ລັດຖະບານສາມາດຈັດເກັບລາຍຮັບໄດ້ທັງໝົດໄດ້ 46,174 ຕື້ກີບ

10 ເດືອນ ສາມາດຈັດເກັບລາຍຮັບບັນລຸ 92% ຂອງແຜນການປີ

10 ເດືອນ ສາມາດຈັດເກັບລາຍຮັບບັນລຸ 92% ຂອງແຜນການປີ
ໃນໄລຍະ 10 ເດືອນ ຂອງປີນີ້ ລັດຖະບານສາມາດຈັດເກັບລາຍຮັບໄດ້ທັງໝົດໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ ຫຼື ເທົ່າກັບ 15.72% ຂອງ GDP,

 

ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີຜ່ານມາ, ຄາດວ່າ ໝົດປີ 2024 ນີ້ ຈະເກັບໃຫ້ໄດ້ 55 ພັນຕື້ກວ່າກີບ ເທົ່າກັບ 110% ຂອງແຜນການປີ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 18 ພະຈິກ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ 10 ເດືອນ ປີ2024 ກະຊວງການເງິນ ສາມາດຈັດຕັ້ງປະຕິບັດລາຍຮັບທັງໝົດໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ ຫຼື ເທົ່າກັບ 15.72% ຂອງ GDP,ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 40% ເປັນເງິນປະມານ 13,083 ຕື້ກີບ, ໃນນັ້ນມີລາຍຮັບພາຍໃນປະຕິບັດໄດ້ 43,170 ຕື້ກີບ ເທົ່າກັບ 96% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 35% ເປັນເງິນປະມານ 11,293 ຕື້ກີບ ປະກອບມີລາຍຮັບສູນກາງ 29,900 ຕື້ກີບ ເທົ່າກັບ 87%ແລະ ລາຍຮັບທ້ອງຖິ່ນ 13,270 ຕື້ກີບ ເທົ່າກັບ 125% ຂອງແຜນການປີ. ຄາດຄະເນສູ້ຊົນເກັບລາຍຮັບທັງໝົດໃນປີ 2024 ຈະໃຫ້ໄດ້ 55,117 ຕື້ກີບ ເທົ່າກັບ 110% ຂອງແຜນການປີ ເປັນເງິນ 5,011 ຕື້ກີບ ເທົ່າກັບ 18.76% ຂອງ GDP (ມະຕິສະພາ 17%) ໃນນີ້ ບໍ່ລວມລາຍຮັບວິຊາການ ແລະ ກອງທຶນທີ່ສະເໜີດັດແກ້ 941 ຕື້ກີບ.

ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນສິ່ງທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ລາຍຮັບເຂົ້າງົບປະມານມີທ່າອ່ຽງເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນ ຍ້ອນການຂະຫຍາຍຕົວ ຂອງເສດຖະກິດພາຍໃນ, ການເປີດປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານອາຊຽນທີ່ສປປ ລາວ ເປັນເຈົ້າພາບ, ສັດສ່ວນການລົງທຶນຂອງຕ່າງປະເທດ ກໍມີທ່າອ່ຽງເພີ່ມຂຶ້ນ, ຫຼາຍກິດຈະການ ກໍມີທ່າອ່ຽງຂະຫຍາຍຕົວ ບວກກັບການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ນິຕິກຳ ທີ່ເປັນການຜັນຂະຫຍາຍວາລະແຫ່ງຊາດ, ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ, ການປັບປຸງນິຕິກຳ, ການບັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ ເຮັດໃຫ້ການເກັບລາຍຮັບເພີ່ມຂຶ້ນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເປັນຕົ້ນການຂະຫຍາຍຕົວຂອງເສດຖະກິດ ເຫັນວ່າເປັນປັດໄຈພື້ນຖານ ເຮັດໃຫ້ຫຼາຍກິດຈະການ ມີທ່າອ່ຽງທີ່ເພີ່ມຂຶ້ນເປັນຕົ້ນ: ລາຍຮັບກິດຈະການຂົນສົ່ງ 142%, ໂຮງແຮມ-ບ້ານພັກ ເພີ່ມຂຶ້ນ 97%, ພາຫະນະ 91%, ບັນເທິງ ແລະ ຫວຍ 85%, ໄຟຟ້າ 60%, ການຄ້າ 60%, ນໍ້າມັນເຊື້ອໄຟ 57%, ທະນາຄານ ແລະ ການປະກັນໄພ44%, ບໍ່ແຮ່ 45%, ຜະລິດເຄື່ອງດື່ມ 37% ແລະ ອື່ນໆ; ສາມາດຄຸ້ມຄອງເກັບລາຍຮັບ ທີ່ເປັນສະກຸນເງິນຕາຕ່າງປະເທດໄດ້ 438.9 ລ້ານໂດລາແລະ 1,251.3 ລ້ານບາດ ລວມເປັນເງິນກີບ 10,155 ຕື້ກີບ ເທົ່າກັບ 21% ຂອງແຜນລາຍຮັບທັງໝົດ ແລະ ເປັນເງິນໂດລາເພີ່ມຂຶ້ນ 32% ແລະ ເງິນບາດເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນຄ່າຜິດດ່ຽງຈາກອັດຕາແລກປ່ຽນ ເຫັນວ່າບໍ່ມີຜົນຕໍ່ການເພີ່ມຂຶ້ນຂອງການເກັບລາຍຮັບ ເນື່ອງຈາກອັດຕາແລກປ່ຽນ ສະເລ່ຍຢູ່ໃນລະດັບໃກ້ຄຽງກັນໃນເວລາການສ້າງແຜນ ພ້ອມນີ້, ຍັງໄດ້ປະຕິບັດການເພີ່ມອັດຕາອາກອນຊົມໃຊ້ ຂອງບາງປະເພດສິນຄ້າ;ສາມາດເອົາພາຫະນະເຂົ້າສູ່ລະບົບ ຄຸ້ມຄອງເກັບລາຍຮັບອາກອນ; ນຳໃຊ້ລະບົບຈັດເກັບຄ່າທຳນຽມ ແລະ ຄ່າບໍລິການລວມສູນຢູ່ 7 ດ່ານໃຫຍ່ດ້ວຍລະບົບທັນສະໄໝ; ອັດຊ່ອງວ່າງຮົ່ວໄຫຼ ດ້ວຍການປາບປາມການລັກລອບ ໜີພາສີດ້ວຍການຕິດຕາມກວດກາ.

ສຳລັບການຈັດຕັ້ງປະຕິບັດລາຍຈ່າຍ 10 ເດືອນ2024 ປະຕິບັດໄດ້ 41,512 ຕື້ກີບ ເທົ່າກັບ 68% ຂອງແຜນການປີ, ໃນນັ້ນຂັ້ນສູນກາງປະຕິບັດໄດ້ 32,420 ຕື້ກີບ ເທົ່າກັບ 67% ແລະ ຂັ້ນທ້ອງຖິ່ນປະຕິບັດໄດ້ 9,092 ຕື້ກີບ ເທົ່າກັບ 70% ຂອງແຜນການປີ; ຄາດຄະເນລາຍຈ່າຍໝົດປີ ຈະສູ້ຊົນປະຕິບັດບໍ່ເກີນກອບເພດານແຜນລາຍຈ່າຍ ທີ່ສະພາແຫ່ງຊາດຮັບຮອງ ບົນຈິດໃຈປະຢັດ ແລະ ຕ້ານການຟຸ່ມເຟືອຍ ໃນນີ້ ຍັງບໍ່ທັນລວມການຂໍດັດແກ້ລາຍຈ່າຍວິຊາການ ແລະ ກອງທຶນ 941 ຕື້ກີບ.

ສຳລັບທິດທາງລວມ ກະຊວງການເງິນ ໄດ້ຄົ້ນຄວ້າຄາດໝາຍແຜນງົບປະມານ ປີ 2025 ບົນພຶ້ນຖານການສ້າງແຜນລາຍຮັບ ພາຍໃນກຸ້ມລາຍຈ່າຍພາຍໃນ ແລະ ສ່ວນເຫຼືອສະສົມໄວ້ ເພື່ອຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດໃຫ້ຫຼຸດລົງ, ຫຼຸດຜ່ອນການກູ້ຢືມໃໝ່ ທີ່ເປັນການສ້າງໜີ້; ສຳລັບຄາດໝາຍແຜນງົບປະມານຄາດຄະເນ ສູ້ຊົນເກັບລາຍຮັບທັງໝົດ ໃນປີ 2025 ຈຳນວນ 68,100 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 36% (ເປັນເງິນ 17,993 ຕື້ກີບ) ເທົ່າກັບ 18.16% ຂອງ GDP. ສະເພາະລາຍຮັບພາຍໃນ ຈໍານວນ 62,700 ຕື້ກີບເພີ່ມຂຶ້ນ 39% (ເປັນເງິນ 17,630 ຕື້ກີບ) ເທົ່າກັບ 16,72% ຂອງ GDP (ມູນຄ່າ GDP ເທົ່າກັບ 374,921 ຕື້ກີບ). ສ່ວນຄາດໝາຍເພດານ ລວມຍອດລາຍຈ່າຍງົບປະມານແຫ່ງລັດ ທັງໝົດ 71,850 ຕື້ກີບ ເທົ່າກັບ 19.16% ຂອງGDP ໃນນີ້ລາຍຈ່າຍງົບປະມານປົກກະຕິພາຍໃນ 53,550 ຕື້ກີບ ເທົ່າກັບ 14.28% ຂອງ GDP.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ