ລັດຖະບານແຫ່ງ ສປປ ລາວ ຮ່ວມກັບຄູ່ຮ່ວມພັດທະນາໄດ້ຈັດພິທີເປີດຂະບວນການສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍແຫ່ງຊາດທົ່ວປະເທດຂຶ້ນຢ່າງເປັນທາງການໃນວັນທີ 17ພຶດສະພານີ້ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມ ແລະ ກົດປຸ່ມເປີດງານຂອງທ່ານ ສະໜອງ ທອງຊະນະຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານນາງ ເພຍ ເຣເບລໂລບຣິດໂຕຜູ້ຕາງໜ້າອົງການອຸຍນີເຊັບປະຈໍາລາວ, ທ່ານ ແດນ ເຮວເດິນ ອຸປະທູດສະຖານທູດອົສຕຣາລີປະຈຳລາວ, ມີຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ມີຜູ້ຈັດການອາວຸໂສລະດັບປະເທດຜູ້ປະສານງານສະໜັບສະໜູນຈາກອົງການກາວີປະຈຳລາວ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສະໜອງທອງຊະນະ ກ່າວວ່າ: ການເປີດຂະບວນການສັກວັກຊິນໃນຄັ້ງນີ້ແນໃສ່ເດັກນ້ອຍທີ່ມີອາຍຸ 9 ຫາ 59 ເດືອນ ຫຼືຕ່ຳກວ່າ 5 ປີ ແລະ ຈະໃຫ້ການປ້ອງກັນແກ່ເດັກນ້ອຍຈຳນວນຫຼາຍກ່ວາເຄິ່ງລ້ານຄົນຈາກພະຍາດທັງສອງຊະນິດຊຶ່ງຂະບວນການສັກວັກຊິນກັນພະຍາດດັ່ງກ່າວນຳພາໂດຍກະຊວງສາທາລະນະສຸກ ແຫ່ງສປປລາວ ຮ່ວມກັບອົງການກາວີ (Gavi), ລັດຖະບານອົສຕຣາລີ, ອົງການອຸຍນີເຊັບ ແລະ ອົງການອະນາໄມໂລກ ເພື່ອຊ່ວຍສະກັດກັ້ນການແຜ່ລະບາດຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໂດຍສະເພາະໃນປັດຈຸບັນເຫັນໄດ້ວ່າມີການເພີ່ມຂຶ້ນກໍລະນີຂອງພະຍາດທັງສອງຊະນິດໃນທົ່ວໂລກ ເນື່ອງຈາກມີອັດຕາການສັກຢາກັນພະຍາດຕໍ່າລົງໃນກຸ່ມເດັກນ້ອຍ. ພ້ອມນີ້, ຂະບວນການຮັບວັກຊິນປ້ອງກັນພະຍາດດັ່ງກ່າວຍັງເປັນຂີດໝາຍອັນສຳຄັນໃນຄວາມພະຍາຍາມຂອງພວກເຮົາເພື່ອປົກປ້ອງຮັກສາສຸຂະພາບຂອງລູກຫຼານ ຊຶ່ງໃນຄວາມພະຍາຍາມດັ່ງກ່າວນັ້ນການສັກວັກຊິນແມ່ນມີຄວາມສຳຄັນທີ່ສຸດໃນການຮັບມືກັບຄວາມສ່ຽງຕໍ່ສຸຂະພາບເດັກທີ່ເກີດຂຶ້ນໄດ້ຈາກພະຍາດໝາກແດງໃຫຍ່-ໝາກແດງນ້ອຍ.
    ສປປ ລາວ ເຄີຍຈັດຂະບວນການສັກວັກຊິນປ້ອງກັນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ໃນທົ່ວປະເທດຄັ້ງສຸດທ້າຍໃນປີ 2017, ປີນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 20-31 ພຶດສະພາ 2024 ຊຶ່ງຈະຈັດເປັນຂະບວນການໃຫຍ່ໃນທຸກແຂວງທຸກເມືອງໃນຂອບເຂດທົ່ວປະເທດ. ວັກຊິນກັນພະຍາດດັ່ງກ່າວສາມາດສັກໄດ້ທີ່ສຸກສາລາທຸກແຫ່ງທົ່ວປະເທດ, ໂຮງໝໍເມືອງ, ແຂວງ, ສູນກາງໂດຍບໍ່ເສຍຄ່າ.
ໃນເດືອນກຸມພາປີ 2024 ສປປລາວ ໄດ້ຮັບວັກຊິນກັນພະຍາດໝາກແດງໃຫຍ່ແລະໝາກເເດງນ້ອຍຈໍານວນຫຼາຍກ່ວາ 668.500 ໂດສ ເພື່ອຊ່ວຍໃນການສະກັດກັ້ນການແຜ່ລະບາດຂອງທັງສອງພະຍາດດັ່ງກ່າວ ຊຶ່ງວັກຊິນເຫຼົ່ານີ້ເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກອົງການກາວີ ຕໍ່ວຽກງານສັກຢາກັນພະຍາດຂອງສປປລາວ.    ໃນໂອກາດນີ້, ທ່ານ ສະໜອງ ທອງຊະນະ ໄດ້ມອບລົດຍີ່ຫໍ້ຟັອດຈຳນວນ 9 ຄັນໃຫ້ພະແນກສາທາລະນະສຸກ 8 ແຂວງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວສັກວັກຊິນ. 
(ຂ່າວ: ວັນເພັງ, ພາບ: ບຸນອູ້ມ)