ລັດຖະບານຈະສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານທີ່ເຄັ່ງຮ້ອນແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໃນຂະນະດຽວກັນຈະຊຸກຍູ້ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ແລະ ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນເລື້ອຍໆ
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ(ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX (2/11/2023) ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານລັດຖະມົນຕີ ກະຊວງ ຜທ ກ່າວວ່າ:ໃນໄລຍະເຄິ່ງສະໄໝຜ່ານມາເຫັນວ່າເສດຖະກິດມີການເຕີບໂຕໃນລະດັບ 4,03% (ປີ 2021 ຂະຫຍາຍຕົວ 3,5% ແລະ ປີ 2022 ບັນລຸໄດ້ 4,4% ແລະ ປີ 2023 ຄາດວ່າຈະບັນລຸໄດ້ 4,2%) ຊຶ່ງການປະເມີນຂອງສາກົນ ການເຕີບໂຕເສດຖະກິດຂອງລາວ ໃນປີ 2023 ຄື: IMF ຢູ່ໃນລະດັບ 4%, ທະນາຄານໂລກ: 3,9%, ທະນາຄານພັດທະນາອາຊີ: 3,7%. ເຖິງແມ່ນວ່າເສດຖະກິດຈະມີການເຕີບໂຕ ແຕ່ເຫັນວ່າຄຸນນະພາບຍັງບໍ່ທັນສູງເທົ່າທີ່ຄວນ ເນື່ອງຈາກການອ່ອນຄ່າຂອງເງິນກີບ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນ ມີທ່າອ່ຽງຫຼຸດລົງຈາກປີ 2021 GDP ຕໍ່ຫົວຄົນເທົ່າກັບ 2.595 ໂດລາມາເປັນ 1.824 ໂດລາ ໃນປີ 2023 (ແຜນການ 5 ປີ: ໃຫ້ໄດ້ 2.880 ໂດລາ) ຊຶ່ງການອ່ອນຄ່າຂອງເງິນກີບມີຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ, ກະທົບຕໍ່ຄ່າຄອງຊີບຂອງສັງຄົມ,ສະນັ້ນໃນຕໍ່ໜ້າ ລັດຖະບານ ຈະໄດ້ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານທີ່ເຄັ່ງຮ້ອນຕາມມະຕິ19/ກມສພ. ສຳລັບເປົ້າໝາຍ 3 ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ,ຜ່ານມາລັດຖະບານກໍມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຍົກສູງຄຸນນະພາບຂອງການບໍລິການຂອງລັດ,ສົ່ງເສີມການສ້າງວຽກເຮັດງານທຳ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ຕາມເຂດຈຸດສຸມບຸລິມະສິດຕ່າງໆ ດ້ວຍການສະໜອງເງື່ອນໄຂ ແລະ ໂຄງລ່າງພື້ນຖານທີ່ຈຳເປັນຕາມຄວາມສາມາດຕົວຈິງ ເພື່ອສົ່ງເສີມການຜະລິດ ແລະ ການສ້າງລາຍຮັບໃຫ້ກັບປະຊາຊົນ ຊຶ່ງໄດ້ເຮັດໃຫ້ຄອບຄົວ ແລະ ເມືອງທຸກຍາກຫຼຸດລົງເທື່ອລະກ້າວ; ທ່ານກ່າວຕື່ມວ່າ:ສຳລັບໂຄງປະກອບເສດຖະກິດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມຫຼັກແລ້ວສັດສ່ວນຂະແໜງກະສິກຳຕ້ອງຫຼຸດລົງ ແລະ ຂະແໜງອຸດສາຫະກຳ ແລະ ຂະແໜງບໍລິການຕ້ອງເພີ່ມຂຶ້ນ, ແຕ່ເນື່ອງຈາກວ່າ ໃນໄລຍະປີ 2021 ແລະ ປີ 2022 ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ-19 ເຮັດໃຫ້ຫຼາຍປະເທດອອກມາດຕະການລ໋ອກດາວ ຈຳກັດການເດີນທາງເຂົ້າ ແລະ ອອກປະເທດ, ດັ່ງນັ້ນ ເພື່ອຮັບປະກັນໃຫ້ໂຄງປະກອບເສດຖະກິດໄປຕາມແຜນກຳນົດໄວ້ ໃນທ້າຍສະໄໝຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແມ່ນຕ້ອງໄດ້ສຸມໃສ່ບັນດາທ່າແຮງຕ່າງໆ ໃນແຕ່ລະບໍລິເວນເຂດແຄ້ວນ ແລະ ທ້ອງຖິ່ນ, ການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ, ການປັບປຸງທ່າບົກລະບົບໂລຈິສຕິກ, ການພັດທະນາດ່ານສາກົນຕ່າງໆ ໃຫ້ມີຄວາມສະດວກ ເພື່ອເອື້ອອຳນວຍການຜະລິດ ແລະ ການບໍລິການໃຫ້ຂະຫຍາຍຕົວ; ຊຸກຍູ້ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ດ້ວຍການສະໜອງສິນເຊື່ອສົ່ງເສີມການຜະລິດ ແລະ ກະຈາຍແຫຼ່ງທຶນ.
ເພື່ອຮັບປະກັນໃຫ້ແກ່ການກຳນົດແຜນຈັດສັນງົບປະມານການລົງທຶນຂອງລັດ ສໍາລັບປີ 2024 ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການແກ້ໄຂ ທີ່ໄດ້ກຳນົດໃວ້ ໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 100/ສພຊ, ລົງວັນທີ 18 ກໍລະກົດ 2023 ຄື:ສຸມໃສ່ສ້າງແຜນການລົງທຶນຂອງລັດໃຫ້ຈະແຈ້ງ ແລະ ສຳເລັດໂດຍໄວໂດຍການຜັນຂະຫຍາຍ ຜົນຂອງກອງປະຊຸມສໍາມະນາວິທະຍາສາດກ່ຽວກັບການເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງການລົງທຶນຂອງລັດ ຄັ້ງວັນທີ 5ພຶດສະພາ 2023 ໂດຍການກໍານົດໂຄງການລົງທຶນຂອງລັດ ທີ່ເປັນໂຄງການປົກກະຕິ, ສ່ວນໂຄງການລົງທຶນລະດັບຊາດ ແມ່ນຍັງບໍ່ທັນມີຍ້ອນວ່າຖ້າອີງຕາມນິຕິກຳກ່ຽວຂ້ອງກຳນົດໄວ້ ແມ່ນຍັງບໍ່ມີໂຄງການໃດທີ່ຖືກຕ້ອງຕາມເງື່ອນໄຂທີ່ກຳນົດ,ໃນນັ້ນຈະພິຈາລະນາຮັບຮອງໃນແຜນການປີຕໍ່ໜ້າ;ສຳລັບທາງຫຼວງແຫ່ງຊາດທີ່ເປ່ເພ ແມ່ນໄດ້ມີກົນໄກການສະໜອງທຶນສະເພາະ ເພື່ອບູລະນະສ້ອມແປງໃນແຕ່ລະປີຄື: ກອງທຶນທາງ ຊຶ່ງໄດ້ຮັບທຶນປີລະປະມານ 700 ຕື້ກີບ, ສໍາລັບໂຄງການຕ້ານເຈື່ອນແມ່ນເປັນບຸລິມະສິດຂອງລັດຖະບານ ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເພື່ອປ້ອງກັນການເຊາະເຈື່ອນຕາມແມ່ນໍ້າຕ່າງໆ ໂດຍສະເພາະແມ່ນແມ່ນ້ຳທີ່ເປັນຊາຍແດນຂອງປະເທດ ຊຶ່ງໃນຮ່າງແຜນການລົງທຶນຂອງລັດ ປີ 2024 ຄາດວ່າຈະມີປະມານ 150 ຕື້ກີບ (ປີ2023 ມີທຶນປະມານ 85 ຕື້ກີບ).
(ຂ່າວ-ພາບ: ສຳນານ)