ໂດຍ:ສຳນານ ພົມພັກດີ
ໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ ປັດຈຸບັນແມ່ນກຳລັງດຳເນີນໂຄງການກໍ່ສ້າງເຂດທີ່ຢູ່ອາໄສໃໝ່,ໂຄງການບ້ານຈັດສັນ,ໂຄງການການລ້ຽງປາເພື່ອສົ່ງອອກ,ໂຄງການກໍ່ສ້າງໂຮງແຮມຕຶກຕິບເຂົ້າ,ໂຄງການກໍ່ສ້າງສະໜາມກ໊ອຟ,ໃນນັ້ນບາງໂຄງການຈະໃຫ້ສຳເລັດ ແລະ ເປີດການນຳໃຊ້ໃນທ້າຍປີ 2024ທີ່ຈະມາເຖິງນີ້.
ທ່ານ ຈາງສີ ຜູ້ອຳນວຍການບໍລິສັດ ຮ່ວມພັດທະນາສີທັນດອນຈຳກັດໄດ້ໃຫ້ສຳພາດກ່ຽວກັບຄວາມຄືບໜ້າການກໍ່ສ້າງໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ໃນປີ2018 ໄດ້ເຊັນສັນຍາ ໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ, ຕໍ່ມາກໍໄດ້ພົບກັບການລະບາດຂອງພະຍາດລະບາດໂຄວິດ-19 ແລະ ຫຼັງຈາກພະຍາດລະບາດໂຄວິດ-19 ໄດ້ສິ້ນສຸດລົງ,ກໍໄດ້ສືບຕໍ່ດຳເນີນການພັດທະນາໂຄງການ,ປັດຈຸບັນພວກເຮົາກຳລັງສືບຕໍ່ດຳເນີນການກໍ່ສ້າງ ຊຶ່ງລວມມີເຂດທີ່ຢູ່ອາໄສໃໝ່ ໂຄງການບ້ານຈັດສັນ ຂອງປະຊາຊົນ ຊຶ່ງບ້ານຈັດສັນໄລຍະທຳອິດນີ້ ຄາດຄະເນວ່າຈະໃຫ້ໄດ້ມີການມອບ-ຮັບ ແລະ ນຳໃຊ້ ພາຍໃນທ້າຍປີນີ້,
ສຳລັບໂຄງການທີສອງການລ້ຽງປາເພື່ອສົ່ງອອກ,ໃນນັ້ນໂຮງງານແປຮູບປາໂດຍລວມແລ້ວ ຈະໄດ້ເປີດດຳເນີນການນຳໃຊ້ ແລະ ດຳເນີນການຜະລິດໃນເດືອຕຸລາ ປີ2024,ໂຄງການກໍ່ສ້າງໂຮງແຮມຕຶກຕິບເຂົ້າ,ປັດຈຸບັນແມ່ນໄດ້ດຳເນີນການກໍ່ສ້າງຮອດຊັ້ນທີ5ແລ້ວ ແລະ ໂຄງສ້າງຫຼັກຂອງອາຄານ ໂດຍສະເພາະຊັ້ນເທິງສຸດຂອງອາຄານຈະແລ້ວສົມບູນກ່ອນທ້າຍປີນີ້ ແລະ ຄາດຄະເນວ່າໃນປີ 2026ຈະໄດ້ເປີດດຳເນີນກິດຈະການ, ຕໍ່ມາກໍແມ່ນໂຄງການກໍ່ສ້າງສະໜາມກ໊ອຟ ທີ່ກຳລັງດຳເນີນການກໍ່ສ້າງ ໃນປັດຈຸບັນແມ່ນກຳລັງບຸກເບີກເນື້ອທີ່,ທັງໝົດນີ້ແມ່ນຄວາມຄືບໜ້າຂອງໂຄງການກໍ່ສ້າງຫຼັກ ແລະ ສໍາຄັນ, ນອກຈາກນີ້ສຳຫຼັບການກໍ່ສ້າງສິ່ງອຳນວຍຄວາມສະດວກອື່ນໆ ກໍເລີ່ມດຳເນີນການກໍ່ສ້າງຢ່າງເຕັມຮູບແບບ.
ທ່ານກ່າວໃຫ້ຮູ້ຕື່ມວ່າ:ການດຳເນີການກໍ່ສ້າງພວກເຮົາແມ່ນໄດ້ຮັບການສະໜັບສະໜູນເປັນຢ່າງດີ ຈາກພາກລັດ, ດ້ານແຫຼ່ງຊັບພະຍາກອນ, ທຳມະຊາດ ແລະ ສະພາບສິ່ງແວດລ້ອມໂດຍລວມແມ່ນດີຫຼາຍ,ປະຊາຊົນໃນເຂດທ້ອງຖິ່ນ ເປັນຄົນທີ່ຊື່ສັດຈິງໃຈ ມີມະນຸດສຳພັນທີ່ດີຕໍ່ພວກເຮົາ ແລະ ໃນການດຳເນີນໂຄງການອື່ນໆໃນຕໍ່ໜ້າຫວັງວ່າຈະໄດ້ຮັບການສະໜັບສະໜູນ ແລະ ອຳນວຍຄວາມສະດວກຈາກພາກລັດ, ໃນນັ້ນພວກເຮົາຍິນດີທີ່ຈະຝຶກອົບຮົມແລະສອນວຽກໃຫ້ພະນັກງານທີ່ເປັນຄົນທ້ອງຖິ່ນຫຼາຍກວ່າທີ່ຈະວ່າຈ້າງພະນັກງານຈາກຕ່າງປະເທດ.
ທ່ານ Zhao Zhipeng ຫົວໜ້າວິສະວະກອນພາກສະໜາມໃຫ້ຮູ້ວ່າ:ໂຄງການກໍ່ສ້າງໂຮງແຮມແຄນຄູ່ (ຕຶກຕິບເຂົ້າ) ໄລຍະທີ1: ໃນເດືອນກຸມພາ 2023 ໄດ້ລົງມືກໍ່ສ້າງຕຶກຕິບເຂົ້າປະກອບມີທັງໝົດ 15 ຊັ້ນ, ໃນນັ້ນມີ 2 ຊັ້ນໃຕ້ດິນແລະ 13 ຊັ້ນເທິງໜ້າດິນ, ມາເຖິງປັດຈຸບັນໄດ້ກໍ່ສ້າງໂຄງສ້າງສຳເລັດ 2 ຊັ້ນໃຕ້ດິນແລະ 4 ຊັ້ນເທິງໜ້າດິນ, ສະພາບຄວາມຄືບໜ້າປັດຈຸບັນແມ່ນຂ້ອນຂ້າງມີຄວາມຊັກຊ້າເນື່ອງຈາກມີສອງບັນຫາຄື: ຊັ້ນທີ 5 ຊັ້ນເທິງໜ້າດິນເປັນຊັ້ນທີ່ກວ້າງທີ່ສຸດຂອງຕຶກ, ເຮັດໃຫ້ວຽກໂຄງສ້າງເຫຼັກມີຄວາມລະອຽດອ່ອນແລະອີກຢ່າງທາງສະຖາບັນອອກແບບແມ່ນຢູ່ໃນຂັ້ນຕອນປັບປຸງແບບການເສີມໂຄງສ້າງເຫຼັກ. ແນວໃດກໍຕາມ,ຮັບປະກັນວ່າໂຄງສ້າງດັ່ງກ່າວແມ່ນຈະສຳເລັດການກໍ່ສ້າງໃນທ້າຍເດືອນທັນວາ 2024 ຕາມສັນຍາແລະຕົ້ນປີ 2025 ເລີ່ມລົງມືຕົບແຕ່ງແລະຕົ້ນປີ 2026 ແມ່ນສາມາດເປີດໃຊ້ບໍລິການ. ໂຄງການດັ່ງກ່າວປັດຈຸບັນມີກຳມະກອນຄົນລາວ 200 ຄົນ,ໃນນັ້ນຄົນຈີນ 50 ຄົນ, ໃນຕົ້ນປີໜ້າໄລຍະຕົບແຕ່ງແມ່ນຈະໄດ້ເພີ່ມກຳມະກອນຄົນລາວເປັນ 500 ຄົນແລະຄົນຈີນ 200 ຄົນ.
ທ່ານ Xi Huasheng ຜູ້ຮັບຜິດຊອບໂຄງການນິຄົມອຸດສາຫະກຳລ້ຽງປາຄົບວົງຈອນໃຫ້ຮູ້ວ່າ:ໂຄງການນິຄົມອຸດສາຫະກຳລ້ຽງປາຄົບວົງຈອນມີເນື້ອທີ່ທັງໝົດ 109 ເຮັກຕາ,ໄດ້ເລີ່ມລົງມືບຸກເບີກກໍ່ສ້າງໃນກາງເດືອນ 10 ປີ 2022ຜ່ານມາ,ປັດຈຸບັນໄດ້ສ້າງໜອງລ້ຽງປາໃນເນື້ອທີ່ 100 ເຮັກຕາ, ໄດ້ປ່ອຍລູກປາແລ້ວຈຳນວນ 6 ລ້ານໂຕ, ຄາດວ່າປະລິມານການຜະລິດໄດ້ 6.000 ໂຕນ,ຂະບວນການຜະລິດແມ່ນເປັນແບບຕ່ອງໂສ້ງນັບແຕ່ເພາະພັນລູກປາ, ການລ້ຽງປາແລະການແປຮູບຊຶ່ງທາງເຮົາໄດ້ມີໂຮງງານແປຮູບແລະໂຄຕ້າການສົ່ງອອກເປັນຂອງຕົນເອງ. ຄາດວ່າວັນທີ 15 ກັນຍາປີ 2024 ຂະບວນການກໍ່ສ້າງແລະຕິດຕັ້ງເຄື່ອງຈັກໂຮງງານແປຮູບຈະສຳເລັດ, ນອກຈາກນັ້ນແມ່ນຈະໃຊ້ເວລາປັບປຸງລະບົບອີກ 15 ວັນ ຊຶ່ງໂຮງງານແປຮູບປາແມ່ນຈະໄດ້ເລີ່ມແປຮູບໃນຕົ້ນເດືອນຕຸລາ 2024ນີ້
ທ່ານກ່າວໃຫ້ຮູ້ຕື່ມວ່າ:ນິຄົມອຸດສາຫະກຳລ້ຽງປາຄົບວົງຈອນມີເນື້ອທີ່ທັງໝົດ 109 ເຮັກຕາ, ແມ່ນຈະສາມາດຜະລິດປາເປັນໄດ້ທັງໝົດ 25.000.000 ໂຕນ/ປີ, ຫຼັງຈາກແປຮູບເປັນປາແຜ່ນປະມານການສົ່ງອອກ 15.000.000 ໂຕນ/ປີ, ຕົກເປັນມູນຄ່າ 240.000.000 ຢວນ/ປີ(ສະກຸນເງິນຈີນ)ຫຼື 30.000.000 ໂດລາ/ປີ, ຄາດວ່າບໍລິສັດຈະມີກຳໄລສຸດທິ 48.000.000 ຢວນ/ປີ ຫຼື 6.000.000 ໂດລາ/ປີ.