ເມື່ອບໍ່ດົນມານີ້ທີ່ສະຖາບັນສາທາລະນະສຸກສາດ ກະຊວງສາທາລະນະສຸກໄດ້ຈັດພິທີປິດຮຽນທິດສະດີການເມືອງຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ I ປະຈຳປີ 2024 ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 4 ມີນາ ຫາວັນທີ 5 ມິຖຸນາຜ່ານມາ ໂດຍການເປັນປະທານຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ຊຸກອົບຮົມຄັ້ງນີ້ມີສຳມະນາກອນເຂົ້າຮ່ວມທັງໝົດ60 ຄົນ ຍິງ 26 ຄົນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ-ຄຸ້ມຄອງ ແລະ ການພົວພັນປະສານ ງານໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຫຼາຍຂຶ້ນ.
    ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດໄດ້ໃຫ້ກຽດໂອ້ລົມວ່າ: ຫຼັກມູນທິດສະດີການເມືອງ-ການປົກຄອງໃນໄລຍະໃໝ່ນັ້ນບໍ່ພຽງແຕ່ຍົກລະດັບທາງດ້ານທິດສະດີເທົ່ານັ້ນ, ສິ່ງສຳຄັນໃນການຮຽນທິດສະດີໃນຄັ້ງນີ້ຍັງໄດ້ສ້າງທັດສະນະຫຼັກໝັ້ນ, ມີຈຸດຢັ້ງຢືືນ, ມີຈິນຕະນາການໃໝ່ໃນການສັງເກດຕີລາຄາບັນຫາຕ່າງໆຢ່າງຖືກຕ້ອງ ແລະ ເປັນການຕີຖອຍບັນຫາທີ່ຫຍໍ້ທໍ້ໃນສັງຄົມເຊັ່ນ: ແນວຄິດປຽບທຽບຊັ່ງຊາເຫັນແກ່ຕົນເອງໜັກໄປທາງຜົນປະໂຫຍດ ແລະ ອື່ນໆທີ່ເກີດຂຶ້ນ. ອີກດ້ານໜຶ່ງຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກ ແລະ ເປັນພະນັກງານທີ່ດີຂອງກະຊວງສາທາລະນະສຸກ ເປັນຜູ້ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາທຳແພດທີ່ຖືກຕ້ອງ, ເປັນຜູ້ຊ່ວຍການນຳຂອງຕົນ, ເປັນຜູ້ທີ່ມະຫາຊົນໄວ້ເນື້ອວາງໃຈ ແລະ ເປັນຜູ້ກຳແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ໂດຍສະເພາະຕ້ອງຮູ້ແຈ້ງທິດທາງຍຸດທະສາດລວມ, ໃນພິທີຄະນະປະທານໄດ້ມອບໃບຢັ້ງຢືນໃຫ້ສຳມະກອນຕື່ມອີກ.
ຂ່າວ: ສູນຂ່າວສານການແພດສຸຂະສຶກສາ