(ສພຊ) - ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 33 ປີ (15 ສິງຫາ1991-15 ສິງຫາ 2024);ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ຄວາມໝາຍຄວາມສໍາຄັນຂອງວັນປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ ທັງເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນບັນດາເຜົ່າ ເວົ້າສະເພາະແມ່ນຊ່ວຍສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດຂັ້ນແຂວງໃນທົ່ວປະເທດ ມີເລືອດສະໜອງໃຫ້ແກ່ຄົນເຈັບແຕ່ລະວັນ ແລະ ສ້າງຄັງເລືອດແຮໄວ້ໃຫ້ປະຊາຊົນໃນຍາມຈໍາເປັນ.
ເມື່ອວັນທີ 16 ສິງຫາ ຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີຂະບວນການຮັບບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ “ໃຫ້ເລືອດ ໃຫ້ຊີວິດ” ໂດຍການເປັນປະທານກ່າວເປີດພິທີຂອງທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສໍາຮອງສູນກາງພັກເລຂາທິການສະພາແຫ່ງຊາດ; ມີທ່ານ ບຸນຕາ ເທບພະວົງ ກຳມະການສໍາຮອງສູນກາງພັກປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວພ້ອມດ້ວຍພະນັກງານພາຍໃນ ສພຊ,ຈາກບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ມວນຊົນຊາວນະຄອນຫຼວງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ໄດ້ມີຄໍາເຫັນຕໍ່ພິທີວ່າ: ຄະນະເລຂາທິການສະພາແຫ່ງຊາດ ສົມທົບກັບສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ພ້ອມກັນເຊີນຊວນພະນັກງານ-ລັດຖະກອນທັງພາກລັດ ແລະ ເອກກະຊົນ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າ ໃນທົ່ວນະຄອນຫຼວງວຽງຈັນຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ເພື່ອເຮັດໃຫ້ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດບັນດາແຂວງໃນຂອບເຂດທົ່ວປະເທດ ມີເລືອດຕອບສະໜອງ “ໃຫ້ເລືອດ ໃຫ້ຊີວິດ”ແກ່ຄົນເຈັບທີ່ຕ້ອງການເລືອດໃນແຕ່ລະວັນ ໂດຍສະເພາະໃນໄລຍະໄຂ້ເລືອດອອກລະບາດ ແລະ ສ້າງຄັງເລືອດແຮໄວ້ເພື່ອປະຊາຊົນ; ນອກຈາກການບໍລິຈາກເລືອດແລ້ວ, ຍັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງສະພາແຫ່ງຊາດກັບບັນດາກະຊວງ-ອົງການຕ່າງໆ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນ ເພື່ອພ້ອມກັນສ້າງຂະບວນການສະເຫຼີມສະຫຼອງວັນປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປລາວ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ພາຍໃນງານຍັງມີກິດຈະກໍາຖາມ-ຕອບຄວາມຮູ້ທົ່ວໄປ, ຮ້ອງເພງ ແລະ ກິດຈະກໍາອື່ນໆ.
ຂ່າວ: ສອນສັກ ວັນວິໄຊ