ກະຊວງແຜນການແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມຊຸກຍູ້ແນະນໍາການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ2025 ຂຶ້ນໃນວັນທີ 23 ສິງຫາ ຜ່ານມາ ທີ່ກະຊວງຜທ ໂດຍການເປັນປະທານ ຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງຜທ, ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ບັນດາທ່ານຫົວໜ້າກົມ, ຮອງກົມ ພ້ອມດ້ວຍບັນດາແຂກຖືກເຊີນ.
ໃນກອງປະຊຸມ, ທ່ານລັດຖະມົນຕີ ກ່າວວ່າ: ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະ ແຜນງົບປະມານແຫ່ງລັດ ປະຈໍາປີ2025ແມ່ນມີຄວາມສຳຄັນຫຼາຍ ເພາະເປັນແຜນມ້ວນທ້າຍຂອງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີຄັ້ງທີIX (2021-2025) ແລະ ເປັນປີເລີ່ມຕົ້ນຂອງການຜັນຂະຫຍາຍມະຕິ 04/ນຍ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເພື່ອບຸກບືນຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ແນໃສ່ສ້າງພື້ນຖານໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030).
ຈຸດປະສົງຂອງກອງປະຊຸມ, ເພື່ອຊຸກຍູ້ແນະນໍາຈິດໃຈຕົ້ນຕໍຂອງລັດຖະບານໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ປະຈຳປີ 2025 ແລະ ຮັບຟັງການລາຍງານຄວາມຄືບໜ້າໃນການສ້າງແຜນຕົວຈິງລວມທັງບັນຫາຕ່າງໆທີ່ພົບພໍ້.ກອງປະຊຸມມື້ນີ້ ແມ່ນມີຄວາມສໍາຄັນຫຼາຍທີ່ພວກເຮົາຈະໄດ້ພ້ອມກັນຮັບຟັງການເຜີຍແຜ່ແລະ ຄົ້ນຄວ້າປຶກສາຫາລືການຜັນຂະຫຍາຍ ຄຳສັ່ງສະບັບເລກທີ 12/ນຍ, ລົງວັນທີ 9 ສິງຫາ2024ວ່າດ້ວຍການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2025ແລະ ຄໍາແນະນໍາຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ປີ 2025ສະບັບເລກທີ 2034/ກຜທ.ກຜ3, ລົງວັນທີ 20 ສິງຫາ 2024 ໃຫ້ມີຄວາມເປັນເອກະພາບໄປທິດທາງດຽວກັນ, ຮັບປະກັນໄດ້ທິດທາງ, ຄາດໝາຍ, ວຽກງານຈຸດສຸມຂອງລັດຖະບານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດສູງຕາມແຜນການວາງໄວ້.
ໃນໂອກາດດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອເປັນພື້ນຖານໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ປີ 2025ທີ່ຈະມາເຖິງນີ້ ມີຄວາມສອດຄ່ອງກັບສະພາບການພັດທະນາໃນໄລຍະໃໝ່, ເປັນແຜນທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ສຳເລັດທັນກຳນົດເວລາ.
(ຂ່າວ-ພາບ: ແສງຈັນ)