ທ່ານ ຄຳສິດ ພົມມະຈັນ ຫົວໜ້າອານຸກຳມະການສິລະປະວັນນະຄະດີ ແລະ ກ້ອນກໍາລັງການສະແດງໃນງານເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານສະຫວັນສຸກສັນຫັນສາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ເມື່ອບໍ່ມານີ້ວ່າ: ການຊ້ອມໃຫ່ຍຄວາມກຽມພ້ອມເປີດປີທ່ອງທ່ຽວລາວ ແຂວງສະຫວັນນະເຂດ ຈະໄດ້ຈັດຂຶ້ນໃນວນທີ 9 ມີນາທີ່ຈະມາເຖິງນີ້, ການສະແດງຕ່າງໆແມ່ນມີມວນຊົນຈາກທາງແຂວງ ແລະ 14 ເມືອງ 1 ນະຄອນທີ່ຈະໄດ້ເຂົ້າຮ່ວມໃນຂະບວນກ້ອນກໍາລັງການສະແດງ ຊຶ່ງຈະເລີ້ມຈາກງານແຫ່ໂລໂກ້ປີທ່ອງທ່ຽວລາວ 2024 ລະດັບຊາດ, ໂລໂກ້ປີທ່ອງທ່ຽວຂອງແຂວງ, ແຫ່ຄຳຂວັນຂອງແຂວງ - ແຫ່ຄໍາຂວັນໂຄງການທ່ອງທ່ຽວຂອງແຂວງ ຕາມມາດ້ວຍຂະບວນແຫ່ອົງພະທາດອີງຮັງຈຳລອງ ຕິດຕາມດ້ວຍສິລະປະພື້ນບ້ານ, ຂະບວນຜູ້ຊົງຄຸນວຸດທິ ແລະ ພະແນກການ, ກ້ອນຂະບວນເປົ່າແຄນ,  ຕົບກອງ, ກະຈັບປີ່ ສີສໍ ແລະ ສະແດງຈໍາລອງຫຸ່ນປະຫຣັດຕື້, ຂະບວນນາງສາວ 9 ເຜົ່າຂອງແຂວງ, ຂະບວນຈາກພາກສ່ວນທະນາຄານພາຍໃນແຂວງນຳໜ້າໂດຍການໃສ່ຊຸດຫຸ່ນໃດໂນເສົາ 4 ໂຕ, ກ້ອນຂະບວນສະພາການຄ້າ - ອຸດສາຫະກໍາ ແລະ ພາບຈໍາລອງຮູບແຕ້ມຝາຜະໜັງ, ກ້ອນຂະບວນລົດແຫ່ບັນຈຸຜະລິດຕະພັນ ແລະ ການສາທິດການຜະລິດທາງດ້ານອຸດສາຫະກຳ - ການຄ້າ, ກ້ອນຂະບວນແຫ່ຜະລິດຕະພັນດ້ານກະສິກຳ, ກ້ອນຂະບວນຈາກສະມາຄົມຫວຽດນາມ, ກ້ອນຂະບວນຈາກສະມາຄົມຈີນ, ກ້ອນຂະບວນຈາກຄາລະວານລົດຖີບ.
(ຂ່າວ: ສະຫວັນ)