ກ່ອນຈະມີການນໍາໃຊ້ວັກຊິນປ້ອງກັນພະຍາດໝາກແດງໃຫຍ່ໃນປີ1963 ແລະ ກ່ອນຈະມີຂະບວນການສັກວັກຊິນເປັນວົງກ້ວາງ, ທົ່ວໂລກມີຜູ້ເສຍຊີວິດທຸກໆປີປະມານ 2,6 ລ້ານຄົນ ຍ້ອນພະຍາດໝາກແດງໃຫຍ່.
 - ຍ້ອນວ່າອັດຕາການສັກວັກຊິນໃນທົ່ວໂລກຍັງບໍ່ສູງພໍ, ໃນປີ 2021 ຜ່ານມານີ້ ມີຄົນເສຍຊີວິດຍ້ອນພະຍາດ ໝາກແດງໃຫຍ່ເຖິງ 128.000 ຄົນ ຊຶ່ງສ່ວນຫຼາຍແມ່ນເດັກທີ່ອາຍຸຕໍ່າກວ່າ 5 ປີ ຊຶ່ງເປັນການສູນເສຍທີ່ໜ້າເສຍດາຍເພາະພວກເຮົາມີວັກຊິນປ້ອງກັນພະຍາດດັ່ງກ່າວແລ້ວ.
-ຖ້າມີການລະບາດຂອງພະຍາດໝາກແດງໃຫຍ່, ເດັກທີ່ບໍ່ໄດ້ຮັບວັກຊິນປ້ອງກັນເກືອບທຸກຄົນຈະຕິດເຊື້ອ ພະຍາດນີ້ແນ່ນອນ.
-ຖ້າທ່ານຕິດເຊື້ອພະຍາດໝາກແດງໃຫຍ່ຕອນຖືພາ, ພະຍາດນີ້ສາມາດເຮັດໃຫ້ທ່ານປ່ວຍໜັກ ແລະ ສົ່ງຜົນກະທົບໃຫ້ລູກໃນທ້ອງທ່ານ.
-ຂໍ້ມູນການລະບາດຢູ່ຕ່າງປະເທດທີ່ເກີດຂຶ້ນຜ່ານມາໄດ້ສະແດງໃຫ້ເຫັນເຖິງຄວາມຮ້າຍແຮງ ແລະ ຄວາມ ອັນຕະລາຍຂອງການລະບາດພະຍາດໝາກແດງໃຫຍ່:ໃນປີ 2019 ພະຍາດໝາກແດງໃຫຍ່ໄດ້ມີການລະບາດຢູ່ປະເທດຊາມົວ (ປະເທດທີ່ເປັນເກາະຢູ່ ພາກພື້ນປາຊີຟິກ ແລະ ມີລະບົບສາທາລະນະສຸກຄ້າຍຄືກັບປະທດລາວ). ການລະບາດຄັ້ງນັ້ນມີຜູ້ ຕິດເຊື້ອເຖິງ 5.520 ຄົນ ແລະ ເສຍຊີວິດ 79 ຄົນ. ທົ່ວປະເທດໃນເດັກນ້ອຍທຸກໆ 150 ຄົນ ແມ່ນມີເດັກ 1 ຄົນເສຍຊີວິດຈາກການລະບາດພະຍາດໝາກແດງໃຫຍ່ຄັ້ງນັ້ນ ແລະ  ໃນປີ 2019 ພະຍາດໝາກແດງໃຫຍ່ໄດ້ມີການລະບາດຢູ່ປະເທດນິວຊີແລນ. 40% ຂອງເດັກນ້ອຍ ທີ່ຕິດເຊື້ອພະຍາດໝາກແດງໃຫຍ່ໃນຄັ້ງນັ້ນຕ້ອງໄດ້ເຂົ້າປິ່ນປົວຢູ່ໂຮງໝໍ. ປະເທດນິວຊີແລນເປັນປະເທດທີ່ມີລະບົບສາທາລະນະສຸກທີ່ທັນສະໄໝ ແລະ ຖືວ່າຍັງໂຊກດີທີ່ບໍ່ມີຜູ້ເສຍຊີວິດໃນຄັ້ງນັ້ນ.
(ໂດຍ: ຕຸໄລເພັດ)