ພະຍາດໝາກແດງໃຫຍ່ເປັນໜຶ່ງໃນພະຍາດຕິດຕໍ່ທີ່ຕິດໄດ້ໄວ ແລະ ງ່າຍທີ່ສຸດພະຍາດໜຶ່ງ, ຄົນທີ່ບໍ່ເຄີຍໄດ້ຮັບວັກຊິນປ້ອງກັນມາກ່ອນ ຫຼື ບໍ່ເຄີຍເປັນພະຍາດນີ້ມາກ່ອນຈະຕິດເຊື້ອໄດ້ງ່າຍທີ່ສຸດ.
* ຜູ້ຕິດເຊື້ອພະຍາດໝາກແດງໃຫຍ່ສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ 4 ມື້ກ່ອນໜ້າ ແລະ 4 ມື້ ຫຼັງຈາກທີ່ມີຜື່ນຂຶ້ນ. ຜູ້ຕິດເຊື້ອສາມາດແຜ່ເຊື້ອໄປໃຫ້ຄົນອື່ນທີ່ຢູ່ໃກ້ຊິດຜ່ານການຫາຍໃຈ, ຈາມ ຫຼື ໄອ.
* ເຊື້ອໄວຣັດສາມາດມີຊີວິດ ແລະ ແຜ່ໄປໃຫ້ຄົນອື່ນໄດ້ໃນອາກາດ ແລະ ເທິງພື້ນຜິວສິ່ງຂອງເປັນເວລາເຖິງ 2 ຊົ່ວໂມງ. 
* ພະຍາດໝາກແດງໃຫຍ່ຕິດຕໍ່ກັນໄວກວ່າພະຍາດໂຄວິດ-19. ຜູ້ຕິດເຊື້ອພະຍາດໝາກແດງໃຫຍ່ພຽງ 1 ຄົນ ສາມາດແຜ່ເຊື້ອໃຫ້ເຖິງ 9 ໃນ 10 ຄົນ ທີ່ບໍ່ໄດ້ຮັບວັກຊິນປ້ອງກັນ.
  (ໂດຍ: ຕຸໄລເພັດ)