ທ່ານສົມບຸນເຮືອງວົງສາຮອງເຈົ້າແຂວງຈຳປາສັກຜູ້ຊີ້ນຳວຽກງານເສດຖະກິດພ້ອມຄະນະໄດ້ລົງຊຸກຍູ້ແລະຕິດຕາມການຈັດຕັ້ງປະຕິບັດໂຄງການເຂດພັດທະນາເສດຖະກິດໃໝ່ສີທັນ
ດອນເມືອງໂຂງແຂວງຈຳປາສັກໃນວັນທີ 20 ສິງຫານີ້ທີ່ໂຮງແຮມມ່ວນມ່ວນບູຕິກແຂວງຈຳປາສັກໂດຍມີທ່ານນາງຄຳພູລິດທິສັກເຈົ້າເມືອງໆໂຂງ,ທ່ານລີສຽງປະທານບໍລິສັດຮ່ວມພັດທະນາສີທັນດອນຈຳກັດແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ທ່ານບຸນຍົງສູນທອນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກໄດ້ລາຍງານຜົນກອງປະຊຸມການຈັດຕັ້ງປະຕິບັດໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນຕາມບົດບັນທຶກກອງປະຊຸມຄັ້ງວັນທີ 23 ມັງກອນ 2024 ຜ່ານມາໃຫ້ຮູ້ວ່າ:ການຈັດຕັ້ງປະຕິບັດຕາມຜົນກອງປະຊຸມປຶກສາຫາລືວ່າດ້ວຍການແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດການພັດທະນາໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນຜ່ານມາຊຶ່ງມີບັນດາຫົວຂໍ້ທີ່ໄດ້ນຳສະເໜີແລະມີຄວາມເປັນເອກກະພາບກັນໂດຍສະເພາະກ່ຽວກັບການຄົ້ນຄວ້າການສະເໜີຂອງບໍລິສັດຮ່ວມພັດທະນາສີທັນດອນຈຳກັດກ່ຽວກັບການແກ້ໄຂການທ່ວງດຶງແລະຄວາມຄືບໜ້າຂອງໂຄງການດັ່ງກ່າວ,ປຶກສາຫາລືກັນກ່ຽວກັບຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກວ່າດ້ວຍການທົດແທນຫົວໜ່ວຍທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນຊຶ່ງພາຍຫຼັງທີ່ໄດ້ມີການຄົ້ນຄວ້າຮ່ວມກັນກັບຄະນະຂັ້ນແຂວງແລະຂັ້ນສູນກາງແລ້ວກໍໄດ້ນຳສະເໜີຕໍ່ສະພາປະຊາຊົນແຂວງເພື່ອຮັບຮອງໃນການກຳນົດລາຄາຫົວໜ່ວຍຊຶ່ງມາຮອດປັດຈຸບັນມີໜັງສືແຈ້ງຕອບຈາກສະພາປະຊາຊົນແຂວງເພື່ອມາປັບປຸງແກ້ໄຂບັນດາຂໍ້ຄົງຄ້າງທີ່ຢູ່ໃນການຈັດຕັ້ງປະຕິບັດວ່າດ້ວຍການກຳນົດຫົວໜ່ວຍລາຄາການຊົດເຊີຍໃນນັ້ນສະພາແຂວງເຫັນວ່າຫົວໜ່ວຍທີ່ຍັງບໍ່ທັນສອດຄ່ອງຄື:ຫົວໜ່ວຍຊົດເຊີຍພື້ນທີ່ການຜະລິດກະສິກຳແລະຫົວໜ່ວຍການນຳໃຊ້ທີ່ດິນ,ສ່ວນ
ຫົວໜ່ວຍທາງດ້ານສິ່ງປຸກສ້າງພະແນກຍທຂແຂວງໄດ້ມີຮູບແບບໃນການຄິດໄລ່ມາໃຫ້ນຳສະເໜີຕໍ່ສະພາແຂວງພາຍຫຼັງມີຄວາມເປັນເອກກະພາບແລ້ວຈະໄດ້ນຳໄປທາບທາມນຳປະຊາຊົນໃນແຕ່ລະຄອບຄົວທີ່ຖືກຜົນກະທົບ,ໃນນັ້ນໄດ້ປຶກສາຫາລືກ່ຽວກັບດິນທັບ
ຊ້ອນທີ່ເປັນດິນສວນທີ່ບໍ່ສາມາດຊົດເຊີຍທີ່ຢູ່ໃນໂຄງການສະໜາມກອັບທີ່ມີເນື້ອທີ່195ເຮັກຕາ,ມາຮອດປັດຈຸບັນແມ່ນຍັງຄົງຄ້າງໃນການແກ້ໄຂ,ປຶກສາຫາລືກ່ຽວກັບໂຄງການລ້ຽງປາຄົບວົງຈອນ,ເລື່ອງເອກກະສານແຜນທີ່ດິນລັດຢູ່ນໍ້າຕົກຕາດຄອນພະເພັງແລະສົມພະມິດ,ໃນນັ້ນໄດ້ຄົ້ນຄວ້າການຜ່ານກົດລະບຽບວ່າດ້ວຍການນຳໃຊ້ກອງທຶນພັດທະນາຊົມຊົນຢູ່ໃນເຂດເສດຖະກິດໃໝ່ສີທັນດອນເມືອງໂຂງແຂວງຈຳປາສັກຊຶ່ງນັບແຕ່ເຊັນສັນຍາພັດທະນາໂຄງການປີ 2018 ແມ່ນມີພັນທະກອງທຶນພັດທະນາຊົມຊົນປີລະ 1 ແສນໂດລາເພື່ອປະກອບສ່ວນໃຫ້ແກ່ບັນດາບ້ານແລະປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ໃນໂຄງການ,ມາຮອດປັດຈຸປັນໄດ້ຮ່ວມກັບອຳນາດການປົກຄອງແລະຈັດຕັ້ງປະຕິບັດໂດຍໄດ້ມີການແຕ່ງຕັ້ງຄະນະກຳມະການຮັບຜິດຊອບຄຸ້ມຄອງກອງທຶນພັດທະນາຊຸມຊົນ,
ຜ່ານກົດລະບຽບວ່າດ້ວຍການນຳໃຊ້ເງິນກອງທຶນຂອງໂຄງການ,ໄດ້ປຶກສາບັນຫາການຊົດເຊີຍເນື້ອທີ່ດິນ
ຂອງປະຊາຊົນແລະອື່ນໆຕື່ມອີກ.ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍຄີືພາກສ່ວນລັດທີ່ກ່ຽວຂ້ອງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາແລະມີຂໍ້ສະເໜີຫຼາຍບັນຫາທີ່ຍັງເຫັນວ່າໃນການຈັດຕັ້ງປະຕິບັດ, ວຽກງານທີ່ເຫັນວ່າຍັງມີຂໍ້ຄົງຄ້າງແລະໄດ້ປຶກສາຫາລືເພື່ອຫາວິທີແກ້ໄຂໃນການາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ, ໃນນັ້ນທ່ານອຸໄທແກ້ວໃຈຍົມຮອງຜູ້ອຳນວຍການບໍລິສັດຮ່ວມພັດທະນາສີທັນດອນຈຳກັດໄດ້ລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດໂຄງການຕາມເນື້ອໃນບົດບັນທຶກກອງປະຊຸມຄັ້ງວັນທີ 23 ມັງກອນ 2024 ແລະຜ່ານແຜນແມ່ບົດພັດທະນາ 2 ແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງແລະສົມພະມິດ.
ໂອກາດດັ່ງກ່າວທ່ານສົມບຸນເຮືອງວົງສາໄດ້ເນັ້ນໃຫ້ສືບຕໍ່ບັນດາແຜນງານທີ່ຈັດຕັ້ງປະຕິບັດຜ່ານມາໂດຍໃຫ້ມີການສົມທົບກັນໃນຂະແໜງການທີ່ກ່ຽວຂ້ອງ,ຂໍໃຫ້ມີການກວດກາຄືນບັນດາສັນຍາທີ່ລັດຖະບານໄດ້ເຮັດສັນຍາກັບໂຄງການ, ໃນນັ້ນການພັດທະນາໂຄງການຫາກບັນຫາໃດຍັງບໍ່ທັນສອດຄ່ອງໃຫ້ມີການແລກປ່ຽນຊຶ່ງກັນແລະກັນລະຫວ່າງພາກລັດແລະຜູ້ພັດທະນາ,ໃຫ້ຄະນະກຳມະການສົມທົບກັບຜູ້ພັດທະນາແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນ,ການຈັດຕັ້ງບັັນດາໜ້າວຽກໃນການພັດທະນາບ້ວງເງິນພັດທະນາຊຸມຊົນຕ້ອງປະສານສົມທົບແກ້ໄຂບັນຫາແລະມອບຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຊຶ່ງທັງໝົດນີ້ກໍເພື່ອເຮັດໃຫ້ວຽກງານພັດທະນາໃນສອງຈຸດດັ່ງກ່າວໃຫ້ໄດ້ຮັບການຈັດປະຕັ້ງປະຕິບັດແລະສຳເລັດຕາມລະດັບຄາດໝາຍ.ໃນໂອກາດດັ່ງກ່າວຍັງໄດ້ຈັດພິທີມອບ-ຮັບມູນຄ່າການທົດແທນຄ່າເສຍຫາຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາເຂດເສດຖະກິດ
ໃໝ່ສີທັນດອນຈຳນວນ 15 ຄອບຄົວໃນ3ບ້ານຄື: ບ້ານບຶງງາມ,ທ່າຄໍ້ແລະບ້ານເສັດຕາເຫຼັກລວມມີມູນຄ່າທັງໝົດ2ຕື້ກວ່າກີບ.ຜ່ານມາໂຄງການກໍໄດ້ມອບມູນຄ່າການທົດແທນຄ່າເສຍຫາຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ 100 ກວ່າຄອບຄົວໃນຫຼາຍບ້ານຂອງເມືອງໂຂງແຂວງຈຳປາສັກ.
(ຂ່າວ-ພາບ:ສຳນານ)