ໃນລະຫວ່າງວັນທີ 28-30 ມິຖຸນາຜ່ານມາສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວລາວ, ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດການບິນລາວ ຈັດງານສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ຫົວຂໍ້ “Let' Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ” ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ(ນວ) ໂດຍມີທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຮອງປະທານສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ຜູ້ຊ່ວຍອໍານວຍການສູນການຄ້າວຽງຈັນເຊັນເຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ການຈັດງານຄັ້ງນີ້ ໄດ້ຈັດຂຶ້ນເປັນຄັ້ງທີ 4 ແນໃສ່ສົ່ງເສີມຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ທຸລະກິດທ້ອງຖິ່ນພາຍໃນປະເທດໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຄຶກຄື້ນດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ    ໃນພິທີຜູ້ເຂົ້າຮ່ວມຍັງມີສິດຮ່ວມລຸ້ນຮັບລາງວັນປີ້ຍົນພາຍໃນປະເທດ, ບັດເຂົ້າສະປາ, ລອຍນໍ້າ ແລະ ຫ້ອງພັກໂດຍບໍ່ເສຍຄ່າຢູ່ຫຼາຍສະຖານທີ່ທ່ອງທ່ຽວ ແລະ ໂຮງແຮມຈາກຜູ້ປະກອບການດ້ານການທ່ອງທ່ຽວທີ່ໄດ້ນຳເອົາຜະລິດຕະພັນຂອງຕົນມາວາງສະແດງ ພຽງແຕ່ຈອງແພັກເກັດທ່ອງທ່ຽວພາຍໃນງານ. ຫຼັງຈາກນັ້ນ, ນຳໃບບິນ ຫຼືຫຼັກຖານການຈອງມາຂຽນຄູປ່ອງປ່ອນຊີງໂຊກໄດ້ທີ່ຫ້ອງວາງສະແດງ Exo Travel Laos ແລະ ຈະມີການຈັບສະຫຼາກປະກາດຜົນລາງວັນຜ່ານຊ່ອງທາງ Facebook Page Vientiane Center.
ຂ່າວ: ກິດຕາ