ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນເວລາ 15:00 ໂມງ ຂອງວັນທີ 26 ກໍລະກົດ ຜ່ານມາ, ພິທີສົ່ງສະການ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ເຂດສຸສານ ມາຍຢີກ ນະຄອນ ຮ່າໂນ້ຍ.
ຂ່າວລະບຸວ່າ: ເຂົ້າຮ່ວມພິທີມີ ທ່ານ ໂຕເລິມ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ບັນດາຜູ້ແທນ, ແຂກສາກົນ, ອະດີດການນຳພັກ, ລັດ ແລະ ຜູ້ຕາງໜ້າບັນດາອົງການ, ໝູ່ຄະນະ, ທ້ອງຖິ່ນ.
ພິທີກຳປົງສົບ ໄດ້ດຳເນີນໃນເວລາ 15:00 ໂມງ ໂດຍມີການເປັນສັກຂີພິຍານຂອງການນຳພັກ, ລັດ ພ້ອມດ້ວຍຄອບຄົວ. ພັນລະຍາທ່ານເລຂາທິການໃຫຍ່ ແລະ ຄອບຄົວ ພ້ອມດ້ວຍບັນດາການນຳພັກ, ລັດ ໄດ້ໂຮ່ຍດອກໄມ້ ແລະ ດິນກ້ອນທຳອິດລົງຂຸມຝັງສົບ.
ກ່າວຄຳເຫັນພາຍຫຼັງສຳເລັດພິທີປົງສົບ, ທ່ານ ເລື່ອງເກື່ອງ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງງານສົບ ໄດ້ສະແດງຄວາມຂອບໃຈຕໍ່ບັນດາການນຳພັກ, ລັດ, ບັນດາຜູ້ແທນແຂກຜູ້ມີກຽດ, ທົ່ວປວງຊົນທັງຊາດ, ກົມກອງກຳລັງປະກອບອາວຸດ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ຄະນະນັກການທູດ, ການນຳບັນດາປະເທດ, ບັນດາອົງການຈັດຕັ້ງ ແລະ ເພື່ອນມິດສາກົນ ທີ່ໄດ້ມາວາງພວງມາລາໄວ້ອາໄລ, ໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈ, ເຂົ້າຮ່ວມພິທີວາງພວງມາລາ, ກ່າວໄວ້ອາໄລ, ພິທີສົ່ງສະການ ແລະ ສົ່ງອຳລາທ່ານ ຫງວຽນຝູຈ້ອງ ໃຫ້ໄປສູ່ສຸຂະຕິພົບ.
ໃນສຽງດຸລິຍະ, ການນຳພັກ, ລັດ, ແຂກສາກົນ ແລະ ຄອບຄົວ ໄດ້ຈູດທູບໃຕ້ທຽນ ແລະ ຍ່າງອ້ອມຂຸມຝັງສົບເພື່ອສົ່ງອຳລາທ່ານເລຂາທິການໃຫຍ່, ນັກຮົບກອມມູນິດ, ການນຳດີເລີດ, ລູກຜູ້ດີເດັ່ນຂອງຊາດ ຫວຽດນາມ.