ໂດຍ: ວັນເພັງ
ປັດຈຸບັນເຂົ້າສູ່ໄລຍະລະດູຝົນ ພະຍາດທີ່ເຮົາຄວນລະວັງ ແລະ ມີສະຕິປ້ອງກັນ ກໍຄືພະຍາດໄຂ້ຍຸງລາຍ ເພາະຝົນຕົກຈະມີນໍ້າຂັງເຮັດໃຫ້ມີການແຜ່ລະບາດຂອງພະຍາດໄຂ້ຍຸງລາຍກວ່າລະດູອື່ນ. ໃນນັ້ນ,ຍັງເປັນໄລຍະການແຜ່ພັນຂອງຍຸງລາຍໄດ້ງ່າຍ ໂດຍສະເພາະເຫັນໄດ້ວ່າພະຍາດໄຂ້ຍຸງລາຍຍັງມີການແຜ່ລະບາດຢູ່ຫຼາຍແຂວງໃນທົ່ວປະເທດນັບມື້ເພີ່ມຂຶ້ນແລະ ບໍ່ມີທ່າທີ່ຈະຫຼຸດລົງ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 29 ມິຖຸນາ 2024 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 5.127 ຄົນ, ຕິດເຊື້ອໃໝ່ 47 ຄົນ, ແຂວງທີ່ຕິດເຊື້ອພະຍາດໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນແຂວງເຊກອງ 1.404 ຄົນ, ນະຄອນຫຼວງວຽງຈັນ 1.115 ຄົນ, ແຂວງຫຼວງພະບາງ 503 ຄົນ ແລະ ແຂວງອື່ນໆຕາມລຳດັບ. ສະນັ້ນ, ຂໍໃຫ້ທົ່ວສັງຄົມມີສະຕິປ້ອງກັນຕົນເອງເປັນປະຈຳ ແລະ ສິ່ງທີ່ຍັງສືບຕໍ່ປະຕິບັດໄດ້ຄືຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ເປັນຕົ້ນປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນໍ້າ ແລະ ອື່ນໆ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ປັບປຸງບໍ່ໃຫ້ມີນໍ້າຄ້າງ, ຂັງໃນກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ຝາກະຕຸກນໍ້າ; ປະຕິບັດເປັນປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ.
ບາງທ່ານອາດຍັງບໍ່ທັນຮູ້ວ່າອາການຂອງພະຍາດໄຂ້ຍຸງລາຍເປັນແນວໃດ ສຳລັບພະຍາດໄຂ້ຍຸງລາຍມີອາການຄ້າຍຄືໄຂ້ຫວັດ ແລະ ມີອາການປະມານ 2-7 ມື້. ພາຍຫຼັງຍຸງກັດ 4-10 ມື້ ຊຶ່ງຈະມີໄຂ້ສູງເຖິງ 40 ອົງສາ ມີຢ່າງໜ້ອຍ 2 ອາການຄື: ເຈັບຫົວ, ປວດຮາກ, ຮາກ, ເຈັບເບົ້າຕາ, ເຈັບປວດກ້າມຊີ້ນ, ມີຜື່ນ. ສະນັ້ນ, ຖ້າທ່ານ ຫຼື ຄົນໃນຄອບຄົວຂອງທ່ານຮູ້ສຶກບໍ່ສະບາຍ ຫຼື ເປັນໄຂ້ບໍ່ຄວນຖືເບົາຄວນຮີບຮ້ອນໄປພົບແພດໝໍໃກ້ບ້ານທ່ານໂດຍດ່ວນເຊັ່ນ: ໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາ ຫຼື ສະຖານທີ່ໃຫ້ບໍລິການຕ່າງໆໃກ້ບ້ານທ່ານເພື່ອປິ່ນປົວໃຫ້ຖືກວິທີ, ທັນເວລາ ແລະ ກິນຢາຕາມແພດສັ່ງ.