ກອງປະຊຸມປຶກສາຫາລືເພື່ອຂໍການສະໜັບສະໜູນ ແລະ ປຸກລະດົມຂະບວນສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ສັກຢາຮອບປົກກະຕິໃນທົ່ວເມືອງລະມາມປະຈໍາປີ 2024 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-31 ພຶດສະພາ 2024) ຂຶ້ນໃນວັນທີ 16 ພຶດສະພາຜ່ານມາ ໂດຍການເປັນປະທານຂອງທ່ານນາງ ສຸກມະນີ ໄຊຍະວົງຄໍາດີ ຮອງເຈົ້າເມືອງລະມາມ, ມີທ່ານນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການແມ່ ແລະ ເດັກຂັ້ນເມືອງເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອຜັນຂະຫຍາຍແຈ້ງການຂອງປະທານຄະນະກໍາມະການແມ່ ແລະ ເດັກຂັ້ນແຂວງ ສະບັບເລກທີ 16/ຊກ, ລົງວັນທີ 9 ພຶດສະພາ 2024; ແຈ້ງການຂອງທ່ານຮອງເຈົ້າເມືອງໆລະມາມ ສະບັບເລກທີ 026/ລມ, ລົງວັນທີ 16 ພຶດສະພາ 2024 ກ່ຽວກັບການເປີດຂະບວນການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍໃຫ້ເດັກອາຍຸຕໍ່າກວ່າ 5 ປີ ແລະ ສັກຢາຮອບປົກກະຕິໃນທົ່ວເມືອງລະມາມປະຈໍາປີ 2024 ແລະ ຮັບຟັງການລາຍງານ, ການປະກອບຄໍາຄິດຄໍາເຫັນຂອງຄະນະກໍາມະການແມ່ ແລະ ເດັກຂັ້ນເມືອງ ແລະ ຂະ ແໜງການກ່ຽວຂ້ອງ ກ່ຽວກັບການກະກຽມຄວາມພ້ອມດ້ານຂໍ້ມູນ, ການກໍານົດແຜນການເຄື່ອນໄຫວຂອງແພດ (ໜ່ວຍງານຄົງທີ່-ເຄື່ອນທີ່), ການກໍານົດສະຖານທີ່-ເວລາ ແລະ ການໂຄສະນາເຜີຍແຜ່ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ປະຊາຊົນມີສ່ວນຮ່ວມເພື່ອເຮັດໃຫ້ການສັກວັກຊິນ ແລະ ສັກຢາຮອບປົກກະຕິປີນີ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
    ໃນໂອກາດນີ້, ທ່ານນາງ ວຽງຄອນ ພົມມະຈັນ ຫົວໜ້າຈຸງານແມ່ ແລະ ເດັກ ຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານການເຄື່ອນໄຫວສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ສັກຢາຮອບປົກກະຕິໃຫ້ເດັກອາຍຸຕໍ່າກວ່າ 5 ປີ, ທ່ານໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ: ການຈັດຕັ້ງປະຕິບັດວຽກງານສັກວັກຊິນໃນໄລຍະ 4 ເດືອນຕົ້ນປີ 2024 ແລະ ທິດທາງແຜນການຕໍ່ໜ້າ ໂດຍສະເພາະການສັກວັກຊິກປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍນັບແຕ່ອາຍຸແຕ່ 9-11 ເດືອນ MR 1 ປະຕິບັດໄດ້ 255 ຄົນ ເທົ່າກັບ 29% ແລະ ອາຍຸແຕ່ 12-18 ເດືອນ MR 2 ປະຕິບັດໄດ້ 215 ຄົນ ເທົ່າກັບ 24%.  ຂ່າວ-ພາບ: ສັນຍາ