ລັດຖະບານ ຈະສືບຕໍ່ປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນຄົ້ນຄວ້າ ແລະ ກໍານົດໂຄງສ້າງ ລາຄາສິນຄ້າ ທີ່ຈຳເປັນ ໃນຂະນະດຽວກັນຈະຊຸກຍູ້-ສົ່ງເສີມ ໃຫ້ພາກທຸລະກິດ ທີ່ເຮັດແທ້ທຳຈິງ ສາມາດເຂົ້າເຖິງແຫຼ່ງທຶນ ເພື່ອການຜະລິດເປັນສິນຄ້າ ໂດຍສະເພາະສິນຄ້າ ທີ່ມີຜົນກະທົບແຮງ ແລະ ຈໍາເປັນຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ; ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ(ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຊ ຊຸດທີ IX (2/11/2023) ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຶ່ງທ່ານລັດຖະມົນຕີກະຊວງ ອຄ  ກ່າວວ່າ:ລາຄາສິນຄ້າເໜັງຕີງສູງຂຶ້ນ ຍ້ອນຫຼາຍສາເຫດ, ໃນນັ້ນ ສາເຫດຕົ້ນຕໍຈໍານວນໜຶ່ງຄາດວ່າແມ່ນຍ້ອນເງິນເຟີ້ຈຶ່ງເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຕາມເວລາ,ຍ້ອນເງິນກີບອ່ອນຄ່າທຽບໃສ່ເງິນຕາຕ່າງປະເທດ ເຮັດໃຫ້ລາຄາສິນຄ້ານໍາເຂົ້າເພີ່ມຂຶ້ນ, ລາຄາຂາຍກໍເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດ: ເປັນຕົ້ນວັດຖຸດິບ, ແຮງງານ, ໄຟຟ້າ, ຄ່າຂົນສົ່ງ (ນໍ້າມັນ), ຄ່າບໍລິການ ແລະ ສ່ວນປະກອບອື່ນໆ ຂອງການຜະລິດເຊັ່ນ: ຝຸ່ນ, ຫົວອາຫານ, ຜູ້ຜະລິດກໍສົ່ງຜົນຕໍ່ຕົ້ນທຶນດັ່ງກ່າວໄປໃຫ້ຜູ້ບໍລິໂພກ ໂດຍການຂຶ້ນລາຄາສິນຄ້າ,ຍ້ອນຄວາມຄາດຫວັງ: ຜູ້ນຳເຂົ້າແລະຜູ້ຜະລິດອາດຄາດຄະເນລາຄາສິນຄ້າຈະເພີ່ມຂຶ້ນໃນອະນາຄົດແລ້ວປັບລາຄາເພື່ອຮັບມືຫຼືຫຼຸດຄວາມສ່ຽງຂອງຕົນຊຶ່ງບັນຫາທີ່ພາກລັດພະຍາຍາມກວດກາ ແລະ ຄວບຄຸມ ແລະ ສາເຫດອື່ນໆ,ສະເພາະອັນຕົ້ນຕໍ,ນິຕິກຳດັ່ງກ່າວໄດ້ກຳນົດວ່າ: ໃນກໍລະນີມີຄວາມຈຳເປັນອົງການຄຸ້ມຄອງລາຄາ ສາມາດນຳໃຊ້ມາດຕະການຄຸ້ມຄອງລາຄາ ດ້ວຍ 2 ຮູບການຄື: ມາດຕະການຄວບຄຸມລາຄາ ແລະ ມາດຕະການຕິດຕາມການເໜັງຕີງຂອງລາຄາ. ໃນນີ້ອົງການຄຸ້ມຄອງລາຄາ ຈະມີ 2 ຂັ້ນ: ຂັ້ນສູນກາງມີຄະນະຄຸ້ມຄອງລາຄາທີ່ປະກອບດ້ວຍກະຊວງອຸດສາຫະກຳແລະການຄ້າ ແລະ ຂະແໜງການແລະ ຂັ້ນທ້ອງຖິ່ນ: ມີຄະນະຄຸ້ມຄອງລາຄາຂັ້ນທ້ອງຖິ່ນ; ທ່ານ ລັດຖະມົນຕີກະຊວງ ອຄ ກ່າວຕື່ມວ່າ:ສໍາລັບມາດຕະການຄວບຄຸມລາຄາ, ນິຕິກຳດັ່ງກ່າວໄດ້ກຳນົດ 5 ມາດຕະການ ຄື: ກຳນົດໂຄງປະກອບລາຄາ, ກຳນົດລາຄາສູງສຸດ, ລາຄາຕໍ່າສຸດ ຫຼື ຂອບລາຄາ, ຄວບຄຸມສິນຄ້າໃນຄັງແຮສຳຮອງ, ຖົມຂຸມສິນຄ້າ ແລະ ການບໍລິການ, ການດັດສົມການສະໜອງ ແລະ ຄວາມຕ້ອງການ. ລັດຖະບານໄດ້ອີງໃສ່ທິດທາງ ແລະ ມາດຕະການດັ່ງກ່າວ ແລະ ໄດ້ປະຕິບັດບາງມາດຕະການເພື່ອພະຍາຍາມຄວບຄຸມລາຄາສິນຄ້າ ໃນນັ້ນອັນພົ້ນເດັ່ນກໍແມ່ນການກຳນົດລາຍການສິນຄ້າ ແລະ ການບໍລິການຄວບຄຸມລາຄາ (ບັນຊີກ) ພ້ອມທັງອອກບົດແນະນໍາການຈັດຕັ້ງປະຕິບັດໃຫ້ຂັ້ນແຂວງ ເປັນຜູ້ຄຸ້ມຄອງ, ຄິດໄລ່ລາຄາສິນຄ້າຕາມໂຄງປະກອບລາຄາສິນຄ້າທີ່ສູນກາງກຳນົດ. ພ້ອມທັງ ຕິດຕາມ, ກວດກາ ຕາມການມອບໝາຍ, ໃນຂະນະໃນດຽວກັນໄລຍະ 3-4 ເດືອນຜ່ານມານີ້ໄດ້ສຸມໃສ່ຄຸມລາຄາເຂົ້າກິນ, ຊີ້ນໝູ, ງົວ, ໄກ່ ແລະ ປາ.ຮ່ວມມືກັບພາກທຸລະກິດ ເພື່ອຂາຍສິນຄ້າຫຼຸດລາຄາ ເພື່ອໃຫ້ປະຊາຊົນຜູ້ມີລາຍຮັບຕໍ່າໄດ້ຊື້ສິນຄ້າໃນລາຄາທີ່ຖືກ,ໄດ້ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ໂດຍສະໜັບສະໜູນແຫຼ່ງທຶນເພີ່ມໃຫ້ແກ່ການຜະລິດຜ່ານແຫຼ່ງທຶນນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນລົງສູ່ທ້ອງຖິ່ນ ທີ່ທະນາຄານເເຫ່ງ ສປປ ລາວ ຄຸ້ມຄອງ,ລັດຖະບານ ຍັງສືບຕໍ່ອາກອນນ້ຳມັນເຊື້ອໄຟແບບນະໂຍບາຍ ຫຼື ຖົມຂຸມເພື່ອບໍ່ໃຫ້ລາຄານໍ້າມັນເຊື້ອໄຟ ຊຶ່ງເປັນຕົ້ນທຶນໜຶ່ງ ຂອງການຜະລິດ ແລະ ການຂົນສົ່ງ ມີຜົນກະທົບແຮງ ຕໍ່ລາຄາສິນຄ້າ; ໃນຕໍ່ໜ້າຈະສືບຕໍ່ປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າ ແລະ ກໍານົດໂຄງສ້າງລາຄາສິນຄ້າ ທີ່ຈຳເປັນທັງຢູ່ໃນບັນຊີ ກ ແລະ ບັນຊີ ຂ ເພື່ອມີລາຄາທີ່ສົມເຫດສົມຜົນ, ພ້ອມທັງຕິດຕາມການເໜັງຕີງ ແລະ ໃຊ້ມາດຕະການຕໍ່ການຂຶ້ນລາຄາສິນຄ້າທີ່ບໍ່ສອດຄ່ອງ,ຈະປະສານສົມທົບກັບກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ເພື່ອຄົ້ນຄວ້າ ແລະ ກຳນົດນະໂຍບານເງິນຕາ ແລະ ນະໂຍບາຍການເງິນທີ່ເໝາະສົມ ເພື່ອຫຼຸດອັດຕາເງິນເຟີ້ ແລະ ຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມໝັ້ນທ່ຽງຈະປະສານສົມທົບກັບຂະແໜງການກະສິກຳ ແລະ ປ່າໄມ້, ຂະແໜງການພະລັງງານ ແລະ ບໍ່ແຮ່, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອພ້ອມກັນຄົ້ນຄວ້າ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດ ເປັນຕົ້ນ: ການສົ່ງເສີມການຜະລິດຝຸ່ນ, ຫົວອາຫານ, ເຄື່ອງມື-ເຕັກນິກການຜະລິດ, ການໃຫ້ຄວາມຮູ້-ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ,ຈະປັບປຸງຂໍ້ຄົງຄ້າງ ໃນການຊຸກຍູ້-ສົ່ງເສີມໃຫ້ພາກທຸລະກິດ ທີ່ເຮັດແທ້ທຳຈິງ ສາມາດເຂົ້າເຖິງແຫຼ່ງທຶນ ເພື່ອການຜະລິດເປັນສິນຄ້າ ໂດຍສະເພາະສິນຄ້າທີ່ມີຜົນກະທົບແຮງ ເເລະ ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ,ຈະເລັ່ງຄົ້ນຄວ້າປັບປຸງບັນດານິຕິກຳ ທີ່ຕິດພັນກັບວຽກລາຄາ ເປັນຕົ້ນການຍົກລະດັບ ດຳລັດ ວ່າດ້ວຍ ລາຄາສິນຄ້າ ແລະ ຄ່າບໍລິການ, ບັນຊີຄວບຄຸມ, ຄຳແນະນຳ ກ່ຽວກັບການກຳນົດໂຄງສ້າງລາຄາ ແລະ ອື່ນໆ ເພື່ອ ໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ຈະປຶກສາຫາລື ແລະ ປັບປຸງກົນໄກການປະສານງານ ແລະ ແບບແຜນວິທີການເຮັດວຽກຂອງຄະນະຄຸ້ມຄອງລາຄາ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນຕື່ມ.
(ຂ່າວ-ພາບ: ສຳນານ)
ຈະສືບຕໍ່ຄົ້ນຄວ້າ ແລະ ກໍານົດໂຄງສ້າງ ລາຄາສິນຄ້າ