ພະແນກສາທາລະນະສຸກແຂວງສາລະວັນ ໄດ້ຈັດພິທີເປີດຂະບວນການຈັດຕັ້ງປະຕິບັດວັນສັກຢາກັນພະຍາດແຫ່ງຊາດ ( ວສຊ ) ໝາກແດງໃຫຍ່, ໝາກແດງນ້ອຍໃຫ້ກຸ່ມເປົ້າໝາຍອາຍຸ 9 ເດືອນ ຫາລຸ່ມ 5 ປີຂຶ້ນໃນວັນທີ 17 ພິຶດສະພານີ້ ທີ່ໂຮງຮຽນປະຖົມນາເຫຼັກ ເມືອງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະເດັກນ້ອຍຂັ້ນແຂວງ, ທ່ານ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກຂັ້ນແຂວງ-ເມືອງ, ພະນັກງານແພດ-ໝໍ, ຄູ-ອາຈານ, ຜູ້ປົກຄອງພ້ອມດ້ວຍຫຼານນ້ອຍອາຍຸລຸ່ມ 5 ປີເຂົ້າຮ່ວມ.
    ທ່ານ ສົມໃຈ ອຸ່ນຈິດ ກ່າວວ່າ: ການເປີດຂະບວນການຄັ້ງນີ້ ເພື່ອຄວບຄຸມພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແນໃສ່ຫັນເອົາວຽກງານສາທາລະນະສຸກລົງສູ່ຮາກຖານໃຫ້ກາຍເປັນຂະບວນການຂອງທົ່ວປວງຊົນ ເພື່ອເຮັດໃຫ້ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍມີຄວາມປອດໄພຈາກການຕິດພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ. ການສັກຢາ ແລະ ຢອດຢາກັນພະຍາດມີຄວາມສໍາຄັນທີ່ສຸດ ເພາະມັນເປັນການກັນພະຍາດໄວ້ລ່ວງໜ້າທີ່ມີວິທະຍາສາດ ເມື່ອແມ່ຍິງ ແລະ ເດັກນ້ອຍຫາກໄດ້ຮັບການສັກວັກຊິນຄົບ ກໍ່ຈະມີຊີວິດທີ່ປອດໄພຈາກບັນດາພະຍາດຮ້າຍແຮງດັ່ງກ່າວ, ການກັນພະຍາດດ້ວຍການສັກວັກຊິນນັ້ນ ຍັງເປັນການລົງທຶນທີ່ປະຢັດ, ລາຄາຖືກ, ຄຸ້ມຄ່າຕໍ່ການລົງທຶນຖ້າທຽບໃສ່ ການປິ່ນປົວເມື່ອພະຍາດເກີດຂຶ້ນ. ຊຶ່ງໄດ້ຖືເອົາການເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກເປັນບຸລິມະສິດແຖວໜ້າ ໂດຍຖືເອົາວຽກສັກຢາ ແລະ ຢອດຢາກັນພະຍາດເປັນແກນ ແລະ ເປັນໃຈກາງເຊື່ອມສານກັບວຽກງານອື່ນໆ ທີ່ກ່ຽວຂ້ອງກັບສຸຂະພາບແມ່ ແລະ ເດັກ. ມາຮອດໄລຍະນີ້ການເກີດກໍລະນີພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນໄດ້ຫຼຸດຜ່ອນລົງຢ່າງຕັ້ງໜ້າ ປະກອບສ່ວນເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ອັດຕາການຕາຍຂອງເດັກລຸ່ມ 5 ປີຫຼຸດລົງເທື່ອລະກ້າວ. ຮຽກຮ້ອງມາຍັງຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ເອກະຊົນ ແລະ ບັນດາຂະແໜງການ ຍົກສູງຄວາມຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າເພື່ອກະກຽມເຮັດໃຫ້ວັນສັກຢາກັນພະຍາດແຫ່ງຊາດໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າທຸກຖ້ວນໜ້ານຳພາລູກຫຼານຢູ່ໃນເປົ້າໝາຍອາຍຸ 9 ເດືອນ ຫາລຸ່ມ 5 ປີມາສັກວັກຊິນໃນສະຖານທີ່ບໍລິການສາທາລະນະສຸກ ແລະ ນໍາທີມງານແພດທີ່ລົງໄປສັກຢາຢູ່ບ້ານຂອງທ່ານ. 
    ຂະບວນການດັ່ງກ່າວຈະດຳເນີນໄປເຖິງວັນທີ 31 ພຶດສະພາ 2024 ຈຶ່ງຈະສຳເລັດ, ທັງນີ້ເພື່ອຍົກສູງອັດຕາການສັກຢາກັນພະຍາດໃຫ້ບັນລຸຕາມຄາດໝາຍ 95% ຂຶ້ນໄປ ເພື່ອເປັນການສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ສາມາດປ້ອງກັນການລະບາດຂອງພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ. ພາບ-ຂ່າວ: ທິດລານີ ໂຄດໂຍທາ