ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສະຫະພັນກິລາບານສົ່ງແຂວງຈໍາປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ທີ່ນະຄອນປາກເຊ ຈັດຂຶ້ນໃນລະຫວ່າງວັນທີ 23 - 26 ຕຸລາຜ່ານມາ, ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກນະຄອນຫຼວງວຽງຈັນ 1 ທີມ, ແຂວງເຊກອງ 1 ທີມ ແລະ ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.