ກອງປະຊຸມສາທາລະນະສຸກສາກົນຄັ້ງທີ14 ຂອງບັນດາປະເທດລຸ່ມແມ່ນ້ຳຂອງ ຫຼື ICPH-GMS14 ໄດ້ຈັດຂຶ້ນໃນທ້າຍເດືອນ ມິຖຸນາ ທີ່ໂຮງແຮມພູລແມນ ນະຄອນຫຼວງພະບາງແຂວງວງພະບາງ, ຈັດໂດຍຄະນະສາທາລະນະສຸກສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ສປປ ລາວ ແລະ ເປັນເຈົ້າພາບຮ່ວມກັນໂດຍ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ (LaoTPHI); ພາຍໃຕ້ການຊີ້ນໍາ ນໍາພາ ໂດຍ ທ່ານ ນາງວັນພະນອມ ສີຈະເລີນຄະນະບໍດີ ຄະນະສາທາລະນະສຸກສາດ, ມວສ.
ກອງປະຊຸມດັ່ງກ່າວ ແມ່ນແນໃສ່ເສີມຂະຫຍາຍການສຶກສາ ແລະ ການຄົ້ນຄວ້າທາງດ້ານສາທາລະນະສຸກ ພ້ອມທັງສົ່ງເສີມການແລກປ່ຽນດ້ານຕ່າງໆລະຫວ່າງບັນດານັກຄົ້ນຄວ້າ ແລະ ນັກສຶກສາຈາກມະຫາວິທະຍາໄລຫຼາຍແຫ່ງຂອງບັນດາປະເທດລຸ່ມນໍ້າຂອງເຊັ່ນ: ປະເທດໄທ, ຫວຽດນາມ, ສປປ ລາວ, ຈີນ, ກຳປູເຈຍ ແລະ ມຽນມາ. ບັນດາມະຫາວິທະຍາໄລທີ່ເປັນເຄືອຄ່າຍໄດ້ເຮັດວຽກຮ່ວມກັນເພື່ອເສີມຂະຫຍາຍຄວາມສາມາດຂອງພາກພື້ນໃນການແກ້ໄຂສິ່ງທ້າທາຍດ້ານສາທາລະນະສຸກ ໂດຍຜ່ານການສຶກສາ, ການຄົ້ນຄ້ວາ ແລະການເຜີຍແຜ່ດ້ານນະໂຍບາຍເພື່ອສຸຂະພາບໃນພາກພື້ນ. ໃນປີນີ້, ກອງປະຊຸມໄດ້ແນໃສ່ວຽກງານແກ້ໄຂບັນຫາສາທາລະນະສຸກອີງຕາມສະພາບການຂອງໂລກ ພາຍໃຕ້ຫົວຂໍ້ “ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ຜ່ານການປັບຕົວຕໍ່ການປ່ຽນແປງຂອງດິນຟ້າອາກາດ, ການສົ່ງເສີມໂພຊະນາການ, ຄວາມສະເໝີພາບດ້ານສຸຂະພາບ”.
ກອງປະຊຸມ GMS14 ຄັ້ງນີ້້ ໄດ້ເນັ້ນໜັກເຖິງການຮ່ວມມືທີ່ເຂັ້ມແຂງກ່ຽວກັບການແບ່ງປັນຄວາມຮູ້ດ້ານສຸຂະພາບສາທາລະນະລະຫວ່າງນັກຄົ້ນຄວ້າ, ຜູ້ບໍລິການນະໂຍບາຍ ແລະ ບັນດາຄູ່ຮ່ວມພັດທະນາ ແລະ ກອງປະຊຸມດັ່ງກ່າວໄດ້ປະສົບຜົນສຳເລັດຢ່າງຈົບງາມ ຜ່ານການເຊື່ອມປະສານກັບເຄືອຂ່າຍ ແລະ ການຮ່ວມມືເພື່ອການພັດທະນາສຸຂະພາບໃນພາກພື້ນ ດ້ວຍການສະໜັບສະໜູນຈາກຫຼາຍພາກສ່ວນ ເຊັ່ນ: ຄະນະກຳມະການການແພດຂອງຈີນ (CMB), USAID, ອົງການ CRS ປະຈຳລາວ, ມະຫາວິທະຍາໄລ Purdue, ມະຫາວິທະຍາໄລ Indiana ແລະ Laser Pulse ຈາກອາເມລິກາ.
(ຂ່າວ: ອວສ)