ວັນທີ 14 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍນະຄອນຫຼວງວຽງຈັນ(ນວ) ໄດ້ຈັດງານສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14ມິຖຸນາ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນຮອງນາຍົກລັດຖະມົນຕີຜູ້ຊີ້ນໍາຂົງເຂດວຽກງານວັດທະນະທຳ-ສັງຄົມມີ, ທ່ານ ຄໍາລາວັນ ຈັນທະລາວັນປະທານອົງການກາແດງແຫ່ງຊາດລາວທັງເປັນຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ພ້ອມດ້ວຍຄະນະນໍາຂັ້ນສູງ ຂອງກະຊວງ, ອົງການຈັດຕັ້ງອ້ອມຂ້າງສູນກາງ,ພະນັກງານ, ທະຫານຕໍາຫຼວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ຊຶ່ງຢູ່ປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງ, ເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ທີ່ເຂົາເຈົ້າໄດ້ມອບຂອງຂວັນ ທີ່ມີຄ່າທີ່ສຸດໃນຊີວິດ ນັ້ນຄື ການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນ ຂອງການບໍລິຈາກເລືອດສະໝໍ່າສະເໝີ, ເລືອດ ແລະ ຜະລິດຕະພັນເລືອດ ທີ່ໄດ້ຮັບບໍລິຈາກໃນແຕ່ລະປີຢູ່ທົວໂລກສາມາດຊ່ວຍຊີວິດຄົນເຈັບທີ່ຕ້ອງການນໍາໃຊ້ເລືອດ ຈາກແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງຈາກພະຍາດໄຂ້ຍຸງ(Malaria), ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນໄພທາງທໍາມະຊາດ ລວມເຖິງການຜ່າຕັດຊະນິດຕ່າງໆນັບຫຼາຍລ້ານຄົນ.
ສໍາລັບແນວຄວາມຄິດ ຂອງວັນຜູ້ບໍລິຈາກເລືອດໂລກໃນປີ2024 ຄື: ການປຸກລະດົມໃຫ້ມີການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ພ້ອມທັງເປັນການປູກຈິດສໍານຶກໃຫ້ສັງຄົມປະກອບໃນການບໍລິຈາກເລືອດຫຼາຍຂຶ້ນ ເພື່ອຊ່ວຍຊີວິດເພື່ອນມະນຸດດ້ວຍກັນ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເຜື່ອແຜ່, ມີຄວາມສາມັກຄີ, ມີສຸຂະພາບທີ່ດີ ແລະ ຄຳຂວັນຂອງວັນຜູ້ບໍລິຈາກເລືອດປີນີ້ ຄື:“20ປີ ແຫ່ງການສະເຫຼີມສະຫຼອງການໃຫ້: ໃຫ້ເລືອດ ໃຫ້ຊີວິດ, ຂອບໃຈຜູ້ບໍລິຈາກເລືອດທຸກທ່ານ” (“ 20 years of celebrating of giving: Thanks blood donors”).
ວັນຜູ້ບໍລິຈາກເລືອດປີນີ້ ແມ່ນເນັ້ນເຖິງຜູ້ຄົນໃນທົ່ວໂລກໄດ້ເລີ່ມຕົ້ນເປັນຜູ້ບໍລິຈາກເລືອດ ແລະເປັນຜູ້ບໍລິຈາກເລືອດຢ່າງເປັນປະຈໍາ ເພື່ອສະເຫຼີມສະຫຼອງວັນທີ14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກໃຫ້ກວ້າງຂວາງ ຢູ່ສູນກາງ ແລະ ບັນດາແຂວງອື່ນໆທົ່ວປະເທດ ກໍຈະມີກິດຈະກໍາແບບນີ້ຕາມເວລາທີ່ເໝາະສົມເຊັ່ນກັນ. 
ທ່ານກິແກ້ວ ໄຂຄໍາພິທູນ ກ່າວວ່າ: ສຳລັບ ສປປ ລາວ, ການປຸກລະດົມຂົນຂວາຍບໍລິຈາກເລືອດແມ່ນໄດ້ຮັບການສະໜັບສະໜູນແລະ ເຂົ້າຮ່ວມຈາກສັງຄົມທຸກຂະແໜງການຢ່າງກວ້າງຂວາງ ແຕ່ສູນກາງຮອດທ້ອງຖີ່ນ ແລະ ເຫັນວ່າມີລັກສະນະພົ້ນເດັ່ນເຊັ່ນ: ຂະບວນການບໍລິຈາກເລືອດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ສູນກາງກໍາມະບານລາວ, ສູນກາງສະຫະພັນແມ່ຍິງ ແລະບັນດາການຈັັດຕັ້ງຂອງລັດ ລວມເຖິງບັນດາສະຖາບັນການສຶກສາຂັ້ນຕ່າງໆ,ພາກສ່ວນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກຸ່ມບໍລິສັດທຸລະກິດ, ກຸ່ມບໍລິສັດຕັດຫຍິບ ແລະ ສູນການຄ້າໄດ້ມີການເຂົ້າຮ່ວມຂະບວນການບໍລິຈາກເລືອດຢ່າງຕໍ່ເນື່ອງ ເປັນປະຈໍາໃນຫຼາຍປີທີ່ຜ່ານມາ ໂດຍໄດ້ມີຜູ້ບໍລິຈາກເລືອດແບບປະຈຳຫຼາຍຄັ້ງກວມເອົາ 60% ຂອງຈໍານວນຜູ້ບໍລິຈາກເລືອດທັງໝົດ ເດັ່ນກວ່າແມ່ນມີຜູ້ບໍລິຈາກເລືອດສະສົມໄດ້ 70-80 ກວ່າຄັ້ງແລ້ວ.ຢູ່ໃນລະດັບແຂວງ ແລະ ເມືອງ ໃນທົ່ວປະເທດ ກໍໄດ້ມີການປະກອບສ່ວນເຂົ້າໃນຂະບວນການບໍລິຈາກເລືອດຢ່າງເປັນຂະບວນການຟົດຟື້ນ, ມີລັກສະນະເພີ່ມຂຶ້ນ ແລະ ການປະກອບສ່ວນຂອງຜູ້ບໍລິຈາກເລືອດຫຼາຍເທື່ອກໍມີລັກສະນະເພີ່ມຂື້ນເຊັ່ນດຽວກັນ ເດັ່ນກວ່າໝູ່ ກໍແມ່ນຢູ່ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບຸລີ, ບໍລິຄໍາໄຊ, ແຂວງວຽງຈັນ, ແຂວງຄໍາມ່ວນ, ແຂວງເຊກອງ, ອັດຕະປື ແລະ ແຂວງສາລະວັນ.ປີ2023 ແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ຕ້ອງໃຫ້ບັນລຸ 73.000 ຖົງ. ພາກປະຕິບັດຕົວຈິງ ໄດ້ເລືອດທັງໝົດ 73.023 ຖົງ, ເທົ່າກັບ 100% ຂອງແຜນການ, ໃນປີ2024 ນີ້, ສະພາແຫ່ງຊາດ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ຕ້ອງໃຫ້ບັນລຸ 78.000 ຖົງ, ໃນນີ້ ສູນກາງຕ້ອງໃຫ້ບັນລຸ 33.300ຖົງ ແລະ ທ້ອງຖິ່ນ ຕ້ອງໃຫ້ບັນລຸ 44.700ຖົງ ໂດຍໄດ້ແບ່ງໂຕເລກໃຫ້ແຕ່ລະແຂວງນໍາໄປຈັດຕັ້ງປະຕິບັດ. ໃນແຕ່ປີ ກໍຈະມີການເພີ່ມຂຶ້ນຮອດປີ2030 ຕ້ອງໃຫ້ບັນລຸ 120.000ຖົງ ແລະ ການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສີ່ງຕອບແທນໃຫ້ກວມເອົາເປັນສວ່ນໃຫຍ່.
ໂອກາດວັນທີ່ມີຄວາມໝາຍສໍາຄັນ 14ມິຖຸນາ ວັນຜູ້ບໍລິຈາກເລືອດໂລກ ທີ່ໝູນວຽນມາອີກຄັ້ງໜຶ່ງ, ທ່ານ ຄໍາລາວັນ ຈັນທະລາວັນ ຂໍສະແດງຄວາມຮູ້ບຸນຄຸນ ແລະຂອບໃຈມາຍັງບຸກຄົນ ກໍຄືການຈັດຕັ້ງທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການບໍລິຈາກເລືອດຢ່າງຕັ້ງໜ້າ ທັງບໍລິຈາກເລືອດທັງເຮັດການປຸກລະດົມເຊີນຊວນ ປະກອບສ່ວນດ້ານວັດຖຸປັດໄຈ ເຂົ້າໃນກິດຈະກຳວັນຜູ້ບໍລິຈາກເລືອດແຕ່ລະປີ. 
ໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄໍາພິທູນໃນນາມຕາງໜ້າລັດຖະບານ ຮຽກຮ້ອງ ມາຍັງການຈັດຕັ້ງ ແລະທຸກຊັ້ນຄົນ ໃນທົ່ວສັງຄົມ ເອົາໃຈໃສ່ເປັນເຈົ້າການ ບາງຈຸດສຸມ ຄື: 1. ຂໍໃຫ້ທຸກໆການຈັດຕັ້ງແລະທຸກໆຊັ້ນຄົນ ແຕ່ສູນກາງລົງຮອດທ້ອງຖິ່ນຈົ່ງສືບຕໍ່ສ້າງຄວາມຮັບຮູ້ເຂົ້າໃຈ ກ່ຽວກັບຄວາມສຳຄັນ ແລະຄວາມຈຳເປັນຂອງການບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນໃຫ້ສູງຂື້ນ, 2. ຮຽກຮ້ອງມາຍັງຜູ້ທີ່ເຄີຍບໍລິຈາກເລືອດມາກ່ອນແລ້ວຈົ່ງສືບຕໍ່ປະກອບສ່ວນເຂົ້າຮ່ວມຂະບວນການບໍລິຈາກເລືອດຢ່າງຕໍ່ເນື່ອງ ພ້ອມທັງຮັກສາດູແລຮັກສາສຸຂະພາບຂອງຕົນເອງ ຢ່າງສະໝໍ່າສະເໝີ ເພື່ອສືບຕໍ່ບໍລິຈາກເລືອດ;ສໍາລັບຜູ້ທີ່ຍັງບໍ່ເຄີຍບໍລິຈາກເລືອດ ກໍຂໍໃຫ້ປະກອບສ່ວນເຂົ້າໃນຂະບວນການອັນສຳຄັນນີ້, ສ້າງຄວາມເຂົ້າໃຈໃຫ້ຫຼາຍຂຶ້ນ ແລ້ວໃຫ້ກາຍເປັນຜູ້ສະໝັກໃຈບໍລິຈາກເລືອດ, 3. ສະເໜີໃຫ້ສື່ມວນຊົນທຸກຂະແໜງການ ຈົ່ງສືບຕໍ່ໂຄສະນາ ໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານເລືອດຫຼາຍຂຶ້ນ ໂດຍຜ່ານບົດຂຽນ,ບົດປະພັນ ແລະວຽກດີຄົນເດັ່ນດັ່ງທີ່ໄດ້ປະຕິບັດມາ; 4. ຮຽກຮ້ອງມາຍັງ ຜູ້ປຸກລະດົມບໍລິຈາກເລືອດຕາມສະຖານທີ່ຕ່າງໆ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ປຸກລະດົມ ພະນັກງານ ສະມາຊິກໃນການຈັດຕັ້ງຂອງຕົນ ໃນການເຂົ້າຮ່ວມຂະບວນການ ແລະ ບໍລິຈາກເລືອດຢ່າງເປັນປະຈໍາ ແລະ ຕໍ່ເນື່ອງ, 5. ຮຽກຮ້ອງຄະນະພັກ, ຄະນະນໍາທຸກຂັ້ນແຕ່ສູນກາງຮອດທ້ອງຖິ່ນຈົ່ງໄດ້ເປັນເຈົ້າການປະກອບສ່ວນຊຸກຍູ້ຂະບວນການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນຢູ່ພາຍໃນກົມກອງຂອງຕົນໃຫ້ຫຼາຍຂຶ້ນ, 6. ສະເໜີໃຫ້ວິຊາການທີ່ກ່ຽວຂ້ອງທຸກຂັ້ນ ຈົ່ງເອົາໃຈໃສ່ຕໍ່ການສ້າງຄວາມເພິ່ງພໍໃຈ, ຄວາມປະທັບໃຈໃຫ້ແກ່ຜູ້ບໍລິຈາກເລືອດດ້ວຍຄວາມເປັນມິດ, ຄວາມເປັນກັນເອງ ໃນການເຮັດວຽກຮ່ວມກັນ, 7. ສະເໜີແພດໝໍຜູ້ນຳໃຊ້ເລືອດຈົ່ງໄດ້ເຂົ້າໃຈເຖິງຄວາມໝາຍທີ່ວ່າ ເລືອດປອດໄພ ແລະ ພຽງພໍ, ໂດຍນຳໃຊ້ເລືອດຢ່າງເໝາະສົມ ແລະສົມເຫດສົມຜົນ,ບໍ່ຟຸ່ມເຟືອຍ.
ພ້ອມດຽວກັນນີ້ກໍເປັນເຈົ້າການເຂົ້າຮ່ວມໃນການປຸກລະດົມບໍລິຈາກເລືອດຮ່ວມກັບໜ່ວຍງານເລືອດຢູ່ຕາມສະຖານທີ່ຕ່າງໆພ້ອມທັງລະດົມໃຫ້ບັນດາແພດໝໍຮ່ວມບໍລິຈາກເລືອດນຳຕື່ມອີກເພື່ອເປັນແບບຢ່າງທີ່ດີຕໍ່ສັງຄົມ. ພາຍໃນງານຍັງມີການມອບໃບຍ້ອງຍໍໃຫ້ແກ່ກົມກອງ-ການຈັດຕັ້ງທີ່ດີເດັ່ນໃນການປຸກລະດົມບໍລິຈາກເລືອດ ແລະ ຜູ້ບໍລິຈາກເລືອດຫຼາຍຄັ້ງລວມທັງບໍລິສັດ-ຫົວໜ່ວຍທຸລະກິດທີ່ໄດ້ປະກອບສ່ວນສະໜັບສະໜູນໃນການຈັດງານນໍາອີກ ແລະ ຄາດຄະເນວ່າ ຈະໄດ້ຮັບການບໍລິຈາກເລືອດຫຼາຍກວ່າ 500ຖົງ.
(ຂ່າວ-ພາບ: ແສງຈັນ)