແຕນ ຫ່າງຈາກເທດສະບານເມືອງປະມານ 17 ກມ ມີທໍາມະຊາດທີ່ງົດງາມເຊັ່ນ: ນໍ້າຕົກຕາດມີ 7 ຊັ້ນຈົນຮອດເທິງຕາດໃຫຍ່, ເປັນເຂດປ່າໄມ້ໃຫຍ່ຂຽວງາມ ແລະ ມີເຂດປ່າໄມ້ທໍາມະຊາດທີ່ກວ້າງໃຫຍ່, ການກໍ່ສ້າງແມ່ນເລີ່ມແຕ່ເດືອນ ສິງຫາ 2022 ຮອດປັດຈຸບັນແມ່ນສໍາ ພ້ອມເປີດໃຫ້ບໍລິການ. ໂຄງການພັດທະນາແຫຼ່ງທ່ອງທ່ຽວມີເນື້ອທີ່ຈະຕ້ອງໄດ້ສະຫງວນເປັນປ່າຕົ້ນນ້ຳທັງໝົດ 1.200 ເຮັກຕາ ແລະ ມີເນື້ອທີ່ພັດທະນາໃນເບື້ອງຕົ້ນ 15 ເຮັກຕາ, ມີອາຍຸສໍາປະທານ 50 ປີ ໃນມູນຄ່າລົງທືນທັງໝົດ 50 ຕື້ກີບ. ແຫຼ່ງທ່ອງທ່ຽວຕາດສະແນນກ່ອນການພັດທະນາແມ່ນເປັນເຂດທີ່ຮ່າງໄກສອກຫຼີກ, ຫົນທາງເຂົ້າເຖິງຍາກເປັນທາງລົດຕອ໊ກໆ ບໍ່ມີໄຟຟ້າ ບໍ່ມີນໍ້າ, ບໍ່ມີອິນເຕີເນັດ, ບໍ່ມີຄວາມສະດວກໃດໆທາງດ້ານພື້ນນຖານໂຄງລ່າງ. ການພັດທະນາປະກອບມີ: ທະລຸເສັ້ນທາງ ແຕ່ບ້ານນໍ້າດັ້ນ ຫາຕາດສະແນນ ຄວາມຍາວ 8 ກມ, ດືງຕາຂ່າຍໄຟຟ້າ 22 KVa 8 ກມ ແລະ ຕິດຕັ້ງຫໝໍ້ແປງ 100KVa, ດຶງລະບົບສາຍອິນເຕີເນັດເຂົ້າແຫຼ່ງທ່ອງທ່ຽວ 9,5 ກມ ເພື່ອສື່ສານກັບທາງນອກໄດ້, ກໍ່ສ້າງຮ້ານອາຫານ, ສ້າງສາລາ (ຕູບ) ເພື່ອໃຫ້ນັກທ່ອງທ່ຽວໃຊ້ສ້າງສັນແບບກຸ່ມສ່ວນຕົວ ຈຳນວນ 10 ຫຼັງ, ສ້າງອາຄານເຮືອພັກ ຣີສອດ ຈຳນວນ 33 ຫຼັງ (ປັດຈຸບັນສຳເລັດ ແລະ ໃຫ້ບໍລິການໄດ້ 27 ຫຼັງ), ປຸກສ້າງຮ້ານກາເຟຢູ່ບໍລິເວນ, ສ້າງຂົວອູ່ 5 ຂົວ ຊຶ່ງ ມີຄວາມຍາວຕໍ່າສຸດ 60 ແມັດ ຍາວສຸດ 88 ແມັດ, ມີຈຸດຊົມວີເທິງຕົ້ນໄມ້ ໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນ ແລະຖ່າຍຮູບ 3 ຈຸດ, ມີຂົວເຫຼັກຂ້າມນ້ຳ ແລະ ຂົວເຫຼັກເຊື່ອມເສັ້ນທາງ ພ້ອມຂັ້ນໄດຂຶ້ນໜ້າຜາ ເພື່ອສ້າງຄວາມສະດວກສະບາຍແກ່ນັກທ່ອງທ່ຽວໃນການທ່ຽວຊົມທຳມະຊາດ ຈົນຮອດນໍ້າຕົກຕາດເປັນໄລຍະທາງເກືອບ 1 ກມ, ມີປ່າຫີນທຳມະຊາດໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ຖ່າຍຮູບ, ມີຈຸດກາງເຕັ້ນພັກແຮມທີ່ເປັນເດີ່ນ ແລະ ເປັນອາຄານ (ຕູບ) ຊຶ່ງນັກທ່ອງທ່ຽວສາມາດມາກາງເຕັ້ນໃນລະດູຝົນກໍໄດ້.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)