ໂດຍ: ວັນເພັງ
ທ່ານ ນາງມະໂນລາ ດາລາວົງ ຜູ້ກໍ່ຕັ້ງຮ້ານອາຫານຄົວລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ປະຊາຊົນ ໃນວັນທີ 5 ມີນາຜ່ານມາວ່າ: ຮ້ານອາຫານຄົວລາວເປັນໜຶ່ງຮ້ານຕັ້ງຢູ່ 4 ແຍກໄຟແດງທາດດໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຮ້ານອາຫານຄົວລາວເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາບໍລິການ ຫຼື ຮັບປະທານອາຫານໄດ້ 30 ປີແລ້ວ, ເບື້ອງຕົ້ນສາມາດຮອງຮັບລູກຄ້າໄດ້ພຽງ 30 ຄົນ, ຕໍ່ມາເປັນ 80ຄົນ, ເປັນ 100-200 ຄົນ ແລະ ລູກຄ້າເຂົ້າມາບໍລິການນັບມື້ເພີ່ມຂຶ້ນຈຶ່ງໄດ້ຂະຫຍາຍໂຕະຕັ່ງ, ບ່ອນນັ່ງມາຮອດປັດຈຸບັນຮ້ານສາມາດຮອງຮັບລູກຄ້າໄດ້ເຖິງ 400 ຄົນຕໍ່ມື້ຊຶ່ງມີລູກຄ້າທີ່ມາຈາກທຸກສາລະທິດພາຍໃນອາຊຽນ ແລະ ເອີຣົບ. ສໍາລັບປີທ່ອງທ່ຽວລາວ 2024 ທາງຮ້ານມີຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບ, ຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາບໍລິການຮັບປະທານອາຫານລາວຢ່າງໜ້າພໍໃຈ.
ທ່ານ ນາງມະໂນລາດາລາວົງກ່າວຕື່ມວ່າ: ຮ້ານອາຫານຄົວລາວເປັນຮ້ານອາຫານທີ່ລວບລວມເອົາອາຫານພື້ນບ້ານຂອງລາວໃນແຕ່ລະພາກ, ແຕ່ລະເຂດແຕ່ເໜືອຮອດໃຕ້ມາໄວ້ຄ່ອຍບໍລິການລູກຄ້າ ປັດຈຸບັນຮ້ານດັ່ງກ່າວມີຄວາມພ້ອມ 100% ເພື່ອຕ້ອນຮັບນັກທ່ອງທ່ຽວມາທ່ຽວລາວ 2024 ໂດຍສະເພາະການບໍລິການທາງດ້ານອາຫານ ໂດຍໄດ້ເພີ່ມອາຫານໃຫ້ມີຫຼາຍລົດຊາດ, ມີຫຼາຍລາຍການ, ໄດ້ຝຶກອົບຮົມບຸກຄະລາກອນ, ພະນັກງານເສີມ, ພໍ່ຄົວ, ແມ່ຄົວ, ໂຕະ, ຕັ່ງມີພຽງພໍບໍລິການ ແລະ ອື່ນໆ. ໃນນັ້ນ, ກໍໄດ້ມີການຕົບແຕ່ງສະຖານທີ່, ປະດັບເອ້ຢ້ອງໃຫ້ສວຍງາມທີ່ເປັນເອກະລັກສະເພາະລາວໆ. ສໍາລັບຈຸດພິເສດຂອງຮ້ານເນັ້ນການບໍລິການດ້ວຍໃຈ, ເວົ້ານົວຫົວມ່ວນ, ຍິ້ມແຍ່ມແຈ່ມໃສຕ້ອນຮັບແຂກແພງຄົນ, ບໍລິການວ່ອງໄວ, ທັນໃຈລູກຄ້າ, ອາຫານສົດສະອາດທຸກມື້ ແລະ ປຸງແຕ່ງລົດຊາດອອກມາຕາມໃຈລູກຄ້າສັ່ງ. ພ້ອມນັ້ນ, ພະນັກງານພາຍໃນຮ້ານຕ້ອງນຸ່ງຖືທີ່ສຸພາບໂດຍສະເພາະແມ່ຍິງຕ້ອງນຸ່ງສິ້ນ, ບ່ຽງແຜ ຫຼາກຫຼາຍສີໃຫ້ມີຄວາມແຕກຕ່າງກັນ.ປັດຈຸບັນເຫັນວ່ານັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດໃຫ້ຄວາມສົນໃຈອາຫານລາວຫຼາຍຂຶ້ນ ເຮັດໃຫ້ເຂົາເຈົ້າຢາກເຫັນ, ຢາກກິນອາຫານລາວວ່າມີລົດຊາດຄືແນວໃດ. ສ່ວນຫຼາຍລູກຄ້າໄດ້ກິນແລ້ວຈະຖືກໃຈຫຼົງໄຫຼ ແລະ ປະທັບໃຈ, ບາງກຸ່ມໄດ້ຮັບປະທານແລ້ວກໍຫວນກັບມາບໍລິການອີກ.
ສຳລັບອາຫານປະຈຳຮ້ານອາຫານຄົວລາວ ເປັນຕົ້ນລາບ, ອາຫານປະເພດປີ້ງຕ່າງໆ, ແກງ, ແຈ່ວ, ລວກຜັກ, ຕໍາໝາກຫຸ່ງ, ເຂົ້າໜຽວ ແລະ ອື່ນໆ. ພ້ອມນັ້ນ, ຍັງມີອາຫານປະຈຳລະດູການເຊັ່ນ: ປະເພດອາຫານຂົ້ວ-ຜັດເຫັດຫວາຍ, ໂຕຕໍ່, ໄຂ່ມົດສົ້ມ, ໄຂ່ເໝົາແລະອື່ນໆ. ໃນນັ້ນ, ຍັງມີເຄື່ອງດື່ມຕ່າງໆໄວ້ຄອຍບໍລິການລູກຄ້າ. ພ້ອມນັ້ນ, ເພື່ອໃຫ້ຄວາມມ່ວນຊື່ນ ແລະ ປະທັບໃຈ ໃນທຸກໆແລງທາງຮ້ານຈະມີການສະແດງດົນຕີພື້ນເມືອງຂອງລາວ, ຟ້ອນ, ຂັບລໍາ ຕື່ມອີກ.
ຕະຫຼອດໄລຍະຜ່ານມາຍ້ອນພັກ-ລັດຖະບານ ເຫັນຄວາມສຳຄັນທາງຮ້ານອາຫານຄົວລາວ ກໍໄດ້ຮັບລາງວັນຮ້ານອາຫານມາດຕະຖານຄວາມປອດໄພທາງດ້ານອາຫານ ຈາກກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ,ຮ້ານອາຫານດີເດັ່ນໃນລະດັບສາກົນ,ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນປະຈໍາປີ 2024ແລະ ລາງວັນອື່ນໆຫຼາກຫຼາຍຖືວ່າເປັນສິ່ງປະທັບໃຈ, ພູມໃຈທີ່ສຸດຂອງຮ້ານທີ່ສາມາດປະຕິບັດໄດ້ຕາມມາດຕະຖານທີ່ພາກສ່ວນກ່ຽວຂ້ອງວາງອອກ. ຮ້ານອາຫານຄົວລາວເປີດບໍລິການທຸກມື້ ຕອນເຊົ້າ ເວລາ 11-14:00 ໂມງ, ຕອງແລງ ເວລາ 18:00-22:00 ໂມງ.
ທ່ານນາງມະໂນລາດາລາວົງ ຍັງໄດ້ຝາກເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວລາວ 2024 ນີ້ກໍສາມາດເຂົ້າມາເລືອກຊີມ, ຮັບປະທານອາຫານລາວ ແຕ່ເໜືອຮອດໃຕ້ຢູ່ໃນຮ້ານອາຫານຄົວລາວ, ເມື່ອທ່ານໄດ້ຊີມແລ້ວສາມາດຊ່ວຍປັບປຸງ, ຕຳນິຕິຊົມໄດ້. ເຊື່ອວ່າທ່ານທີ່ໄດ້ມາຊີມ, ຮັບປະທານແລ້ວຈະບໍ່ຜິດຫວັງບໍ່ວ່າຈະເປັນໜ້າຕາອາຫານ ລວມທັງລົດຊາດຂອງອາຫານລາວ ພື້ນບ້ານທີ່ເປັນເອກະຫຼັກຂອງແຕ່ລະພາກແຕ່ລະເຂດໃນສປປ ລາວ ທີ່ໄດ້ລວມຢູ່ໃນຮ້ານອາຫານແຫ່ງນີ້. ເນື່ອງໃນໂອກາດກາດວັນແມ່ຍິງສາກົນ ຄົບຮອບ 114 ປີ ທ່ານຍັງໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງແມ່ຍິງໃນປັດຈຸບັນທີ່ມີຄວາມເທົ່າທຽມກັບເພດຊາຍ, ເພດຍິງກໍສາມາດເປັນຜູ້ນໍາ, ເປັນນັກທຸລະກິດໄດ້, ເຮັດວຽກໄດ້ຄືກັບເພດຊາຍ ຂໍແຕ່ໃຫ້ມີຄວາມຕັ້ງໜ້າບຸກບື່ນ, ດຸໝັ້ນ, ອົດທົນ. ເນື່ອງໃນໂອກາດວັນແມ່ຍິງສາກົນນີ້, ຂໍອວຍພອນໃຫ້ແມ່ຍິງທຸກທົ່ວໜ້າ ກໍຄືແມ່ຍິງລາວ, ປ້າອາວຸໂສບໍານານ, ລູກຄ້າຜູ້ໃຫ້ການສະໜັບສະໜູນ ຈົ່ງມີສຸຂະພາບແຂງແຮງ, ດໍາລົງຊີວິດໃຫ້ລາບລື່ນ, ມີຄວາມສຸກໂຊກດີຕະຫຼອດໄປ.