ເມືອບໍ່ດົນມານີ້, ທີ່ຫ້ອງການໂຄງການເກັບກູ້ລະເບີດ ປະຈໍາແຂວງຫຼວງພະບາງ ໄດ້ມີພິທີເປີດສູນຢ້ຽມຢາມ ໂຄງການເກັບກູ້ລະເບີດແຫ່ງຊາດ ໃຫ້ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ-ສຶກສາຂໍ້ມູນຂ່າວສານ ຢູ່ແຂວງຫຼວງພະບາງ, ໂດຍມີທ່ານ ອານຸສັກ ພົງສາ ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ, ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ພະນັກງານອົງການເກັບກູ້ລະເບີດ ເຂົ້າຮ່ວມ.
ທ່ານ ອານຸສັກ ພົງສາ ໄດ້ມີຄໍາເຫັນວ່າ: ສູນຢ້ຽມຢາມໂຄງການເກັບກູ້ລະເບີດ ປະຈຳແຂວງຫຼວງພະບາງ ໄດ້ຮັບການສ້າງຂຶ້ນແຕ່ປີ 2009 ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນ ໄດ້ຕ້ອນຮັບບັນດາຄະນະຜູ້ແທນ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຢ້ຽມຊົມທັງໝົດ 117.764 ຄົນ, ສ່ວນໃຫຍ່ແມ່ນນັກທ່ອງທ່ຽວທີ່ມາຈາກບັນດາປະເທດໃນເຂດເອີຣົບ. ພາຍໃນສູນໄດ້ມີການຈັດວາງສະແດງຮາງລະເບີດລູກຫວ່ານ, ຮູບພາບ ແລະແຜ່ນແພ ທີ່ບອກເລົ່າເລື່ອງລາວ ຂອງຜູ້ທີ່ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ໂດຍຜ່ານການແກະສະລັກ ແລະ ການຕໍ່າແຜ່ນແພດ້ວຍຄວາມປານີດ ສະທ້ອນໃຫ້ເຫັນເຖິງຄວາມໂຫດຮ້າຍຂອງສົງຄາມ ແລະ ໄພຂົມຂູ່ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ທີ່ປະຊາຊົນລາວບັນດາເຜົ່າຕ້ອງປະເຊີນ ເຖິງແມ່ນວ່າສົງຄາມຈະສິ້ນສຸດລົງ 50 ກວ່າປີແລ້ວກໍຕາມ, ການແກະສະຫຼັກ ແລະ ການຕ່ຳແຜນ ໄດ້ສະແດງໃຫ້ເຫັນສະພາບການດຳລົງຊີວິດຂອງປະຊາຊົນລາວ ໃນເຂດທີ່ມີລະເບີດບໍ່ທັນແຕກຕົກຄ້າງ ທີ່ຕົກຢູ່ໃນສະພາບຄວາມຫຍຸ້ງຍາກ, ຢ້ານກົວ ແລະ ໃນບາງກໍລະນີ ໄດ້ພົບກັບການສູນເສຍ ຈາກການເກີດອຸບັດຕິເຫດຍ້ອນລະເບີດບໍ່ທັນແຕກທີ່ຕົກຄ້າງ. ພ້ອມນັ້ນ ກໍໄດ້ມີການວາງສະແດງບັນດາລູກລະເບີດເປົ່າ ທີ່ສາມາດທ້ອນໂຮມໄວ້ໄດ້ຈຳນວນໜຶ່ງ ຊຶ່ງເປັນລະເບີດທີ່ປອດໄພແລ້ວ ເພື່ອໃຫ້ຜູ້ເຂົ້າທ່ຽວຊົມໄດ້ເຫັນລະເບີດແຕ່ລະຊະນິດ ແລະ ສຳພະວຸດຕ່າງໆ ທີ່ຕົກຄ້າງຢູ່ ສປປ ລາວ, ທັງມີການປັບປຸງຫ້ອງສາຍວີດີໂອ ຊຶ່ງຈະເປັນວີດີໂອທີ່ບອກເລົ່າເລື່ອງລາວ ກ່ຽວກັບ ປະຫວັດຂອງສົງຄາມອິນດູຈີນ ຄັ້ງທີ 2 ແລະ ມີວີດີໂອ ກ່ຽວກັບການເຄື່ອນໄຫວວຽກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ອີກຈຳນວນໜຶ່ງ.
ໃນປີ 2018 ໄດ້ມີການບູລະນະປັບປຸງຄືນໃໝ່ ຮອບທີ 1 ໂດຍການຊ່ວຍເຫຼືອຂອງ ລັດຖະບານອັງກິດ, ສຳລັບການປັບປຸງສູນຢ້ຽມຢາມ ຮອບທີ 2 ໃນປີ 2024 ນີ້ ແມ່ນໄດ້ຮັບການຊີ້ນໍາຈາກກະຊວງການຕ່າງປະເທດ ສປປ ລາວ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເປັນຜູ້ຊ່ວຍເຫຼືອໃນການຊອກຫາແຫຼ່ງທືນສະໜັບສະໜູນ ຈາກບັນດາຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນລັດຖະບານໄອແລນ ແລະ ອົງການຄອຍກາ ໃຫ້ທືນສະໜັບສະໜູນ. ເພື່ອຕ້ອນຮັບການນໍາຂັ້ນສູງ ແລະ ບັນດາຄະນະຜູ້ແທນກອງປະຊຸມ ຈາກບັນດາຊາດອາຊຽນ ແລະ ອາຊຽນບວກ ທີ່ຈະເດີນທາງມາຮ່ວມກອງປະຊຸມຢູ່ ສປປ ລາວ, ລວມທັງນັກທ່ອງທ່ຽວທົ່ວໄປທີ່ມີຄວາມສົນໃຈຢາກເຂົ້າໄປທ່ຽວຊົມ.
(ຂ່າວ: ຫຼວງພະບາງ)