ໂດຍ: ສ.ບຸດປະຊາ
ໜຶ່ງໃນບັນດາຜົນງານທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ ໃນໄລຍະ 6 ເດືອນຕົ້ນປີນີ້ ແມ່ນຕ້ອງໄດ້ກ່າວເຖິງການລົງທຶນ, ຈາກໂຕເລກມູນຄ່າການລົງທຶນເພື່ອການພັດທະນາ ທີ່ສາມາດປະຕິບັດໄດ້ຫຼາຍກວ່າເຄິ່ງຂອງແຜນການ ເຖິງວ່າສະພາບເສດຖະກິດຈະຍັງສືບຕໍ່ປະສົບກັບສະພາບຄວາມຫຍຸ່ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.
ບົດລາຍງານຫຍໍ້ ການສະຫຼບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ທີ່ໄດ້ຈັດຂຶ້ນລະຫວ່າງວັນທີ 31 ກໍລະກົດ ຫາ 2 ສິງຫາ ຜ່ານມາ ໄດ້ໃຫ້ຮູ້ວ່າ: ການລົງທຶນເພື່ອການພັດທະນາ ຊຶ່ງແຜນຄວາມຕ້ອງການທຶນ ປະຈໍາປີ 2024 ແມ່ນໃຫ້ໄດ້ມູນຄ່າ 2.366,16 ຕື້ກີບ, ກວມເອົາ 21,15% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໂດຍໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 1.911,95 ຕື້ກີບ, ເທົ່າກັບ 890,80% ຂອງແຜນການ ແລະ ກວມເອົາ 17,09% ຂອງGDP.
ໃນການລົງທຶນເພື່ອການພັດທະນາດັ່ງກ່າວ, ປະກອບມີການລົງທຶນຂອງລັດ ແຜນລົງທຶນມີທັງໝົດ 273 ໂຄງການ ມູນຄ່າ 7.980,85 ຕື້ກີບ ສາມາດປະຕິບັດວຽກສຳເລັດ 4.320,06 ຕື້ກີບ, ໄດ້ຮັບອະນຸມັດທຶນຊໍາລະໃນປີ 2024 ຈໍານວນ 190,20 ຕື້ກີບ ມາຮອດປັດຈຸບັນໄດ້ກວດຜ່ານການສະເໜີຂໍອະນຸມັດ 147 ໂຄງການ ມູນຄ່າ 142,42 ຕື້ກີບ ເທົ່າກັບ 75% ຂອງແຜນການປີ, ການເບີກຈ່າຍຕົວຈິງຜ່ານຄັງເງິນ 88,71 ຕື້ກີບ ເທົ່າກັບ 32,79% ຂອງງົບປະມານການລົງທຶນໃນປີ. ນອກຈາກນີ້, ແຂວງກໍມີແຜນອະນຸມັດເງິນເກີນແຜນປີ 2023 ເຂົ້າໃນການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນຂອງແຂວງ ໃນປີ 2024 ຈໍານວນ 80,33 ຕື້ກີບ; ທຶນຊ່ວຍເຫຼືອທາງການພັດທະນາ ຊຶ່ງໃນແຜນພັດທະນາທ້ອງຖິ່ນລາວ/338 ໄດ້ຮັບການອະນຸມັດງົບປະມານໃນປີ 35,88 ຕື້ກີບ ເຂົ້າໃນກິດຈະກຳການພັດທະນາພື້ນຖານໂຄງລ່າງ, ວຽກກອງທຶນບ້ານ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ສາມາດອະນຸມັດການລົງທຶນໄດ້ 21 ແລະ 108 ກິດຈະການ ມູນຄ່າການລົງທຶນ 1.733,65 ຕື້ກີບ ເທົ່າກັບ 78,30% ຂອງແຜນການ (ແຜນ 2.214 ຕື້ກີບ); ພ້ອມນັ້ນ, ກໍເອົາໃຈໃສ່ປະຕິບັດຕາມແຈ້ງການສະບັບເລກທີ 978/ຫສນຍ, ລົງວັນທີ 22 ພຶດສະພາ 2024 ກ່ຽວກັບການຢຸດຕິພິຈາລະນາອະນຸມັດໂຄງການຂຸດຄົ້ນບໍ່ແຮ່ຕ່າງໆ.
ນັ້ນແມ່ນຜົນງານອັນພົ້ນເດັ່ນດ້ານການລົງທຶນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນໃນ 6 ເດືອນຕົ້ນປີ; ຢ່າງໃດກໍຕາມ, ກໍຍັງມີບາງຂໍ້ຄົງຄ້າງ ໃນທ່າມກາງຄວາມຕ້ອງການການພັດທະນາສູງ ແຕ່ຄວາມສາມາດດ້ານງົບປະມານຍັງມີຈໍາກັດ ບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ແລະ ບັນຫາໜີ້ສິນໂຄງການລົງທຶນຂອງລັດຈໍານວນຫຼວງຫຼາຍທີ່ຄຸມເຄື່ອມາ ກໍເປັນສິ່ງທີ່ຕ້ອງໄດ້ຮັບການແກ້ໄຂ ເພື່ອສຸມໃສ່ປະຕິບັດໃຫ້ບັນລຸຄາດໝາຍໃນ 6 ເດືອນທ້າຍປີ ທີ່ວາງໄວ້ວ່າ ຈະສືບຕໍ່ຈັດຕັ້ງປະຈິບັດຄາດໝາຍການລົງທຶນໃຫ້ໄດ້ຕື່ມອີກ 1.585,63 ຕື້ກີບ, ລວມໝົດປີຈະໄດ້ 3.569,42 ຕື້ກີບ, ລື່ນແຜນການ 45%.