ພິທີເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນນະມັດສະການ ປ່ອນບີພຣະພຸດທະຮູບ ວັດປ່າມະຫາໂຊກ ໄຊຍະລາມ ຂອງເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຈັດຂຶ້ນເມື່ອບໍ່ດົນມານີ້, ເຂົ້າຮ່ວມໃນພິທີມີທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງສະຫວັນນະເຂດ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງ, ເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ກ່ອນເຂົ້າສູ່ພິທີເປີດປີທ່ອງທ່ຽວຢ່າງເປັນທາງການ ບັນດາການນໍາ, ແຂກທີ່ເຂົ້າຮ່ວມ ແລະຊາວພຸດທະບໍລິສັດທີ່ມີຈິດເຫຼື້ອມໃສສັດທາ ກໍ່ຍັງໄດ້ຮ່ວມພິທີວາງສີລາເລີກກໍ່ສ້າງພຣະສີວະລີ ແລະພຣະສັງກະຈາຍ ທີ່ວັດປ່າມະຫາໂຊກ ໄຊຍະລາມ ເຊິ່ງນໍາພາໂດຍ ພຣະອາຈານ ປອ. ໂງ່ນຄໍາ ພວງສະຫວັນ ເຈົ້າອະທິການວັດປ່າມະຫາໂຊກໄຊຍະລາມ.
        ໃນພິທີ ທ່ານ ອຸ່ນຫຼ້າ ພູວົງລິນທາ ຮອງເຈົ້າເມືອງອາດສະພັງທອງ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງສະຫວັນນະເຂດມີ 26 ກິດຈະກໍາໃນການເປີດປີທ່ອງທ່ຽວລາວ 2024. ໃນນີ້, ມີ 2 ກິດຈະກໍາລະດັບຊາດ, ມີ 9 ກິດຈະກໍາລະດັບແຂວງ ແລະ 15 ກິດຈະກໍາລະດັບເມືອງ ສໍາລັບເມືອງອາດສະພັງທອງ ໄດ້ຮັບຮອງເອົາ 1 ກິດຈະກໍາລະດັບແຂວງ ແລະ 3 ກິດຈະກໍາລະດັບເມືອງ ເພື່ອປະຕິບັດແຜນກິດຈະກໍາທ່ອງທ່ຽວຂອງເມືອງໃຫ້ບັນລຸຕາມຈຸດປະສົງທີ່ວາງໄວ້ເຊັ່ນ: ໃນຕົ້ນເດືອນມັງກອນ ໄດ້ຈັດງານບຸນກອງເຂົ້າໃຫຍ່ຢູ່ເມືອງ, ເດືອນ 2 ເພັງຈັດງານບຸນນະມັດສະການ ພະທາດຍາທ່ານ ສີກາ ບ້ານນາຈານ, ເດືອນ 3 ເພັງ ຈັດງານບຸນນະມັດສະການ ພະທາດ ຍາຄູ ຂີ້ຫອມ ຢູ່ບ້ານດົງກຶມ, ເດືອນ 3 ແຮມ 2 ຄໍ່າ ຈັດງານບຸນນະມັດສະການ ພະທາດ ຍາທ່ານ ພົນ ບ້ານນາແຜກ ແລະ ຍັງມີກິດຈະກໍາອື່ນໆ. ນອກນັ້ນ, ກໍ່ຍັງໄດ້ພັດທະນາແຫຼ່ງທ່ອງທ່ຽວຕ່າງໆ ເປັນຕົ້ນ: ສະຖານທີ່ໆເປັນມົນສະເໜ່ດຶງດູດຜູ້ຄົນມາທ່ຽວຊົມ-ກາບໄຫວ້-ຂໍພອນ ທີ່ວັດປ່າມະຫາໂຊກ ໄຊຍະລາມ ບ້ານໂຊກໄຊ ໂດຍມີພຣະພຸດທະມະຫາໂຊກ, ປູ່ເວດສຸວັນ, ພະຍານາກ, ພະອຸປະຄຸດ, ນໍ້າຕົກຕາດ ແລະ ສິ່ງອື່ນໆ ທີ່ກໍາລັງເປັນທີ່ນິຍົມ ແລະ ເຫຼື້ອມໃສສັດທາທັງພາຍໃນ ແລະ ຕ່າງແຂວງຢ່າງໜາແໜ້ນ. ຈາກນັ້ນ, ຄະນະປະທານ ແລະ ແຂກທີ່ຖືກເຊີນ ກໍ່ໄດ້ຮ່ວມກັນລັ່ນຄ້ອນ 9 ບາດເພື່ອເປັນສິຣິມຸງຄຸນໃຫ້ແກ່ການຈັດງານໃນຄັ້ງນີ້.
(ຂ່າວ: ສະຫວັນ)