ພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ຕິດພັນກັບງານສະຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວ-ທ່ອງທ່ຽວແຂວງສະຫວັນນະເຂດປອດໄພ, ມ່ວນຊື່ນ-ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນໃນຕອນແລງຂອງວັນທີ 10 ມີນາຜ່ານມາ ທີ່ບໍລິເວນແຄມຂອງ ບ້ານທ່າແຮ່ ນະຄອນໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ  ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາພັກ-ລັດຂັ້ນສູນກາງ, ແຂວງ, ກົງສຸນໃຫຍ່ຕ່າງປະເທດປະຈຳແຂວງສະຫວັນນະເຂດ, ນັກທຸລະກິດ, ແຂກຮັບເຊີນ ຕະຫຼອດເຖິງບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກໍາມະການຈັດງານປີທ່ອງທ່ຽວລາວ 2024 ຂອງແຂວງ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ພິທີເປີດປີທ່ອງທ່ຽວລາວ 2024 ຕິດພັນກັບເທສະການ “ສະຫວັນ ສຸກສັນ ຫັນສາ” ຈະມີກິດຈະກໍາທີ່ຫຼາກຫຼາຍ ເປັນຕົ້ນ: ການສະແດງສິລະປະ-ວັນນະຄະດີ, ການສະແດງກ້ອນກໍາລັງພາເຫຼດຕົວແທນຂອງພະແນກການ, ເມືອງ-ນະຄອນ, ຊັ້ນຄົນຕ່າງໆ ລວມທັງໝົດ 1.058 ກວ່າຄົນ ເພື່ອສະແດງໃຫ້ເຫັນເຖິງວັດທະນະທໍາ, ວິຖີການດໍາລົງຊີວິດ ແລະ ການຜະລິດເປັນສິນຄ້າຂອງປະຊາຊົນບັນດາເຜົ່າພາຍໃນແຂວງ; ງານດັ່ງກ່າວ, ເລີ່ມແຕ່ວັນທີ 10 ຈົນຮອດວັນທີ 17 ມີນາ 2024. ມີກິດຈະກໍາທີ່ສໍາຄັນເປັນຕົ້ນ: ການຈັດງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າ ແລະເທສະການອາຫານ ໂດຍມີຜູ້ເຂົ້າຮ່ວມຈາກບັນດາຜູ້ປະກອບການຫ້າງຮ້ານພາຍໃນແຂວງ ທັງພາກລັດ ແລະເອກະຊົນ; ການຈັດກິດຈະກໍາໃສ່ບາດພະສົງ 108 ອົງ ຢູ່ແຄມນໍ້າຂອງໃນແຕ່ລະເຊົ້າ; ຊົມການສະແດງສິລະປະ ແລະ ວັດທະນະທໍາຈາກພາກສ່ວນຕ່າງໆໃນແຕ່ລະຄໍ່າຄືນ; ການປະກວດຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ; ການປະກວດ-ແຂ່ງຂັນການເປົ່າແຄນ; ການສະແດງລົງຄວ້າງເຂັນຝ້າຍ ວິຖີຊີວິດຂອງຊົນເຜົ່າຜູ້ໄທ; ການປະກວດ-ແຂ່ງຂັນເທສະການອາຫານພື້ນບ້ານເຊັ່ນວ່າ: ປີ້ງໄກ່ແຊບເຊໂນ, ຕໍາໝາກຫຸ່ງ-ໝາກຖົ່ວ ແລະອາຫານອື່ນໆ; ຖະໜົນຄົນເດີນຂອງພີ່ນ້ອງສະມາຄົມຊາວຫວຽດນາມ ແລະ ສະມາຄົມຊາວຈີນ ເພື່ອຈໍາໜ່າຍ-ບໍລິການອາຫານອັນແຊບຊ້ອຍ ທີ່ເປັນເອກະລັກສະເພາະຕົວ. ນອກຈາກນັ້ນ, ຍັງມີການຈັດກອງປະຊຸມສໍາມະນາໃນຫົວຂໍ້ຕ່າງໆ, ກິດຈະກໍາງານໂຊ “ພາຫະນະເກົ່າຍ້ອນຍຸກ” ຂອງທີມງານຊົມຣົມລົດເກົ່າ; ການສະແດງ “ເຈັດສະກີໃນແມ່ນໍ້າຂອງ”; ການວາງສະແດງຮູບແຕ້ມຂອງຊົມຣົມສິລະປິນວາດຮູບ ທີ່ມີຊື່ສຽງພາຍໃນ ແລະຕ່າງປະເທດ; ພິເສດມີລາຍການເດີນແບບການກຸສົນ, ການນຸ້ງເຄື່ອງຍ້ອນຍຸກທົດສະວັດທີ 70-80 ແລະ ປະມູນເຄື່ອງໃຊ້ສ້ອຍ, ຟ້ອນລໍາວົງສາມັກຄີມ່ວນຊື່ນ ແລະ ອື່ນໆ. 
    ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ກຽດກ່າວເປີດງານ ໂດຍທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີຮັບແຂກບ້ານ-ແຂກເມືອງດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໂອບເອື້ອອາລີ, ມີນ້ຳໃຈໄມຕີຈິດມິດຕະພາບ, ມີນ້ຳໃຈນອບນ້ອມຕາມປະເພນີອັນດີງາມຂອງແຂວງສະຫວັນນະເຂດເຮັດໃຫ້ນັກທ່ອງທ່ຽວຮູ້ສຶກອົບອຸ່ນ, ມີຄວາມສຸກກາຍສະບາຍໃຈ, ມີຄວາມປອດໄພ, ມີຄວາມຮູ້ສຶກເໝືອນຢູ່ບ້ານຢູ່ເຮືອນຂອງຕົນເອງ, ສ້າງຄວາມປະທັບໃຈມາທ່ຽວແລ້ວ ຢາກມາທ່ຽວອີກເພື່ອໃຫ້ແຂວງສະຫວັນນະເຂດພັດທະນາຢ່າງໝັ້ນທ່ຽງຍືນຍົງຍາວນານກ້າວໄປໜ້າຢ່າງແຈ່ມໃສ. ຈາກນີ້, ທ່ານເຈົ້າແຂວງ ກໍ່ໄດ້ຮຽກຮ້ອງໃຫ້ມາທ່ອງທ່ຽວແຂວງສະຫວັນນະເຂດຕາມຄຳໂຄງທ່ອງທ່ຽວ 3 ໄຫວ້, 4 ເບິ່ງ ແລະ 5 ຊົມຂອງແຂວງ. 
(ຂ່າວ: ສະຫວັນ)