![]() |
ພິທີເຊັນສັນຍາຮັບເໝົາກໍ່ສ້າງໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 18 ພະຈິກ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງ ລະຫວ່າງ ຜູ້ໃຫ້ທຶນ ໂດຍ ທ່ານ ອົງອາດ ພູມສະຫວັນ ຕາງໜ້າຄອບຄົວ ແລະ ບໍລິສັດ ເອັມຊີເອັມມາຍນິງ ອິນດັສທຣີລາວ ຈຳກັດ ກັບຜູ້ຮັບເໝົາ ໂດຍ ທ່ານ ສຸລິຍານ ວຽງຄຳສອນ ປະທານບໍລິສັດ ມີຊັບນິລັນ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດ, ໂດຍມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ພາກສ່ວນຂະແໜງກ່ຽວຂ້ອງຮ່ວມເປັນສັກຂີພິຍານ.
ໂຮງຮຽນແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ເປັນອາຄານຊັ້ນດຽວ ປະກອບມີ 7 ຫ້ອງຮຽນ ຂະໜາດ 9 X 56 ແມັດ. ໂຄງການຈະເລີ່ມກໍ່ສ້າງພາຍຫຼັງລົງນາມສັນຍາ ແລະ ຄາດວ່າຈະສໍາເລັດໃນ ເດືອນພຶດສະພາ ປີ2027.
ທ່ານ ອົງອາດ ພູມສະຫວັນ ໄດ້ກ່າວວ່າ: ການສະໜັບສະໜູນຄັ້ງນີ້ເກີດຈາກການເຫັນຄຸນຄ່າ ແລະ ຄວາມສຳຄັນຂອງການສຶກສາ ຊຶ່ງເປັນຮາກຖານສຳຄັນໃນການພັດທະນາຄົນ ແລະ ສັງຄົມ ພ້ອມໃຫ້ຄຳໝັ້ນວ່າຈະເລັ່ງລັດການກໍ່ສ້າງໃຫ້ສຳເລັດຕາມກຳນົດ ແລະ ໃນຕໍ່ໜ້າຍັງຈະສືບຕໍ່ສະໜັບສະໜູນວຽກງານອື່ນໆ ຕາມຄວາມເໝາະສົມ. ໂຄງການນີ້ບໍ່ພຽງແຕ່ເພີ່ມອາຄານຮຽນໃຫ້ແກ່ທ້ອງຖິ່ນ ແຕ່ຍັງເປັນການລົງທຶນໃຫ້ແກ່ອະນາຄົດຂອງເດັກນ້ອຍ ແລະ ການພັດທະນາຊັບພະຍາກອນມະນຸດຂອງແຂວງຄຳມ່ວນ.
ຂ່າວ : ມະນີວັນ

ຄໍາເຫັນ