ຮຽບຮຽງໂດຍ: ຕະວິນຍານ
ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1987 ທ່ານ ເວົ້າວ່າ: ປະຫວັດສາດແຫ່ງການຍືນຍົງຄົງຕົວ ແລະ ຂະຫຍາຍຕົວຂອງຊາດໜຶ່ງນັ້ນ ແມ່ນຂະບວນວິວັດແຫ່ງການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ປະດິດສ້າງໃນການອອກ ແຮງງານຂອງຊາດດັ່ງກ່າວ ໂດຍສະເພາະແມ່ນການເພີ່ມຜະລິດຕະພາບຂອງງານ ຊຶ່ງໃນນີ້ ປັດໄຈສຸຂະພາບມີຄວາມ ໝາຍສໍາຄັນທີ່ສຸດ ປະຊາຊົນລາວເຮົາກໍມີມູນເຊື້ອແຕ່ໃດໆມາ ທີ່ຖືວ່າສຸຂະພາບແມ່ນສິ່ງທີ່ປະເສີດ ແລະ ມີຄຸນຄ່າເໜືອ ກວ່າເງິນຄໍາ ຊຶ່ງສະແດງອອກໃນ ຄໍາເວົ້າຄໍາທໍາອິດເວລາພົບພໍ້ກັນຄື “ສະບາຍດີ” ຫຼື “ຢູ່ດີມີແຮງບໍ່?” ຫຼື ຄໍາເວົ້າທີ່ວ່າ “ສຸກກາຍສະບາຍໃຈ”. ພ້ອມນີ້ ທ່ານໄດ້ກ່າວເນັ້ນວ່າ: ພັກ, ລັດເຮົາໄດ້ມອບພາລະໜ້າທີ່ເບິ່ງແຍງດູແລ ແລະ ປົກປັກຮັກສາສຸຂະພາບປະຊາຊົນບັນດາເຜົ່າ ໃຫ້ຂະແໜງການສາທາລະນະສຸກຮັບຜິດຊອບໂດຍກົງ, ອັນນີ້ ແມ່ນພາລະໜ້າທີ່ອັນໜັກໜ່ວງ ແລະ ທັງແມ່ນ ກຽດອັນໃຫຍ່ຫຼວງສະຫງ່າທີ່ສຸດ ຂອງພະນັກງານພາລະກອນ ໃນທົ່ວຂະແໜງສາທາ ລະນະສຸກ. ພະນັກງານແພດໝໍຕ້ອງກຳແໜ້ນຫ້າທິດນໍາສາທາລະນະສຸກຂອງພັກຄື: ສາທາລະນະສຸກຕ້ອງຮັບໃຊ້ການຜະລິດ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັບໃຊ້ສອງໜ້າທີ່ຍຸດທະສາດ ຮັບໃຊ້ວຽກງານກໍ່ສ້າງຄົນໃໝ່ສັງຄົມນິຍົມ;
ວຽກງານສາທາລະນະສຸກຕ້ອງຮັບໃຊ້ຢ່າງຕັ້ງໜ້າ ກ່ຽວກັບນະໂຍບາຍຕໍ່ບັນດາ ເຜົ່າຂອງພັກ; ຕ້ອງປະຕິບັດວຽກງານກັນພະຍາດຢ່າງຕັ້ງໜ້າ; ຕ້ອງປະສານສົມທົບການແພດທັນສະໄໝກັບການແພດພື້ນເມືອງ ແລະ ຢາພື້ນເມືອງ, ກໍ່ສ້າງພື້ນຖານສາທາລະນະສຸກທີ່ມີລັກສະນະຊາດ ແລະ ທັນສະໄໝ; ຕ້ອງອີງໃສ່ມະຫາຊົນເພື່ອກໍ່ສ້າງພື້ນຖານສາທາລະນະສຸກທົ່ວປວງຊົນ. ຈາກແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ແລະ ເຫດຜົນດັ່ງທີ່ໄດ້ກ່າວມານັ້ນ,ກະຊວງສາທາລະນະສຸກ ໄດ້ນຳສະເໜີຕໍ່ສະພາແຫ່ງຊາດ ແລະ ໄດ້ຮັບການເຫັນດີໃຫ້ບັນຈຸເຂົ້າໃນກົດໝາຍປິ່ນປົວສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດທີ 10, ມາດຕາ 76 ໄດ້ກຳນົດເອົາວັນທີ 18 ມິຖຸນາ ເປັນວັນແພດລາວ (ສູນກາງພັກໄດ້ມີນະໂຍບາຍ “ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ, ວັນທີ 18 ມິຖຸນາ 1965 ໄດ້ຕົກລົງແຍກຂະແໜງການສາທາລະນະສຸກ ອອກຈາກເສນາຮັກ ຊຶ່ງເປັນໜໍ່ແໜງແກ່ການສ້າງກະຊວງສາທາລະນະສຸກໃນໄລຍະຕໍ່ມາ.