ອາການແຊກຊ້ອນຈາກພະຍາດໝາກແດງໃຫຍ່ມີຄື: ການຖອກທ້ອງຮຸນແຮງ, ຫູອັກເສບ, ຕາບອດ, ປອດ ອັກເສບ ແລະ ສະໝອງອັກເສບ. ບາງອາການເຫຼົ່ານີ້ສາມາດເຮັດໃຫ້ເສຍຊີວິດໄດ້.
-ສ່ວນໃຫຍ່ອາການແຊກຊ້ອນຈາກພະຍາດໝາກແດງໃຫຍ່ມັກເກີດກັບເດັກອາຍຸຕໍ່າກວ່າ 5 ປີ (ໂດຍສະເພາະເດັກທີ່ຂາດສານອາຫານ) ແລະ ຜູ້ໃຫຍ່ທີ່ອາຍຸຫຼາຍກວ່າ 30 ປີ.
  -ສະນັ້ນ, ພະຍາດໝາກແດງໃຫຍ່ຈຶ່ງເປັນໜຶ່ງໃນສາເຫດຫຼັກທີ່ເຮັດໃຫ້ເດັກທົ່ວໂລກເສຍຊີວິດ.
 -ພະຍາດດັ່ງກ່າວບໍ່ມີຢາປິ່ນປົວສະເພາະ, ແຕ່ທ່ານສາມາດປ້ອງກັນໄດ້ແຕ່ຫົວທີດ້ວຍການສັກວັກຊິນໃຫ້ຄົບ.
 - ຖ້າຜູ້ຍິງຕິດເຊື້ອພະຍາດໝາກແດງໃຫຍ່ ໃນຕອນຖືພາ ພະຍາດນີ້ສາມາດເຮັດໃຫ້ແມ່ເກີດລູກກ່ອນກຳນົດໄດ້ ແລະ ເດັກຈະມີນໍ້າໜັກຕໍ່າໃນຕອນເກີດ. 
(ຂ່າວ: ຕຸໄລເພັດ)