​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ເມືອງ​ແບງ ແຂວງ​ອຸດົມ​ໄຊ​ ໄດ້ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ນິ​ຕິ​ກຳກ່ຽວ​ກັບວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ຂຶ້ນໃນ​ຕອນ​ເຊົ້າ​ຂອງວັນ​ທີ 27 ສິງ​ຫາ ຜ່ານມາ, ​ຢູ່ທີ່​ສະ​ໂມ​ສອນ​ຂອງ​ເມືອງ ພາຍ​ໃຕ້​ການ​ເປັນ​ປະ​ທາ​ຂອງ​ທ່ານ ບຸນ​ຊ່ວງ ​ຄຳ​ພູ​ວົງ ຮອງ​ເຈົ້າ​ເມືອງໆແບງ, ມີ​ທ່ານ ສົມ​ຈິດ​ ຈັນ​ສະ​ຫວັນ ຫົວ​ໜ້າ​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ເມືອງ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງ​ເມືອງເຂົ້າ​ຮ່ວມ.
ເອ​ກະ​ສານ​ທີ່​ນຳ​ມາ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້: ມີນິ​ຕິ​ກຳ​ກ່ຽວ​ກັບການ​ຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ​ສູບ ແລະ ແຈ້ງ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສະ​ບັບ​ເລກທີ 824/ສ​ທ ​ລົງ​ວັນ​ທີ 28 ມິ​ຖຸ​ນາ 2024 ວ່າ​ດ້ວຍການ​ຈ່າຍ​ຮ່ວມ​ສົ​ມ​ທົບ​ຂອງ​ປະ​ຊາ​ຊົນ​ຜູ້​ມີ​ເງື່ອນ​ໄຂ​ຈ່າຍ ແລະ ກົນ​ໄກ​ການຈ່າຍ​ເງິນກອງ​ທຶນ​ປະ​ກັນ​ສຸ​ຂະ​ພາບ, ຊຶ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ຮ້າຍຂອງ​ເຄື່ອງ​​​ດື່ມທີ່​ມີ​​ທາດ​ເຫຼົ້າ ແລະ ຢາ​ສູບ ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສຸ​ຂະ​ພາບ,​ ຄອບ​ຄົວ, ເສດ​ຖະ​ກິດ-ສັງ​ຄົມ​ຢ່າງກວ້າງ​ຂວາງ ຂອງ​ພໍ່​ແມ່​ປະ​ຊາ​ຊົນ ແລະ ຄົນ​ອ້ອມ​ຂ້າງ ກໍໃຫ້​ເກີດ​ປະ​ກົດ​ການ​ຫຍໍ້​ທໍ້​ຕ່າງໆ​ເຊັ່ນ: ສ້າງ​ຄວາມ​ເນືອງ​ນັນ​ໃນ​ຊຸມ​ຊົນ, ອາ​ລະ​ວາດ​ຕີ​ກັນ, ພາ​ໃຫ້​ເກີດ​ອຸ​ປະ​ຕິ​ເຫດ​ຕາມ​ທ້ອງ​ຖະ​ໜົນ ແລະ ອື່ນໆ. ຈາກນັ້ນ, ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ປະ​ກອບ​ຄຳ​ຄິດ, ຄຳ​ເຫັນ ຕໍ່​ກັບ​ການ​ຈ່າຍ​ຮ່ວມ​ສົ​ມ​ທົບ​ຂອງ​ປະ​ຊາ​ຊົນ​ຜູ້​ມີ​ເງື່ອນ​ໄຂ​ຈ່າຍ ແລະ ກົນ​ໄກ​ການຈ່າຍ​ເງິນກອງ​ທຶນ​ປະ​ກັນ​ສຸ​ຂະ​ພາບ ໃນ​ການ​ໃຫ້​ບໍ​ລິ​ການ​ປິ່ນ​ປົວຄົນ​ເຈັບ ຢ່າງ​ກົງ​ໄປ​ກົງ​ມາ.
(ພາບບຸນທະວີຂ່າວສີວົງໄຊ)