ໂດຍ: ວັນເພັງ
ການປ້ອງກັນຕົນເອງຈາກພະຍາດໄຂ້ຍຸງລາຍເປັນສິ່ງສຳຄັນຫຼາຍ ໂດຍສະເພາະໃນໄລຍະດູຝົນນີ້ ເນື່ອງຈາກວ່າພະຍາດໄຂ້ຍຸງລາຍແມ່ນມັກເກີດຂຶ້ນ ແລະ ແຜ່ລະບາດໃນໄລຍະລະດູຝົນຫຼາຍທີ່ສຸດ. ສະນັ້ນ, ເພື່ອປ້ອງກັນຕົນເອງ ແລະ ຄົນໃນຄອບຄົວຂອງທ່ານບໍ່ໃຫ້ເປັນພະຍາດໄຂ້ຍຸງລາຍຕ້ອງປ້ອງກັນຕົນເອງດ້ວຍການປະຕິບັດຫຼາຍວິທີຢ່າງເຂັ້ມງວດ.
ໂດຍສະເພາະການນອນກໍຕ້ອງນອນໃນມຸ້ງທັງກາງເວັນ ແລະ ກາງຄືນ, ຕ້ອງນຸ່ງໂສ້ງຂາຍາວ, ເສື້ອແຂນຍາວແມ່ນດີທີ່ສຸດ ເພື່ອປ້ອງກັນບໍ່ໃຫ້ຍຸງກັດ, ທາຢາກັນຍຸງ, ຈູດທູບໄລ່ຍຸງ, ໃສ່ຕາໜ່າງກັນຍຸງໃນປະຕູ ແລະ ປ້ອງຢ້ຽມ ເພື່ອບໍ່ໃຫ້ຍຸງເຂົ້າມາໃນເຮືອນໄດ້. ໃນນັ້ນ, ສິ່ງສຳຄັນທຸກໆຄົນໃນຄອບຄົວຕ້ອງເປັນເຈົ້າການປະຕິບັດຫຼັກການ 5 ປ ໃຫ້ເປັນປະຈໍາ ເພື່ອປ້ອງກັນພະຍາດດັ່ງກ່າວ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ເປັນຕົ້ນປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນໍ້າ ແລະ ອື່ນໆ; ປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າ; ປັບປຸງບໍ່ໃຫ້ມີນໍ້າຄ້າງ, ຂັງໃນກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ຝາກະຕຸກນໍ້າ; ປະຕິບັດເປັນປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍແຂວງ, ເມືອງ, ສູນກາງ ຫຼື ໂຮງໝໍນ້ອຍ, ສຸກສາລາໃກ້ບ້ານທ່ານ.
ສິ່ງທີ່ກ່າວມາຂ້າງເທິງນັ້ນກໍເປັນວິທີປ້ອງກັນຕົນເອງຈາກພະຍາດໄຂ້ຍຸງລາຍທີ່ງ່າຍໆ ສາມາດເຮັດໄດ້ເປັນປະຈຳ ເຊື່ອແນ່ວ່າຖ້າທ່ານປະຕິບັດໄດ້ກໍຈະເຮັດໃຫ້ທ່ານ ແລະ ຄົນໃນຄອບຄົວບໍ່ເປັນພະຍາດໄຂ້ຍຸງລາຍ. ແນວໃດກໍຕາມບໍ່ຄວນຖືເບົາ, ຖ້າຮູ້ສຶກບໍ່ສະບາຍບໍ່ຄວນຊື້ຢາມາກິນເອງ, ຄວນໄປພົບແພດໝໍໂດຍດ່ວນ ເພື່ອກິນຢາຕາມແພດສັ່ງ, ປິ່ນປົວໃຫ້ຖືກວິທີ ແລະ ທັນເວລາ.
(ຂໍ້ມູນຈາກ: ກະຊວງສາທາລະນະສຸກ)