ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງ ໃຫ້ຄວາມກະຈ່າງແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 2 ພະຈິກນີ້, ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍລັດຖະບານຈະສືບຕໍ່ສຸມໃສ່ຄຸ້ມຄອງເງິນຕາຕ່າງປະເທດ ເພື່ອແກ້ໄຂອັດຕາເງິນເຟີ້.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ໃນຖານະເງິນຕາຕ່າງປະເທດ ຢູ່ປະເທດເຮົາ ກ່ອນການລະບາດຂອງພະຍາດໂຄວິດ-19, ອັດຕາແລກປ່ຽນ ແລະ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ຊຶ່ງມີ 4 ບັນຫາທາງດ້ານເສດຖະກິດເງິນຕາຕ່າງປະເທດຄື: 1) ປະເທດເຮົາເປັນປະເທດຂາດດຸ່ນທາງດ້ານການຊຳລະ ຫຼື ການໃຊ້ຈ່າຍເງິນຕາທີ່ເຮົາຫາໄດ້ ຊຶ່ງເປັນດຸ່ນສຳລັບປົກກະຕິ ໂດຍອາໄສການລົງທຶນໂດຍກົງຂອງຕ່າງປະເທດ, ມີການກູ້ຢືມຂອງລັດຖະບານມາດຸນການໃຊ້ຈ່າຍໃນແງ່ຂອງເງິນຕາປະເທດ; 2) ຄັງແຮສຳຮອງຂອງເງິນຕາຕ່າງປະເທດຍັງຕໍ່າເກີນໄປ; 3) ເຄື່ອງມືທີ່ນຳໃຊ້ນະໂຍບາຍເງິນຕາຕ່າງປະເທດເຮົາມີຈະເປັນເງິນແຮພາກບັງຄັບ, ເປັນອັດຕາດອກເບ້ຍພື້ນຖານ ຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ; 4) ນິຕິກຳໃນການຄຸ້ມຄອງເງິນຕາຕ່າງປະເທດຍັງບໍ່ມີປະສິດທິຜົນ, ບໍ່ມີລະບົບຄົບຊຸດ, ບໍ່ມີເຄື່ອງມືຕິດຕາມເງິນຕາຕ່າງປະເທດເຂົ້າ-ອອກ. ນອກນັ້ນ, ຍັງມີປັດໄຈອື່ນທີ່ເປັນບັນຫາລວມດ້ານເສດຖະກິດ ກໍຄືການຄຸ້ມຄອງລາຄາສິນຄ້າ, ການຄຸມລະບົບການຄ້າ, ການຜະລິດພາຍໃນ, ບວກກັບເສດຖະກິດພາຍໃນປະເທດທີ່ມີຫຼາຍສະກຸນເງິນ. ໃນນັ້ນ, ການລົງທຶນໂດຍກົງຂອງຕ່າງປະເທດໃນໄລຍະປີ 2021-2022 ຍັງຕໍ່າຫຼາຍ, ປົກກະຕິ MPI 2018-2019 ຈະມີເງິນເຂົ້າປະເທດປະມານ 1.300 ລ້ານໂດລາ/ປີ ແຕ່ປີ 2021-2022 ມີເງິນເຂົ້າປະເທດພຽງ 600-700 ລ້ານໂດລາ/ປີ ເຫັນວ່າຫຼຸດລົງ. ລັດຖະບານຍັງມີພັນທະຊໍາລະໜີ້ຕື່ມແບບກ້າວກະໂດດ ທັງໝົດເຮັດໃຫ້ເປັນການກົດດັນຕໍ່ອັດຕາແລກປ່ຽນ. ພ້ອມນັ້ນ, ປີ 2022 ເກີດການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟແບບກ້າວກະໂດດ, ມີຄວາມຕ້ອງການເງິນຕາຕ່າງປະເທດເຮັດໃຫ້ເກີດຄວາມບໍ່ສົມດູນແຮງທາງດ້ານເງິນຕາຕ່າງປະເທດ. ສະນັ້ນ, ຈຶ່ງເຮັດໃຫ້ເກີດມີຄວາມກົດດັນຕໍ່ອັດຕາແລກປ່ຽນ, ອັດຕາແລກປ່ຽນອ່ອນຄ່າ, ແກ່ຍາວ. ໃນນັ້ນ, ທະນາຄານ ຍັງໄດ້ປະຄັບປະຄອງບໍ່ໃຫ້ປະເທດຂາດນໍ້າມັນເຊື້ອໄຟ, ລັດຖະບານຈຶ່ງໄດ້ມອບໃຫ້ ທຫລ ເຮັດແນວໃດໃຫ້ມີເງິນຕາພຽງພໍສຳລັບສະໜອງນໍ້າມັນເຊື້ອໄຟ ໂດຍໄດ້ດຳເນີນຕາມນະໂຍບາຍຂອງລັດຖະບານ, ຮັບປະກັນບໍ່ໃຫ້ປະເທດເກີດການຂາດນໍ້າມັນເຊື້ອໄຟໃນສັງຄົມ ທັງເລັ່ງປັງປຸງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃນກາງປີ 2022 ແລະ ໄດ້ຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດ ພ້ອມໄດ້ປະກາດໃຊ້ໃນທ້າຍປີ 2022 ມາຮອດປັດຈຸບັນ.ຫຼັງຈາກນັ້ນ, ໄດ້ຜັນຂະຫຍາຍເປັນນິຕິກຳ ແລະ ມີກົດໝາຍເພີ່ມເຕີມ 10 ກວ່າສະບັບ ໂດຍສະເພາະຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ຊຶ່ງໃນການປະຕິບັດ ຕີລາຄາກົດໝາຍ ແລະ ນິຕິກຳ ຍັງມີຄວາມຫຍຸ້ງຍາກຫຼາຍອັນ ເນື່ອງຈາກວ່າສັງຄົມຍັງບໍ່ຄຸ້ນເຄີຍກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ, ການຄຸ້ມຄອງເງິນຕາຕ່າງປະເທດຕ້ອງມີຄວາມຍືດຍຸ່ນ, ເບິ່ງເສດຖະກິດ, ສັງຄົມຕົວຈິງຈຶ່ງຄ່ອຍໆຮັດກຸມເຂົ້າ, ແຕ່ກໍຍັງສືບຕໍ່ເຜີຍແຜ່ນິຕິກຳ ໃນຂອບເຂດທົ່ວປະເທດ ປັດຈຸບັນສັງຄົມເລີ່ມເຂົ້າໃຈບັນຫາວຽກງານດັ່ງກ່າວ. ພ້ອມນັ້ນ, ລັດຖະບານກໍຄື ທະນາຄານ ຍັງພະຍາຍາມສຸມໃສ່ຮັບປະກັນການສະໜອງສິນຄ້າ, ບໍ່ໃຫ້ຂາດເງິນຕາຕ່າງປະເທດ ກໍຄືນໍ້າມັນເຊື້ອໄຟ, ອຸປະກອນການແພດ, ຢາປົວພະຍາດ ແລະ ອື່ນໆ. ຍັງໄດ້ເກັບຊື້ເງິນຕາຕ່າງປະເທດ ແຕ່ກໍໄດ້ດັດສົມຄືນສິນຄ້າທີ່ເປັນບຸລິມະສິດ ພາຍໃນ 10 ເດືອນປີ 2023 ປະມານ 300 ກວ່າລ້ານໂດລາ, ໄດ້ພະຍາຍາມຊຸກຍູ້ຫັນປ່ຽນ ການແລກປ່ຽນເງິນຕາຕ່າງປະເທດໃຫ້ຫັນເຂົ້າສູ່ລະບົບທະນາຄານ ທັງໄດ້ຮີບຮ້ອນເກັບບັນຊີກູ້ຜູ້ສົ່ງອອກ ໂດຍເຮັດວຽກກັບທຸກຂະແໜງການທີ່ສົ່ງອອກ ແລະ ກໍາໄດ້ພື້ນຖານຂໍ້ມູນປັດຈຸບັນເປັນຕົ້ນຂະ
ແໜງໄຟຟ້າ, ຂະແໜງບໍ່ແຮ່. ປັດຈຸບັນ ທຫລ ເຮັດວຽກຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນຮ່ວມກັນຄຸ້ມຄອງ ນຳເຂົ້າ-ສົ່ງອອກສິນຄ້າ ໂດຍຜ່ານລະບົບທັນສະໄໝກຳລັງພັດທະນາຄາດວ່າເດືອນທັນວາ ປີ 2023 ຈະໄດ້ທົດລອງລະບົບທີ່ເຊື່ອມຈອດ ຊຶ່ງທຸກທ່ານທີ່ເຮັດທຸລະກິດນຳເຂົ້າ-ສົ່ງອອກຕ້ອງໄປລົງທະບຽນນຳເຂົ້າ-ສົ່ງອອກ ແລະ ເປີດບັນຊີ ແລ້ວແຈ້ງບັນຊີໃຫ້ທະນາຄານ. ທະນາຄານ ຈະນຳເອົາລະບົບລິ້ງຢູ່ໃນບັນຊີທະນາຄານຕິດຕາມ. ພ້ອມນັ້ນ, ຍັງໄດ້ອອກລະບຽບຜູ້ນຳເຂົ້າ-ສົ່ງອອກ ທຶນຕ້ອງເຂົ້າລະບົບ ທະນາຄານບໍ່ເກີນ 180 ວັນ, ຖ້າບໍ່ປະຕິບັດຕາມລະບຽບຈະໄດ້ກ່າວເຕືອນ ແລະ ປະຕິບັດມາດຕະການ ໃຫ້ໂຈະການດຳເນີນທຸລະກິດສົ່ງອອກຂອງບໍລິສັດນັ້ນໆ. 
ສຳລັບອັດຕາເງິນເຟີ້ຢູ່ ສປປ ລາວແຕກຕ່າງຈາກປະເທດອື່ນ ອັດຕາເງິນເຟີ້ຕິດພັນກັບການອ່ອນຄ່າຂອງເງິນກີບ, ຖ້າເງິນກີບອ່ອນລາຄາສິນຄ້າກໍເພີ່ມຂຶ້ນ, ອັດຕາເງິນເຟີ້ກໍເພີ່ມຂຶ້ນ ເນື່ອງຈາກປະເທດເຮົາອາໄສປະເພດສິນຄ້ານຳເຂົ້າປະມານ 70%-80% ຊົມໃຊ້ ແລະ ນຳເຂົ້າສູ່ຂະບວນຜະລິດພາຍໃນປະເທດ. ສະນັ້ນ, ຢາກຮັກສາເງິນເຟີ້ໄດ້ກໍຕ້ອງຮັກສາອັດຕາແລກປ່ຽນໃຫ້ໄດ້, ພ້ອມສຸມໃສ່ຄຸ້ມຄອງເງິນຕາຕ່າງປະເທດໃຫ້ໄດ້. ທະນາຄານຈຶ່ງໄດ້ກຳນົດ, ມາດຕະການທັງໝົດເພື່ອແກ້ໄຂບັນຫາຄື: ເພີ່ມລາຍຮັບເປັນເງິນຕາຕ່າງປະເທດເຂົ້າສູ່ລະບົບເສດຖະກິດໃຫ້ໄດ້ຫຼາຍຂຶ້ນ ເປັນຕົ້ນຄຸ້ມຄອງເງິນທີ່ເຮົາມີໃຫ້ເຂົ້າສູ່ລະບົບທະຍາຄານ, ຫຼຸດການນຳໃຊ້ເງິນຕາຕ່າງປະເທດໃຫ້ໜ້ອຍລົງ, ການແລກປ່ຽນລະບົບທະນາຄານຕ້ອງຮັບປະກັນໃຫ້ຄ່ອງຕົວ ແລະ ໃຫ້ສັງຄົມເຂົ້າເຖິງງ່າຍ, ຖືກຕ້ອງຕາມລະບຽບກົດໝາຍ, ຕ້ອງຈຳກັດການຄ້ານອກລະບົບ, ການລັກລອບສິນຄ້າເຂົ້າປະເທດ ແລະ ອື່ນໆ.
( ຂ່າວ-ພາບ: ວັນເພັງ )