ທ່ານ ມະໄລທອງ ແກ່ນສັກດາ ຮອງຫົວໝ້າຫ້ອງການ ສາທາລະນະສຸກ ເມືອງເລົ່າງາມແຂວງ ສາລະວັນ,ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານປະຈໍາ 6 ເດືອນຕົ້ນປີ ໃນຄັ້ງວັນທີ 29 ກໍລະກົດ 2024 ໂດຍທ່ານວົງດາວ ສຸລີນທາ ຮອງຫົວໝ້າພະແນກສາທາລະນະສຸກ ແຂວງ ສາລະວັນ,ພ້ອມດ້ວຍພະນັກງານແພດໝໍ ແລະ ຫົວໝ້າສຸກສາລາທົ່ວເມືອງເລົ່າງາມເຂົ້າຮ່ວມ.
ປັດຈຸບັນທົ່ວເມືອງເລົ່າງາມ ມີໂຮງໝໍ 1 ແຫ່ງ,ມີສຸກສາລາ 10 ແຫ່ງ,ຫ້ອງກວດພະຍາດທົ່ວໄປ 8 ແຫ່ງ ແລະ ຮ້ານຂາຍຢາ 12 ຮ້ານ,ໃນ 6 ເດືອນຕົ້ນປີ 2024 ນີ້. ໄດ້ສຸມໃສການກວດສຸກຂະພາບ ແລະ ປິນປົ່ວປະຊາຊົນທີ່ເຈັບເປັນໄດ້ທັງໝົດ 34.498 ເທຶ່ອຄົນ,ໃນນັ້ນນອນໂຮງໝໍ 2.038 ເທຶ່ອຄົນ,ສົ່ງຄົນເຈັບໃຫ້ໂຮງໝໍແຂວງສາລະວັນ ໄດ້ 192 ຄັ້ງ,ປັດຈຸບັນໄດ້ສຸຍໃສການສັກຢາກັນພະຍາດໃຫ້ເດັກລຸ່ມ 1 ປີ ປະຕິບັດໄດ້ແລ້ວ 49%,ສ້າງບັານສາທາລະນະສຸກແບບຢ່າງສໍາເລັດແລ້ວ 100%,ວຽກງານເຝົ້າລະວັງພະຍາດຕາມລະດູການກໍ່ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື້ອງໃນນັ້ນກວດພົບພະຍາດຖອນທ້ອງກະທັນຫັນມີ 66 ກໍລະນີ,ອັກເສຍລະບົບຫາຍໃຈຮຸນແຮງ 232 ກໍລະນີ,ຖອນທ້ອງມີມູກເລືອດ 389 ກໍລະນີ,ໄຂ້ຍຸງທີ່ບໍ່ສະແດງອາການ ມີ 4 ກໍລະນີ ແລະ ເບິ່ງອາການອີກ 14 ກໍລະນີ,ນອກນັ້ນຍັງໄດ້ສຸຍໃສການກວດເລືອດແບບສະໝັກໃຈເພື່ອຊອກຫາພະຍາດຕິດຕໍ່ທາງເພດສໍາພັນຫຼືພະຍາດເອດ,ມີຜູ້ສະໝັກກວດເລືອດທັງໝົດ 155 ຄົນ,ໃນນັ້ນຍິງ 148 ຄົນ,ພົບຜູ້ຕິດເຊື້ອ 5 ຄົນ,ຍິງ 3 ຄົນວຽກງານຊອກຫາວັນນະໂລກກໍ່ໄດ້ປະຕິບັດເຊັ່ນດຽວກັນຊຶ່ງມີຜູ້ມາກວດທັງໝົດ 21 ກໍລະນີ ແລະ ກວດພົບຜູ້ຕິດເຊື້ອ 1 ກໍລະນີ.
6 ເດືອນທ້າຍປີ 2024ນີ້.ຈະໄດ້ສຸມໃສການສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານແພດໝໍຢ່າງຕໍ່ເນື້ອງເອົາໃຈໃສສະຫຼຸບວຽກງານໃຫ້ທ່ວງທັນຕາມກໍານົດ,ປະຕິບັດຄໍາຂວັນ 5 ດີ 1 ພໍໃຈທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. (ຂ່າວ-ພາບ:ສ ຄໍາຫ້ຽມ ສີບຸນຄອຍ)