ໂດຍ:ວັນໄຊ ຕະວິນຍານ
ກະຊວງສາທາລະນະສຸກເອົາໃຈໃສ່ ປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການ ແລະ ການຮັກສາສຸຂະພາບຂັ້ນຕົ້ນໃນໄລຍະຜ່ານມາໄດ້ດີສົມຄວນ ສະແດງອອກໃນ 6 ເດືອນຕົ້ນປີ 2024 ນີ້ໄດ້ປະຕິບັດໂຄງການສົ່ງເສີມໂພຊະນາການໃນແມ່ຍິງ, ແມ່, ເດັກອ່ອນ ແລະ ເດັກນ້ອຍ ໂດຍໄດ້ລົງສໍາຫຼວດເຝົ້າລະວັງໂພຊະນາການຢູ່3 ເມືອງ ຂອງແຂວງຊຽງຂວາງຄື: (ເມືອງແປກ, ເມືອງຄໍາ ແລະ ເມືອງ ໝອກ) ມີຜູ້ເຂົ້າຮ່ວມ 160 ຄົນ; ສະໜອງຈຸລະສານອາຫານໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ໃນກຸ່ມເປົ້າໝາຍໄດ້69,7% ຂອງແມ່ຍິງຖືພາທີ່ໄດ້ຮັບທາດເຫຼັກ-ອາຊິດໂຟລິກ (IFA) ຢ່າງໜ້ອຍ 90 ເມັດ; ເອົາໃຈໃສ່ການປ້ອງກັນ ແລະ ຄວບຄຸມພະຍາດ ແລະ ໃຫ້ຢາຂ້າແມ່ທ້ອງສໍາລັບເດັກນ້ອຍອາຍຸລຸ່ມ 5 ປີ, ສົ່ງເສີມໃຫ້ມີໜ່ວຍບໍລິການໃນການຄຸ້ມຄອງການຂາດສານອາຫານກະທັນຫັນ ແບບເຊື່ອມສານ ແລະການບໍລິການໂພຊະນາບໍາບັດ ຢູ່ບັນດາໂຮງໝໍໄດ້ຫຼາຍຂຶ້ນກວ່າເກົ່າ.ຂະນະດຽວກັນ ກະຊວງສາທາລະນະສຸກຍັງໄດ້ຮັບຮອງໂຮງໝໍຕົວແບບໃນການສົ່ງເສີມການລ້ຽງລູກດ້ວຍນົມແມ່ ປະຈໍາປີ 2023,ປະກາດບ້ານໂພຊະນາການຕົວແບບ ຢູ່ແຂວງວຽງຈັນ,ແຂວງຫົວພັນ ແລະ ແຂວງຊຽງຂວາງ;
ສ່ວນວຽກງານຮັກສາສຸຂະພາບຂັ້ນຕົ້ນກະຊວງສາທາລະນະສຸກໄດ້ເຜີຍແຜ່ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສ້າງນິຕິກໍາໃຕ້ກົດໝາຍ,ການສ້າງວິດີໂອສາທິດການໃຫ້ຄໍາປຶກສາ ຂອງ ອາສາສະໝັກບ້ານ (ອສບ) ຢ້ຽມຢາມຄົວເຮືອນກ່ຽວກັບວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວ ໜຸ່ມ; ການບໍລິການສຸຂະພາບແບບເຊື່ອມສານໃນຊຸມຊົນໂດຍເນັ້ນໃສ່ການບໍລິການສົ່ງເສີມສຸຂະພາບຢູ່ຂັ້ນບ້ານ (ການສົ່ງເສີມສຸຂະພາບແມ່-ເດັກ, ໂພຊະນາການ,ນໍ້າສະອາດ-ອະນາໄມສິ່ງແວດລ້ອມ ແລະ ສ້າງ ບສບ ເພື່ອປັບປຸງຕາໜ່າງບໍລິການຮັກສາສຸຂະພາບຂັ້ນຕົ້ນ ໂດຍນໍາໃຊ້ ອສບ, ແພດບ້ານ, ຄະນະກໍາມະການຮັກສາສຸຂະພາບບ້ານ ຊຶ່ງມາຮອດປັດຈຸບັນ,ໃນທົ່ວປະເທດ ມີ ອສບ ທີ່ຍັງເຄື່ອນໄຫວ ທັງໝົດ20.230 ຄົນຍິງ 10.254 ຄົນ ແລະ ສາມາດປະກາດເມືອງ,ບ້ານຢຸດຕິຖ່າຍຊະຊາຍໄດ້ ໄດ້ 9 ແຂວງ 118 ເມືອງມີ 8.081 ບ້ານ.