ໃນວັນທີ 24 ຕຸລາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ວະລາດີເມຍ ປູຕິນ (H.E. Vladimir Putin) ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ແລະ ຄະນະ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ ສ ຣັດເຊຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ຜູ້ນໍາຂອງສອງປະເທດໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ໃນໄລຍະຜ່ານມາ ລະຫວ່າງສອງປະເທດ ລາວ-ຣັດເຊຍ ໃນຖານະເປັນຄູ່ຮ່ວມຍຸດທະສາດ ຊຶ່ງມີຜົນສໍາເລັດຫຼາຍດ້ານ ແລະ ໄດ້ນໍາເອົາຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນລາວ ແລະ ຣັດເຊຍ ເປັນຕົ້ນແມ່ນດ້ານການເມືອງ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍໄດ້ເປັນເອກະພາບກັນຈະສືບຕໍ່ຊຸກຍູ້ບັນດາຂໍ້ຕົກລົງຂອງຜູ້ນໍາສອງປະເທດທີ່ໄດ້ຕົກລົງຮ່ວມກັນ ໃນໄລຍະການຢ້ຽມຢາມເຮັດວຽກທີ່ ສ ຣັດເຊຍ ຂອງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນພຶດສະພາ ທີ່ຜ່ານມາ, ໂດຍສະເພາະການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານພະລັງງານ, ການຄົມມະນາຄົມຂົນສົ່ງ, ວິທະຍາສາດ-ເຕັກນິກ, ການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ເຫັນດີຈະສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນຂອບຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ການເປັນປະທານ BRICS ໃນປີ 2024 ນີ້ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ BRICS ຄັ້ງທີ 16 ດ້ວຍຜົນສໍາເລັດອັນຈົບງາມ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງຝ່າຍຣັດເຊຍ ທີ່ມີຕໍ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.
ໃນຂະນະດຽວກັນ, ພະນະທ່ານ ວະລາດີເມຍ ປູຕິນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈຕໍ່ການຕອບຮັບການເຊື້ອເຊີນ ແລະ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ຣັດເຊຍ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ. ພ້ອມນີ້, ພະນະທ່ານ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຂອງ ສປປ ລາວ ໃນລະຫວ່າງວັນທີ 8-11 ຕຸລາ 2024 ຜ່ານມາ ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ຂ່າວ: ກະຊວງການຕ່າງປະເທດ