ໂດຍ: ວັນເພັງ
ເມືອງໄຊເສດຖາເປັນໜຶ່ງເມືອງທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍເປັນອັນດັບ 4 ໃນ 9 ຕົວເມືອງນະຄອນຫຼວງວຽງຈັນ (ນວ) ປັດຈຸບັນເມືອງດັ່ງກ່າວມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 200 ຄົນ. ໃນນັ້ນ, ເສຍຊີວິດ 2 ຄົນ. ສະນັ້ນ, ສາທາລະນະສຸກເມືອງໄຊເສດຖາ ຈຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆໃນການປ້ອງກັນພະຍາດໄຂ້ຍຸງລາຍ ເພື່ອປ້ອງກັນບໍ່ໃຫ້ລູກ-ຫຼານ ຫຼືປະຊາຊົນເປັນພະຍາດໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ.
ທ່ານຈັນທະໄລ ໄຊຍະວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນທົ່ວນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 1.000 ກວ່າຄົນ. ໃນນັ້ນ, ເມືອງໄຊເສດຖາມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 200 ຄົນ, ມີຜູ້ເສຍຊີວິດ 2 ຄົນ. ສະນັ້ນ, ຈຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆໃນການປ້ອງກັນພະຍາດໄຂ້ຍຸງລາຍເປັນຕົ້ນໃນ 6 ເດືອນຕົ້ນປີ 2024ຫ້ອງການສາທາລະນະສຸກເມືອງ ໄດ້ສົມທົບກັບອຳນາດການປົກຄອງເມືອງ, ບ້ານ, ແພດອາສາສະໝັກບ້ານ (ອສບ)ສ້າງຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍຢູ່ບ້ານທີ່ມີຄວາມສ່ຽງເປັນຕົ້ນບ້ານໂພນພະເນົາ ເມືອງໄຊເສດຖາ ນວຍ້ອນບ້ານດັ່ງກ່າວມີຄົນເສຍຊີວິດຍ້ອນໄຂ້ຍຸງລາຍ 1 ຄົນ. ພ້ອມນັ້ນ, ຍັງໄດ້ມອບໃຫ້ແຕ່ລະບ້ານເປັນເຈົ້າການໃນການເຝົ້າລະວັງດັດສະນີຂອງໜອນນໍ້າຍຸງລາຍ ເພື່ອໃຫ້ແຕ່ລະບ້ານໄດ້ປະຕິບັດເປັນປະຈຳທຸກໆອາທິດແລ້ວລາຍງານໃຫ້ຫ້ອງການສາທາພວກເຮົາລົງໄປກວດກາ ແລະ ແກ້ໄຂໃຫ້ທັນເວລາ. ໃນນັ້ນ, ຍັງໄດ້ຈັດຕັ້ງປະຕິບັດ 3 ຈຸດສຸມຄື: ພະຍາຍາມຮັບຂໍ້ມູນຂ່າວສານກັບບັນດາໂຮງໝໍສູນກາງທີ່ລາຍງານເຂົ້າມາສູນລະບາດວິທະຍາ ເມື່ອໄດ້ຂໍ້ມູນແລ້ວກໍແຈ້ງໃຫ້ອຳນາດການປົກຄອງບ້ານ ເພື່ອລົງເຖິງເຮືອນປະຊາຊົນ ຫຼືເຮືອນຄົນເຈັບ ພ້ອມສຳຫຼວດໜອນນໍ້າຍຸງລາຍ, ທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍຢູ່ບໍລິເວນເຮືອນຂອງຄົນເຈັບ.
ທ່ານຈັນທະໄລ ໄຊຍະວົງ ກ່າວຕື່ມວ່າ: ສຳລັບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ປີນີ້ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍຈະບໍ່ເປັນຈຸ້ມ, ເກີດກະແຈກກະຈາຍບ້ານລະຄົນ, 2 ຄົນເຮັດໃຫ້ມີຄວາມຫຍຸ້ງຍາກໃນການສ້າງຂະບວນການຕ່າງໆ ເພື່ອທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ຈຶ່ງໄດ້ປ່ຽນຍຸດທະສາດໃໝ່ ໂດຍໄດ້ແຕ່ງພະນັກງານສາທາລະນະສຸກເມືອງຂອງພວກເຮົາລົງໄປຮັບຜິດຊອບເປັນເຂດ, ເປັນບ້ານ ເພື່ອເຮັດວຽກສະເພາະເຈາະຈົງ. ເມືອງໄຊເສດຖາມີປະມານ 23 ບ້ານ ທີ່ມີບັນຫາຂອງພະຍາດໄຂ້ຍຸງລາຍຊຶ່ງເຫັນໄດ້2-3 ອາທິດຈະມີ 1 ກໍລະນີຄົນເຈັບເປັນພະຍາດໄຂ້ຍຸງລາຍ; ໄດ້ກໍານົດຈຸດສ່ຽງພາຍໃນບ້ານ (ສະເພາະເຮືອນຜູ້ທີ່ມີຄວາມສ່ຽງຕິດພະຍາດໄຂ້ຍຸງລາຍໃນວົງລັດສະໝີ 200 ແມັດ) ພ້ອມມີການຕິດຕາມເປັນໄລຍະເວລາ 4 ອາທິດຂອງເຮືອນຜູ້ກ່ຽວ; ໄດ້ແຈກຢາຍຂໍ້ມູນຂ່າວສານທີ່ມີຄວາມຈິງເພື່ອໃຫ້ເຂົ້າເຖິງປະຊາຊົນໄວທີ່ສຸດໃນການໂຕ້ຕອບ; ພະນັກງານຜູ້ຮັບຜິດຊອບຕ້ອງມີຂໍ້ມູນ ແລະ ມີຄວາມຮູ້ໃນການຈັດຕັ້ງປະຕິບັດການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ກໍຄືຫັນໃຫ້ຄອບຄົວເປັນເຈົ້າການຊ່ວຍກັນໃນການຈັດຕັ້ງປະຕິບັດພະຍາດໄຂ້ຍຸງລາຍ ຖືເປັນບັນຫາບົ່ມຊ້ອນ, ເປັນພະຍາດລະດູການທີ່ເກີດໃນຊຸມຊົນແອອັດ, ຫ້ອງແຖວ ແລະ ອື່ນໆທີ່ມີຄວາມເປີະເປື້ອນ ຈຶ່ງເຮັດໃຫ້ສາທາລະນະສຸກຍັງບໍ່ສາມາດເຂົ້າເຖິງໄດ້ ພ້ອມອີງຕາມເສດຖະກິດໃນປັດຈຸບັນຈຶ່ງເຮັດໃຫ້ບໍ່ສາມາດຕອບສະໜອງສານເຄມີ ຫຼືຢາຕ່າງໆເພື່ອນໍາໄປພົ່ນຂ້າໜອນນໍ້າຍຸງລາຍ, ບໍ່ມີງົບປະມານພຽງພໍຕໍ່ວຽກງງານດັ່ງກ່າວ, ຄວາມລຶ້ງເຄີຍຂອງປະຊາຊົນຕໍ່ພະຍາດໄຂ້ຍຸງລາຍຖືວ່າເປັນເລື່ອງທຳມະດາ.
ທ່ານຈັນທະໄລ ໄຊຍະວົງ ກ່າວເນັ້ນຕື່ມອີກວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບວຽກງງານດັ່ງກ່າວ, ກໍານົດຈຸດສ່ຽງ 23 ບ້ານເປັນບຸລິມະສິດໃນການຈັດຕັ້ງປະຕິບັດໂດຍສະເພາະໄດ້ແບ່ງຄວາມຮັບຜິດຊອບໃຫ້ພະນັກງານ 3 ທ່ານລົງໄປຫາ 23 ບ້ານທີ່ມີຄວາມສ່ຽງນັ້ນ; ຈະສືບຕໍ່ເອົາໃຈໃສ່ເຝົ້າລະວັງກໍລະນີຄົນເຈັບເປັນພະຍາດໄຂ້ຍຸງລາຍຢ່າງເປັນປົກກະຕິ, ວ່ອງໄວ ແລະ ຍັງຮຽກຮ້ອງເຖິງປະຊາຊົນໃຫ້ເອົາໃຈໃສ່ໃນການຮັບຮູ້ຂໍ້ມູນຂ່າວສານທາງດ້ານໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ເນື່ອງຈາກພະຍາດດັ່ງກ່າວເປັນພະຍາດບົ່ມຊ້ອນ, ມີຄວາມອັນຕະລາຍຮ້າຍແຮງເຖິງແກ່ຊີວິດໄດ້ ໂດຍສະ ເພາະປັດຈຸບັນເປັນລະດູຝົນ ເປັນລະດູການພະຍາດໄຂ້ຍຸງລາຍ, ຈົ່ງມີສະຕິໃນການປ້ອງກັນໂດຍປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ. ຖ້າລູກ-ຫຼານ ຫຼືຄົນໃນຄອບຄົວບໍ່ສະບາຍ, ເຈັບເປັນບໍ່ຄວນຊື້ຢາມາກິນເອງ, ຄວນໄປປຶກສາແພດໝໍໂດຍດ່ວນເຊັ່ນ: ໂຮງໝໍສູນກາງ, ແຂວງ, ເມືອງ, ສຸກສາລາ, ສະຖານທີ່ໃຫ້ບໍລິການຕ່າງໆສິ່ງສຳຄັນຂໍໃຫ້ສຳນັກງານ-ອົງການ ຜູ້ປະກອບການຕ່າງໆເຫັນຄວາມສຳຄັນຮັກສາສິ່ງແວດລ້ອມຊ່ວຍກັນ ເປັນຕົ້ນການກຳຈັດຂີ້ເຫຍື້ອ, ການຈັດສັນຄວາມເປັນລະບຽບຮ້ອຍພາຍໃນບ້ານເຮືອນ, ພາຊະນະບັນຈຸນໍ້າຕ່າງໆ. ໃນນັ້ນ, ຖ້າເຂດໃດ, ຈຸດໃດຂອງເມືອງໄຊເສດຖາມີການລະບາດພະຍາດໄຂ້ຍຸງລາຍ ຫຼືມີຄວາມສ່ຽງ, ມີຍຸງຈຳນວນຫຼາຍກໍສາມາດແຈ້ງຫາຫ້ອງການສາທາລະນະສຸກໄດ້ ເພື່ອຈະໄດ້ກວດກາ ແລະ ແກ້ໄຂໃຫ້ທັນເວລາ.