ໃນໂອກາດເປີດຂະບວນການວັນສັກຢາກັນພະຍາດແຫ່ງຊາດ ຕິດພັນກັບການໃຫ້ວັກຊິນປ້ອງກັນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ໃຫ້ແກ່ເດັກນ້ອຍກຸ່ມເປົ້າໝາຍທີ່ມີອາຍຸແຕ່ 9 ເດືອນເຖີງ 5 ປີ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 20-31 ພຶດສະພາທີ່ຈະມາເຖີງນີ້ ແຂວງຫຼວງພະບາງໄດ້ກະກຽມຄວາມພ້ອມຫຼາຍດ້ານ ເພື່ອໃຫ້ຂະບວນການສັກວັກຊິນບັນລຸ 95% ຂຶ້ນໄປ. 
    ທ່ານ ຫຸມພັນ ຈີລະສັກ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ໃຫ້ສຳພາດວ່າ: ຜ່ານການກະກຽມວຽກງານ 5 ວຽກຫຼັກ ເຫັນວ່າປັດຈຸບັນມີຄວາມພ້ອມໃນການດຳເນີນຂະບວນການແລ້ວ 95% ໃນນັ້ນໄດ້ກະກຽມຂຶ້ນບັນຊີກຸ່ມເປົ້າໝາຍເພື່ອແຈກຢາຍວັກຊິນໃຫ້ບັນດາເມືອງ, ດຳເນີນກອງປະຊຸມຊີ້ແຈງຂັ້ນແຂວງ-ຂັ້ນເມືອງ, ກະກຽມແຜນງົບປະມານ-ຄວາມຕ້ອງການໃນການລົງເຄື່ອນໄຫວຂະບວນການ, ຈັດຕັ້ງການໂຄສະນາປຸກລະດົມຢູ່ທ້ອງຖິ່ນຮາກຖານ ຕິດພັນກັບການໃຫ້ຂໍ້ມູນຂ່າວສານຜ່ານລະບົບສື່ມວນຊົນທຸກຊ່ອງທາງ ເພື່ອໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈ ທັງເຂົ້າຮ່ວມຂະບວນການ ແລະ ກະກຽມການຈັດພິທີເປີດຂະບວນການໃນທົ່ວແຂວງໃນວັນທີ 20 ພຶດສະພາ ແລະ ຈະໃຫ້ສຳເລັດໃນວັນທີ 30 ພຶດສະພາ 2024, ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນ ມີເດັກນ້ອຍກຸ່ມເປົ້າໝາຍໃນເກນອາຍຸ 9 ເດືອນ ຫາ 5 ປີທີ່ຈະໄດ້ຮັບການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍທັງໝົດ 38.853 ຄົນ ແລະ ໄດ້ກໍານົດຈຸດບໍລິການສັກວັກຊິນ ຊຶ່ງມີໂຮງໝໍແຂວງໂຮງໝໍເມືອງ, ໂຮງໝໍນ້ອຍ ແລະ ຈຸດເຄື່ອນທີ່ລົງແຕ່ລະບ້ານ ເພື່ອໃຫ້ເດັກໃນກຸ່ມເປົ້າໝາຍໄດ້ຮັບການສັກວັກຊິນຢ່າງຄົບຖ້ວນ ຍົກເວັ້ນກໍລະນີບໍ່ມີຄວາມພ້ອມທາງດ້ານສຸຂະພາບ ແຕ່ຈະມີການລົງສັກຄືນເມື່ອສຸຂະພາບແຂງແຮງດີ ພ້ອມນີ້ຈະມີການເກັບກຳບັນຊີປະຊາກອນທີ່ເຄື່ອນຍ້າຍເຂົ້າ-ອອກຢ່າງລະອຽດ ເພື່ອບໍ່ໃຫ້ເດັກໃນກຸ່ມເປົ້າໝາຍ ພາດໂອກາດໃນການສັກວັກຊິນປ້ອງກັນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ໃນຂະບວນການວັນສັກຢາກັນພະຍາດແຫ່ງຊາດຄັ້ງນີ້.
    ທ່ານ ຫຸມພັນ ຈີລະສັກ ໃຫ້ຮູ້ຕື່ມວ່າ: ໃນຂະບວນການວັນສັກຢາກັນພະຍາດແຫ່ງຊາດ ຈະມີການດຳເນີນການໃຫ້ວິຕາມິນ A ແລະ ສັກວັກຊິນປ້ອງກັນພະຍາດໃນຮອບວຽນປົກກະຕິໃຫ້ເດັກລຸ່ມ 1 ປີໄປພ້ອມ ເພື່ອຮັບ ປະກັນໃຫ້ແກ່ອັດຕາພູມຄຸ້ມກັນຂອງພະຍາດທີ່ປ້ອງກັນດ້ວຍວັກຊິນນັບມື້ສູງຂຶ້ນ ແລະ ກ້າວໄປສູ່ການລົບລ້າງການລະບາດຂອງພະຍາດໄດ້ໃນອະນາຄົດ. ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງເດັກໃນທົ່ວແຂວງ ນໍາເອົາລູກຫຼານຂອງຕົນມາຮັບການສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍໃນສະຖານທີ່ບໍລິການຢູ່ໃກ້ບ້ານໃນທົ່ວແຂວງ ເພື່ອເຮັດໃຫ້ລູກຫຼານຂອງຕົນມີພູມຄຸ້ມກັນຈາກພະຍາດລະບາດຫຼາຍຂຶ້ນ.  ຂ່າວ: ຫຼວງພະບາງ