ໂດຍ: ວັນເພັງ
ລັດຖະບານກໍຄືຂະແໜງສາທາລະນະສຸກໃນທົ່ວປະເທດຍາມໃດກໍເຫັນຄວາມສຳຄັນຕໍ່ສຸຂະພາບຂອງປະຊາຊົນກໍຄືທຸກໆຄົນໃນສັງຄົມ ໂດຍສະເພາະໃນໄລຍະລະດູຝົນລະຫວ່ງເດືອນ ມິຖຸນາ ຫາ ເດືອນກັນຍາ ຂອງແຕ່ລະປີພະຍາດທີ່ມັກເກີດຂຶ້ນແມ່ນພະຍາດໄຂ້ຍຸງລາຍ ຈຶ່ງເຮັດໃຫ້ຫຼາຍພາກສ່ວນກ່ຽວຂ້ອງໄດ້ຈັດຂະບວນການກຳຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍຢູ່ໃນຊຸມຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນແນໃສ່ປ້ອງກັນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໃນໄລຍະດັ່ງກ່າວໃຫ້ລົດໜ້ອຍຖອຍລົງເທື່ອລະກ້າວ.
ດັ່ງທີ່ທ່ານຮູ້ແລ້ວວ່າ ປັດຈຸບັນບາງມື້ອາກາດຮ້ອນອົບເອົ້າ, ບາງມື້ມີຝົນຕົກເຮັດໃຫ້ໜ້າດິນມີຄວາມຊຸມຊື່ນ ສິ່ງສຳຄັນຝົນຕົກຍັງພາໃຫ້ເກີດມີນໍ້າອັ່ງ-ຂັງຕາມພາຊະນະຕ່າງໆ ຊຶ່ງເປັນໂອກາດດີແກ່ການວາງໄຂ່ຂອງໂຕຍຸງພາໃຫ້ເກີດການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ. ສະນັ້ນ, ທົ່ວສັງຄົມຈົ່ງພ້ອມກັນກຳຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ ຖ້າບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ. ວິທີປ້ອງກັນທີ່ດີທີ່ສຸດສໍາລັບການກຳຈັດແຫຼ່ງເພາະພັນຍຸງລາຍແມ່ນກໍາຈັດບ່ອນວາງໄຂ່ຂອງຍຸງລາຍເປັນຕົ້ນ ແຫຼ່ງທີ່ຢູ່ອາໄສຂອງຍຸງລາຍທີ່ເຮົາຕ້ອງຈໍາກັດມີຄື:ຖ້າຢູ່ໃນເຮືອນຕ້ອງກໍາຈັດບ່ອນເພາະພັນຍຸງລາຍຕາມບໍລິເວນຖ້ວຍຮອງຕີນຕູ້, ໂຖດອກໄມ້ແລະຈານຮອງ, ຖັງເກັບນໍ້າໃສ່, ນໍ້າກິນຫຼືຖັງໃນຫ້ອງນໍ້າ, ພາຊະນະທີ່ເປັນຢາງພລາສຕິກ, ກະປ໋ອງແລະອື່ນໆ.ຖ້າຢູ່ນອກເຮືອນຕ້ອງເກັບມ້ຽນຫຼືຖິ້ມກະປ໋ອງທີ່ບໍ່ໄດ້ໃຊ້, ຢາງຕີນລົດເກົ່າ, ພາຊະນະທີ່ບັນຈຸນໍ້າ, ຕົ້ນໄມ້ທີ່ເປັນຮູຫຼືໂກນ, ຂຸມ, ສະຖານທີ່ກໍ່ສ້າງ, ຝຸ້ຍເກັບນໍ້າຝົນ, ເປືອກຫອຍ, ເປືອກໄມ້,ໃບໄມ້ທີ່ສາມາດເປັນບ່ອນເກັບນໍ້າ, ເຮືອແລະອຸປະກອນອື່ນໆ, ພາຊະນະທີ່ບັນຈຸນໍ້າຝົນຫຼືໃຊ້ສໍາລັບເກັບນໍ້າຄວນຈະປົກປິດຫຼືຖີ້ມໃຫ້ຖືກຕ້ອງ. ສ່ວນພາຊະນະອື່ນໆຄວນຈະບໍ່ໃຫ້ມີນໍ້າຂັງຕ້ອງອະນາໄມແລະຮຸກຖູເພື່ອກຳຈັດໄຂ່ຍຸງຢ່າງໜ້ອຍອາທິດລະຄັ້ງ.ໃນຄວາມເປັນຈິງການມີສ່ວນຮ່ວມຂອງຊຸມຊົນແມ່ນເປັນມາດຕະການປ້ອງກັນທີ່ສໍາຄັນທຸກໆຄອບຄົວມີເປົ້າໝາຍໃນການຫຼຸດຄວາມໜາແໜ້ນຂອງຍຸງລາຍກໍຈະສາມາດຫຼຸດອັດຕາການຕິດເຊື້ອຫຼືຢຸດການສົ່ງເຊື້ອພະຍາດດັ່ງກ່າວໄດ້.
ພ້ອມນັ້ນ, ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ທີ່ສັງຄົມຍັງເຮັດໄດ້ຄືການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຄື: ປິດ ຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາວາງໄຂ່ໃສ່; ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈາກນໍ້າ ແລະ ອື່ນໆ; ປ່ອຍ ປາຫາງນົກຍຸງ ເພື່ອກິນນອນນໍ້າ; ປັບປຸງ ບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ຝາຕຸກນໍ້າ; ປະຕິບັດ ເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ໂຮງໝໍໃກ້ບ້ານທ່ານ.