ກອງປະຊຸມພົບປະແລກປ່ຽນກຽວກັບວຽກງານການສົ່ງເສີມການຄ້າ, ການລົງທຶນການທ່ອງທ່ຽວ, ການເຊື່ອມໂຍງ, ເຊື່ອມຈອດ ແລະ ພັດທະນາຊັບພະຍາກອນມະນຸດ ລະຫວ່າງແຂວງເຊກອງ ສປປ ລາວ ແລະ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ ຂຶ້ນໃນວັນທີ 1 ມີນາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ແຂວງເຊກອງ ຊຶ່ງແຂວງເຊກອງນ້ຳໂດຍ ທ່ານ ເຫຼັກໄຫຼ ສີວິໄລ ພ້ອມຄະນະ ແລະ ແຂວງອຸບົນຣາຊະທານີ ນຳໂດຍ ທ່ານ ສຸພາສິດ ກໍຈະເລີນຍົດ ຜູ້ວ່າຣາຊະການແຂວງອຸບົນຣາຊະທານີ ພ້ອມດ້ວຍຄະນະ.
            ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານສະພາບທີ່ຕັ້ງຈຸດພິເສດ, ທ່າແຮງບົ່ມຊ້ອນ ແລະ ການພັດທະນາເສດຖະກິດຂອງແຂວງ. ຊຶ່ງແຂວງເຊກອງ ມີເນື້ອທີ່ 7.750 ກິໂລຕາແມັດ, ມີພົນລະເມືອງ 1 ແສນກວ່າຄົນ ປະກອບດ້ວຍ 10 ຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນ. ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ແຮ່ທາດນາໆຊະນິດ; ຊັບພະຍາກອນປ່າໄມ້, ພື້ນທີ່ທໍາການຜະລິດ ແລະ ມີແຫຼ່ງທ່ອງທ່ຽວທາງປະຫວັດສາດ, ທຳມະຊາດ, ວັດທະນະທຳ ຊຶ່ງເປັນທ່າແຮງດຶງດູດນັກລົງທຶນເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ອັນພົ້ນເດັ່ນ ປັດຈຸບັນພວມເລັ່ງກໍ່ສ້າງໂຄງການພະລັງງານລົມທີ່ໃຫຍ່ທີ່ສຸດໃນອາຊຽນ ຕາມແຜນການແມ່ນໃຫ້ສຳເລັດ ແລະ ເປີດນຳໃຊ້ໃນປີ 2025.
ທ່ານ ສຸພາສິດ ກໍຈະເລີນຍົດ ໄດ້ກ່າວວ່າ: ໃນນາມຕ່າງໜ້າການນຳຂອງແຂວງອຸບົນຣາຊະທານີ ມີຄວາມປະຕິຍິນດີໃນການຮ່ວມມືກັບແຂວງເຊກອງຢ່າງສະໜິດແໜ້ນ ເຫັນດີນຳເອົາເນື້ອໃນຈິດໃຈ ຂໍ້ມູນການຮ່ວມມືຂອງກອງປະຊຸມດັ່ງກ່າວນີ້ ໄປພິຈາລະນາວາງແຜນຢ່າງລະອຽດຂຶ້ນຕື່ມ ເພື່ອຊຸກຍູ້ສົ່ງເສີມນັກລົງທຶນ, ປຸກລະດົມໂຄສະນາເຊີນຊວນນັກທ່ອງທ່ຽວເຂົ້າມາທ່ຽວແຂວງເຊກອງໃຫ້ຫຼາຍຂຶ້ນ.
    ໂອກາດນີ້, ຄະນະຜູ້ແທນທັງສອງຝາຍກໍໄດ້ຄົ້ນຄົ້ວປຶກສາຫາລື ແລະ ປະກອບຄຳເຫັນ ເພື່ອເປັນທິດທາງໃນການພົວພັນຮ່ວມມື ຂອງສອງແຂວງໃນຂົງເຂດວຽກງານຕ່າງໆ ໂດຍສະເພາະວຽກງານການຄ້າ, ການລົງທຶນ, ການຜະລິດກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ທີ່ຕ່າງຝາຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
(ຂ່າວ: ອັດສະວິນ)