ໂດຍ: ບຸນຕອມ
ທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ປະທານສະພາປະຊາຊົນແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ຄະນະພັກແຕ່ລະຂັ້ນໄດ້ເປັນເຈົ້າການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງຕ່າງໆເປັນຕົ້ນ, ມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V, ມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, 2 ວາລະແຫ່ງຊາດຂອງລັດຖະບານ. ຜ່ານການສຶກສາອົບຮົມການເມືອງແນວຄິດເຫັນໄດ້ວ່າພະນັກງານ, ສະມາຊິກພັກ ແລະ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ອຸດົມການສັງຄົມນິຍົມ, ມີຄວາມສາມັກຄີປອງດອງໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກຢ່າງກວ້າງຂວາງ, ປະກອບສ່ວນທາງດ້ານທຶນຮອນ, ສະຕິປັນຍາເພື່ອພັດທະນາແຂວງ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.
ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະ 3 ປີເຄິ່ງຜ່ານມາ ເຖິງຈະມີຄວາມຫຍຸ້ງຍາກດ້ານຕ່າງໆ, ແຕ່ການດຳເນີນການຜະລິດ ແລະ ບໍລິການ ກໍຍັງສືບຕໍ່ຂະຫຍາຍຕົວໃນລະດັບດີພໍສົມຄວນ, ຄາດຄະເນອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ ເພີ່ມຂຶ້ນສະລ່ຍ 5,39% ຕໍ່ປີ, ປີ 2021 ເພີ່ມຂຶ້ນ 4,86%, ປີ 2022: 4,87%, ປີ 2023 ຂະຫຍາຍ ຕົວ 6,77%, ແລະ ໃນ 6 ເດືອນຕົ້ນປີ 2024 ຂະຫຍາຍຕົວ 5,23% ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ຈາກ 1.624 ໂດລາ ໃນປີ 2021 ມາເປັນ 1.923 ໂດລາ ໃນປີ 2023 ໃນນີ້: ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 5,89% ຕໍ່ປີ, ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 5,19% ຕໍ່ປີ, ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ 3,72% ຕໍ່ປີ, ອັດຕາເງິນເຟີ້ ໃນ 6 ເດືອນຕົ້ນປີ 2024: ສະເລ່ຍ 24,38%, ເຫັນວ່າອັດຕາເງິນເຟີ້ເພີ່ມສູງຂຶ້ນຫຼາຍເກີນກອບຂອງແຜນການວາງໄວ້,ປັດໄຈຫຼັກແມ່ນລາຄານ້ຳມັນເຊື້ອໄຟ ທີ່ເພີ່ມຂຶ້ນຫຼາຍກວ່າ 80% ສົ່ງຜົນກະທົບເຮັດໃຫ້ຕົ້ນທຶນການຜະລິດ, ການບໍລິການ ເພີ່ມຂຶ້ນ, ການຜະລິດສິນຄ້າອຸປະໂພກ-ບໍລິໂພກຢູ່ພາຍໃນ ກໍຍັງບໍ່ທັນເຂັ້ມແຂງ ຍົກເວັ້ນເຂົ້າກິນ, ສ່ວນໃຫຍ່ແມ່ນນໍາເຂົ້າສິນຄ້າຈາກຕ່າງປະເທດ ແລະ ຕ່າງແຂວງ ສົ່ງຜົນເຮັດໃຫ້ລາຄາສິນຄ້າສູງຂຶ້ນ, ອີກດ້ານໜຶ່ງກໍແມ່ນການຜັນຜ່ວນຂອງອັດຕາແລກປ່ຽນທີ່ກ້າວກະໂດດ, ການເກັບລາຍຮັບງົບປະມານ: ສຸມໃສ່ປະຕິຮູບລະບົບການຄຸ້ມຄອງການເກັບລາຍຮັບ - ລາຍຈ່າຍ, ພັດທະນາຂະແໜງການເງິນເປັນທັນສະໄໝ, ເຂັ້ມງວດປະຕິບັດມາດຕະການປະຢັດ ຕາມຄຳສັ່ງເລກທີ 09/ນຍ, ເຮັດໃຫ້ການເກັບລາຍຮັບມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ໃນໄລຍະ 3 ປີ 6 ເດືອນ ສາມາດເກັບລາຍຮັບງົບປະມານ ໄດ້ທັງໝົດ 1.894,91 ຕື້ກີບ, ປີ 2021 ປະຕິບັດ 324,88 ຕື້ກີບ, ປີ 2022 ປະຕິບັດໄດ້ 398,12 ຕື້ກີບ, ປີ 2023 ປະຕິບັດໄດ້ 787,23 ຕື້ກີບ ແລະ ໃນ 6 ເດືອນຕົ້ນປີ 2024: ປະຕິບັດໄດ້ 384,68 ຕື້ກີບ. ດ້ານລາຍຈ່າຍງົບປະມານ: ປະຕິບັດໄດ້ 1.422,52 ຕື້ກີບ ເທົ່າກັບ 58% ຂອງແຜນການ 5 ປີ (ແຜນການ 2.411,29 ຕື້ກີບ) ໃນນັ້ນ, (ປີ 2021 ປະຕິບັດໄດ້ 340,47 ຕື້ກີບ, ປີ 2022 ປະຕິບັດໄດ້ 425,57 ຕື້ກີບ, ປີ 2023 ປະຕິບັດໄດ້ 448,81 ຕື້ກີບ ແລະ 6 ເດືອນຕົ້ນປີ 2024: ປະຕິບັດ 207,67 ຕື້ກີບ) ໂດຍສຸມໃສ່ການຈ່າຍເງິນເດືອນ-ເງິນອຸດໜູນຕ່າງໆ, ເງິນນະໂຍບາຍ-ຊ່ວຍໜູນຕ່າງໆ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ, ເງິນແຮອື່ນໆ ແລະ ເງິນລົງທຶນຂອງລັດ. ໃນໄລຍະ 3 ປີເຄິ່ງ ລວມມູນຄ່າການລົງທຶນທົ່ວສັງຄົມປະຕິບັດໄດ້ 5.252,07 ຕື້ກີບ ໃນນີ້: ການລົງທຶນຈາກງົບປະມານພາຍໃນ (ທຶນຂອງລັດ) 727,16 ຕື້ກີບ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 586,26 ຕື້ກີບ, ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 2.487,65 ຕື້ກີບ ຫຼື 146,33 ລ້ານໂດລາ ການສະໜອງສິນເຊື່ອທະນາຄານ 1.451 ຕື້ກີບ ການຜະລິດກະສິກຳ: ການຜະລິດສະບຽງອາຫານ: ເຫັນວ່າມີຂະບວນການຟົດຟື້ນພໍສົມຄວນ, ແຕ່ຍ້ອນໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ສັດຕູພືດລະບາດ ທີ່ສົ່ງຜົນກະທົບຕໍ່ການຜະລິດຂອງປະຊາຊົນ ຈຶ່ງເຮັດໃຫ້ຜົນຜະລິດຂອງພືດບາງຊະນິດມີທ່າອ່ຽງຫຼູດລົງ ເຊັ່ນ: ການຜະລິດເຂົ້າລວມ: ປະຕິບັດໄດ້ 156.370 ໂຕນ, ການປູກພືດສະບຽງ: ສຸມໃສ່ປູກພືດເພື່ອບໍລິໂພກ ປະຕິບັດໄດ້ 17.378 ໂຕນ. ໃນນີ້: ສາລີຫວານ ປະຕິບັດໄດ້ 2.358 ໂຕນ, ເຜືອກ-ມັນ ປະຕິບັດໄດ້ 1.929 ໂຕນ ແລະ ພືດຜັກ ປະຕິບັດໄດ້ 11.398 ໂຕນ. ການຜະລິດເປັນສິນຄ້າ: ຊຸກຍູ້-ສົ່ງເສີມການຜະລິດເປັນສິນຄ້າ ຕາມທ່າແຮງ ແລະ ຄວາມຕ້ອງການຂອງຕະຫລາດ ປະຕິບັດໄດ້ທັງໝົດ 1.945.862 ໂຕນ. ໃນນີ້: ການປູກໝາກກ້ວຍ ເນື້ອທີ່ 11.080 ເຮັກຕາ ຜົນຜະລິດ 412.204 ໂຕນ, ການປູກອ້ອຍ ເນື້ອທີ່ 16.045 ເຮັກຕາ ຜົນຜະລິດ 1.206.152 ໂຕນ, ການປູກມັນຕົ້ນ ເນື້ອທີ່ 26.767 ເຮັກຕາ ຜົນຜະລິດ 314.892 ໂຕນ, ການປູກໝາກກາເຟ ເນື້ອທີ່ 2.012 ເຮັກຕາ ຜົນຜະລິດ 2.586 ໂຕນ, ການປູກໝາກແໜ່ງ ເນື້ອທີ່ 1.416 ເຮັກຕາ ຜົນຜະລິດ 990 ໂຕນ, ສົ່ງເສີມການລ້ຽງແບບເປັນ ຟາມ ເພື່ອຜະລິດເປັນສິນຄ້າ, ມາຮອດປັດຈຸບັນ ທົ່ວແຂວງ ມີຟາມລ້ຽງສັດທັງໝົດ 13 ຟາມ ເພີ່ມຂຶ້ນ 4 ຟາມ, ມີສັດລ້ຽງໃນຟາມທັງໝົດ 47.337 ໂຕ ແລະ ຟາມລ້ຽງປາ 1 ຟາມ ມີ 37.333 ໂຕ. ສຳລັບການກະກຽມກອງປະຊຸມໃຫ່ຍ 3 ຂັ້ນ ແລະ ການສ້າງຜົນງານຂໍ່ານັບຮັບຕ້ອນບັນດາວັນບຸນໃຫ່ຍທີ່ສໍາຄັນຂອງພັກ ແລະ ຂອງຊາດ ໃນປີ 2025 ພ້ອມທັງກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ແຕ່ລະເມືອງ ແມ່ນໄດ້ສໍາເລັດຮ່າງນໍາຕິກໍາ ກ່ຽວກັບການດໍາເນີນກອງປະຊຸມຂັ້ນຮາກຖານ ແລະ ອົງຄະນະພັກເມືອງເປັນຕົ້ນ, ມະຕິແຕ່ງຕັ້ງຄະນະຮັບຜິດຊອບກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກ, ແຜນງົບປະມານ ແລະ ແຜນດໍາເນີນງານ ແຜນຄາດຄະເນການດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ຕາມວັນເວລາທີ່ກໍານົດໄວ້.