ກອງປະຊຸມສະຫຼຸບວຽກງານດ້ານໂພສະນາການ 6 ເດືອນຕົ້ນປີ 2024 ຈັດຂຶ້ນໃນວັນທີ 27 ສິງຫາ ຜ່ານມາໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຄະນະກຳມະການ ດ້ານໂພຊະນາການຂັ້ນແຂວງ, ມີບັນດາພະແນກການຂັ້ນແຂວງ, ຄະນະກຳມະການ, ກອງເລຂາວຽກງານໂພສະນາການຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ໃນກອງປະຊຸມ ຕາງໜ້າກອງເລຂາຄະນະກຳມະການໂພສະນາການຂັ້ນແຂວງ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນງານດ້ານຕັ້ງໜ້າ ລວມເຖິງດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ປັບປຸງ, ແກ້ໄຂໃນຕໍ່ໜ້າ, ຊຶ່ງວຽກງານດັ່ງກ່າວແມ່ນໄດ້ກວມຂອບເຂດໃນທົ່ວແຂວງ ປະກອບມີຫ້ອງການສາທາລະນະສຸກ 10 ເມືອງ, ໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 9 ແຫ່ງ, ສຸກສາລາ 91 ແຫ່ງ, ໂຮງຮຽນ 632 ແຫ່ງ, ມີ 570 ບ້ານ, ມີ 22 ກຸ່ມກິດຈະກໍາ 36 ໂຕຊີ້ບອກ ທີ່ເປັນບູລິມະສິດໃນຍຸດທະສາດແຫ່ງຊາດດ້ານໂພສະນາການເປັນຫຼັກ ແລະ ເນັ້ນໃສ່ການປະສານງານກັບຫຼາຍພາກສ່ວນ, ຖືເອົາວຽກງານດ້ານຄໍ້າປະກັນສະບຽງອາຫານ, ສົ່ງເສີມຈັດຕັ້ງປະຕິບັດພືດສວນຄົວ, ວຽກສຸຂະພາບ ແລະ ໂພສະນາການຂອງເດັກນ້ອຍລຸ່ມ 5 ປີ ນັບທັງວິທີປ້ອງກັນ ແລະ ສະກັດກັ້ນການຂາດສານອາຫານທຸກຮູບແບບ ໂດຍເລີ່ມຈາກບຸກຄົນ, ຄອບຄົວ ເພື່ອນໍາໄປສູ່ການປ່ຽນແປງທາງດ້ານພຶດຕິກຳ.
ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ມີຄໍາເຫັນໂອກາດກ່າວເປີດກອງປະຊຸມຄັ້ງນີ້ວ່າ: ຍາມໃດພັກ ແລະ ລັດຖະບານ ກໍຖືເອົາວຽກງານປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການບໍລິການທີ່ມີຄຸນນະພາບ, ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງເປັນສຳຄັນ. ໃນ 06 ເດືອນຕົ້ນປີ 2024 ແຂວງຄໍາມ່ວນ ໄດ້ວາງແຜນຈັດລຽງບຸລິມະສິດເພື່ອໃຫ້ບັນລຸຄາດໝາຍ 2 ຕົວຊີ້ບອກ ທີ່ສະພາປະຊາຊົນໄດ້ຮັບຮອງທາງດ້ານໂພສະນາການ, ຊຶ່ງໃນການຈັດຕັ້ງປະຕິບັດ ເຮັດໃຫ້ອັດຕາເດັກລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານຫຼຸດລົງ ຈາກ 13% ໃນປີ 2023 ມາເປັນ 10% ໃນປີ 2024 ແລະ ເດັກລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານຫຼຸດລົງຈາກ 19% ໃນປີ 2023 ມາເປັນ 14% ໃນປີ 2024. ທັງໝົດນີ້ແມ່ນຜົນງານອັນພົ້ນເດັ່ນຂອງທຸກພາກສ່ວນທີ່ໄດ້ສຸມທຸກເຮື່ອແຮງ ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ຕັດສິນໃຈສູງຕໍ່ການປ້ອງກັນການຂາດສານອາຫານໃນເດັກລຸ່ມ 5 ປີໃນຂອບເຂດທົ່ວແຂວງ.
(ຂ່າວ-ພາບ: ກອງຄໍາ)