ພາຍໃຕ້ໂຄງການຊ່ວຍເຫຼືອ ກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບສິນຄ້າກະສິກຳລາວ ທີ່ເປັນການຊ່ວຍເຫຼືອຈາກ ສປ ຈີນ ໃຫ້ແກ່ ສປປ ລາວ, ແພລັດຟອມ (Platform) ການຄ້າເອເລັກໂຕຣນິກໄດ້ສ້າງຂຶ້ນຢູ່ເທິງເວັບໄຊ ທີ່ມີຊື່ວ່າ www.laoproduct.com.laທີ່ເປັນແພລັດຟອມພາຍໃນ ແລະ www.laoproduct.com.cnທີ່ເປັນແພລັດຟອມຂ້າມແດນ ຊຶ່ງຈະເປັນແມ່ແຮງສຳຄັນໃນການສົ່ງເສີມການຜະລິດ, ການສົ່ງອອກ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງ ສປປ ລາວ ໃນຕໍ່ໜ້າ.
    ແພລັດຟອມການຄ້າເອເລັກໂຕຣນິກ ທີ່ມີຄວາມໝາຍສຳຄັນນີ້ ໄດ້ມີພິທີເປີດໂຕຢ່າງເປັນທາງການ ໃນວັນທີ 13 ພຶດສາພາຜ່ານມາທີ່ນະຄອນຫຼວງວຽງຈັນ; ເປັນປະທານຮ່ວມກົດປຸ່ມເພື່ອເປີດໂຕໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ທ່ານ ຫວັງ ຊາງ (WANG CHANG) ອຸປະທູດ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ມີບັນດາຮອງລັດຖະມົນຕີກະຊວງ ອຄ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກບັນດາກະຊວງ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບສິນຄ້າກະສິກຳລາວ ມີໄລຍະການກໍ່ສ້າງລະບົບ 2 ປີ ນັບແຕ່ປີ 2022-2023, ມາຮອດປັດຈຸບັນການກໍ່ສ້າງແມ່ນສໍາເລັດສົມບູນ ແລະ ກ້າວເຂົ້າສູ່ໄລຍະການຕິດຕາມ ແລະ ບໍາລຸງຮັກສາ ເປັນເວລາ 2 ປີ, ເລີ່ມແຕ່ປີ 2024 ນີ້ ຈົນໝົດປີ 2025; ແພລັດຟອມເທິງເວັບໄຊນີ້, ເຊື່ອມຕໍ່ລະບົບການຊຳລະສະສາງເອເລັກໂຕຣນິກ ກັບທະນາຄານ BCEL ສາມາດເຮັດທຸລະກໍາດ້ານການເງິນ ຫຼືການຊໍາລະເງິນ ຈາກການສັ່ງຊື້-ຂາຍ ໃນເວັບໄຊ; ມີຈຸດກະຈາຍສິນຄ້າ ແລະ ຈຸດບໍລິການການຄ້າເອເລັກໂຕຣນິກ 20 ຈຸດ, ເຊື່ອມຕໍ່ລະບົບຂົນສົ່ງ ກັບບໍລິສັດຮຸ່ງອາລຸນ ໂລຈິສຕິກ ໂດຍແພລັດຟອມພາຍໃນປະເທດ ແມ່ນສາມາດເບິ່ງເຫັນການຂົນສົ່ງສິນຄ້າທີ່ເກີດຂຶ້ນໃນເວລາຕົວຈິງ ທີ່ລົດຂົນສົ່ງເຄື່ອນທີ່ ສໍາລັບການເຊື່ອມຕໍ່ລະບົບຂົນສົ່ງ; ແພລັດຟອມຂ້າມແດນ, ບໍລິສັດຮຸ່ງອາລຸນ ກໍໄດ້ຮ່ວມມືກັບບໍລິສັດ ວາຍວາຍເອສ ຂົນສົ່ງສາກົນ ທີ່ຢູ່ໃນ ສປ ຈີນ ເພື່ອການຂົນສົ່ງໃນຈີນ ຊຶ່ງຈະສາມາດເບິ່ງເຫັນການຂົນສົ່ງສິນຄ້າແບບເປັນໄລຍະ. ນອກນີ້, ຍັງມີການວາງສະແດງສິນຄ້າລາວໃນ ເວັບໄຊ JD.comຊຶ່ງເປັນເວັບໄຊຂາຍສິນຄ້າອອນໄລທີ່ໃຫຍ່ ແລະ ມີຊື່ສຽງຂອງຈີນ ດ້ວຍແພລັດຟອມການຊື້-ຂາຍໂດຍກົງລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ ເປົ້າໝາຍກໍເພື່ອເພີ່ມຊ່ອງທາງໂຄສະນາສິນຄ້າລາວທີ່ເປັນກະສິກຳປຸງແຕ່ງສຳເລັດຮູບ ແລະ ສິນຄ້າອື່ນໆທີ່ມີທ່າແຮງຂອງລາວ ໃຫ້ຄົນຈີນໄດ້ຮັບຮູ້ກວ້າງຂວາງຂຶ້ນ. ນັບແຕ່ເດືອນມັງກອນ 2024 ເປັນຕົ້ນມາ, ໄດ້ມີສິນຄ້າ ປະເພດຊາ ໄປວາງຂາຍຈຳນວນໜຶ່ງ ແລະ ກໍໄດ້ຮັບການຕອບສະໜອງ ໂດຍໄດ້ມີການສັ່ງຊື້ ແລະ ຂາຍໄປແລ້ວ. ປັດຈຸບັນທາງບໍລິສັດ ອາໂລ ກຳລັງຈະເພີ່ມລາຍການສິນຄ້າທີ່ມີມາດຖານເງື່ອນໄຂ ໄປວາງຂາຍໃນ JDຕື່ມອີກ 20 ກວ່າລາຍການເຊັ່ນ: ເຂົ້າ, ເບຍລາວ, ກາເຟດາວ, ກາເຟອື່ນໆ ແລະ ສິນຄ້າອື່ນຕື່ມອີກ.
    ທ່ານ ຫວັງ ຊາງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກລາວ ເປັນ 1 ໃນ 8 ໂຄງການ ທີ່ລັດຖະບານຈີນ ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ, ເປັນມາດຕະການສຳຄັນໃນການປະຕິບັດແຜນການດຳເນີນງານລົງເລິກການກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ ແລະ ການຮ່ວມມືລະດັບສູງຂອງປະຊາຊົນລາວ-ຈີນ ທີ່ມີອະນາຄົດຮ່ວມກັນ, ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືດ້ານຍຸດທະສາດໃນຂົງເຂດເສດຖະກິດ ຊຶ່ງການນຳໃຊ້ປະສົບການການພັດທະນາການຄ້າເອເລັກໂຕຣນິກຂອງຈີນ ແມ່ນເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳ ແລະ ເຄື່ອງຫັດຖະກຳອຸດສາຫະກຳຂອງລາວໄປຍັງຈີນໃຫ້ຫຼາຍກວ່າເກົ່າ ແລະ ເສີມຂະຫຍາຍການພົວພັນທາງດ້ານການຄ້າດີຈີຕອນ ລະຫວ່າງ ລາວ-ຈີນ ໃຫ້ດີຂຶ້ນຢ່າງມີປະສິດທິຜົນ ອັນຈະຊ່ວຍໃຫ້ລາວພັດທະນາ ແລະສ້າງລາຍໄດ້ໃຫ້ປະຊາຊົນ.
    ທ່ານ ມະໄລທອງ ກົມມະສິດ ກໍໄດ້ມີຄໍາເຫັນຊຶ່ງໄດ້ຕີລາຄາສູງວ່າ: ໂຄງການນີ້ແມ່ນອີກ 1 ໂຄງການ ທີ່ສາມາດປຽບເໝືອນ “ການໃຫ້ເບັດຕຶກປາ”  ການແນະນໍາວິທີຕຶກປາ ແຕ່ບໍ່ແມ່ນໃຫ້ປາມາກິນ ເພື່ອອີ່ມທ້ອງມື້ນີ້ ແລະ ມື້ອື່ນ. ການເປີດແພລັດຟອມການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ ເປັນພຽງການປະກາດໃຫ້ພວກເຮົາຊາບວ່າ “ພວກເຮົາຈັດຕັ້ງປະຕິບັດການຊ່ວຍເຫຼືອການກໍ່ສ້າງລະບົບການຄ້າທາງເອເລັກໂຕນິກ ສຳລັບຜະລິດກະສິກຳລາວ ສຳເລັດໃນບາດກ້າວທຳອີດ ເທົ່ານັ້ນ, ແຕ່ຍັງບໍ່ທັນແມ່ນການບັນລຸເປົ້າໝາຍໂຄງການ”; ມື້ນີ້, ພວກເຮົາໄດ້ສຳເລັດການປະກອບ ເບັດຕຶກປາ, ຮຽນຮູ້ເພື່ອກ້າວ ແລະ ທົດລອງຕຶກປາ ເທົ່ານັ້ນ, ແຕ່ພວກເຮົາຍັງບໍ່ທັນສາມາດ ຕຶກປາໄດ້ຫຼາຍພຽງພໍທີ່ຈະເຮັດໃຫ້ພວກເຮົາມີລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນຢ່າງຂາດຂັ້ນເທື່ອ; ຈຶ່ງຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການ, ຜູ້ປະກອບການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຮຽນຮູ້ ແລະ ນຳໃຊ້ຂອງຂວັນອັນສຳຄັນຂອງລັດຖະບານ ແລະ ປະຊາຊົນຈີນ ມອບໃຫ້ໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ, ທັງຮູ້ຈັກບຳລຸງຮັກສາ ຕໍ່ຍອດ ແລະ ເສີມຂະຫຍາຍ, ເພື່ອໃຫ້ເກີດປະໂຫຍດແບບຍືນຍົງຕໍ່ໄປໃນອະນາຄົດ.
(ຂ່າວ-ພາບ: ສຸກສະຫວັນ)