ໃນວັນທີ 30 ສິງຫາ ນີ້ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະສະເພາະກິດ 83/ນຍ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບອະດີດການນໍາຂັ້ນສູງ ກ່ຽວກັບທິດທາງການແກ້ໄຂບັນຫາລາຄາ ສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ກອງແກ້ວ ໄຊສົງຄາມກຳມະການສູນກາງພັກເລຂາຄະນະບໍລິຫານງານພັກປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຫົວໜ້າຄະນະສະເພາະກິດ 83/ນຍ. ກອງປະຊຸມໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວສອນ ບຸບຜາວັນອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສົມດີ ດວງດີອະດີດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ແລະ ບັນດາທ່ານອະດີດການນໍາພັກ-ລັດຂັ້ນສູງທີ່ກ່ຽວຂ້ອງຈໍານວນໜຶ່ງ, ມີຄະນະສະເພາະກິດ 83/ນຍ, ແຂກຮັບເຊີນ, ນັກຄົ້ນຄວ້າ, ນັກວິທະຍາສາດ, ຊ່ຽວຊານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.
ປະທານກອງປະຊຸມໄດ້ກ່າວວ່າ:ຄະນະສະເພາະກິດ 83/ນຍ ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານ ເພື່ອລົງເລິກຄົ້ນຄວ້າກຳນົດມາດ ຕະການແກ້ໄຂ ແລະ ດໍາເນີນການຄົ້ນຄວ້າ ປະເມີນຜົນການຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ໄດ້ຮັບການແຕ່ງຕັ້ງ ໃນເດືອນກໍລະກົດ 2024. ຜ່ານມາ, ຄະນະສະເພາະກິດ ໄດ້ຈັດກອງປະຊຸມລະດົມ ຄວາມຄິດເຫັນເພື່ອແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາແລກເງິນເຟີ້ທີ່ເພີ່ມສູງຂື້ນ ໄປແລ້ວ 2 ຄັ້ງ ຄື: ຄັ້ງທີ 1, ໃນວັນທີ 2 ສິງຫາ 2024 ໄດ້ຈັດກອງປະຊຸມກັບພາກທຸລະກິດ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການໃນການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ການບໍລິການ, ການປະຢັດເງິນຕາ ຕ່າງປະເທດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ ແລະ ຄັ້ງທີ 2, ວັນທີ 19 ສິງຫາ 2024 ໄດ້ຈັດກອງປະຊຸມຮ່ວມ ກັບອະດີດການນໍາຂັ້ນສູງ ແລະ ຊ່ຽວຊານຜູ້ຊົງຄຸນວຸດທິ ບັນດາທ່ານອະດີດລັດຖະມົນຕີ, ຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອແລກປ່ຽນຖອດຖອນບົດຮຽນ ໃນການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້. ຜ່ານກອງປະຊຸມ ທັງ 2 ຄັ້ງ, ຄະນະສະເພາະກິດ ໄດ້ຮັບຂໍ້ມູນຈາກພາກທຸລະກິດ ແລະ ແລກປ່ຽນບົດຮຽນ ປະສົບການ ຈາກອະດີດການນໍາຂັ້ນສູງ ຂອງພັກ-ລັດ ອັນເປັນປະໂຫຍດສູງ ໃຫ້ແກ່ຄະນະສະເພາະກິດ ໄດ້ນຳໄປຄົ້ນຄວ້າລົງເລິກ ກຳນົດບັນດາມາດຕະການ ແລະ ນະໂຍບາຍ ໃນການແກ້ໄຂບັນຫາໃຫ້ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ ແລະ ລາຍງານຕໍ່ລັດຖະບານ ເພື່ອພິຈາລະນາຈັດຕັ້ງຜັນຂະຫຍາຍ.
ກອງປະຊຸມຄັ້ງ ທີ 3 ນີ້, ຈະໄດ້ຮັບຟັງຄວາມຄິດເຫັນ ແລະ ປະສົບການຕົວຈິງ ຈາກອະດີດການນໍາຂັ້ນສູງ ຂອງ ພັກ ແລະ ລັດຖະບານ ເປັນຕົ້ນແມ່ນຄໍາຄິດເຫັນຈາກອະດີດນາຍົກ-ຮອງນາຍົກລັດຖະມົນຕີ, ອະດີດການນໍາຂັ້ນສູງ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າ ທີ່ມີປະສົບການສູງ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ຊຶ່ງຄະນະ ສະເພາະກິດ ຈະໄດ້ສືບຕໍ່ນໍາໄປຜັນຂະຫຍາຍລົງເລິກຄົ້ນຄວ້າ ກຳນົດບັນດາມາດຕະການໃຫ້ຖືກທິດ, ມີວິທະຍາສາດ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ກອງປະຊຸມໄດ້ດໍາເນີນໄປດ້ວຍ ບັນຍາກາດອັນຟົດຟື້ນ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ:ສວສສຊ,ພາບ:ພູວຽງຄຳ