ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຊຶ່ງມີທ່່ານ ອິນທາ ເດືອນສະຫວັນ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ ພ້ອມດ້ວຍບັນດາບໍລິສັດ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ເຂົ້າຮ່ວມ.
ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງສະຫວັນນະເຂດ ເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໂດດເດັ່ນ ແລະ ຜ່ານເກນມາດຕະ ຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງ ທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານເຂົ້າຮ່ວມ.
ໃນຍຸກທີ່ໂລກກຳລັງປ່ຽນແປງ ທັງດ້ານສະພາບອາກາດ ແລະ ວິຖີຊີວິດຂອງມະນຸດ, ການທ່ອງທ່ຽວບໍ່ເປັນພຽງແຕ່ການເດີນທາງເພື່ອພັກຜ່ອນ ຫຼື ຊົມຄວາມງາມຂອງທຳມະຊາດເທົ່ານັ້ນ, ແຕ່ໄດ້ກາຍເປັນ “ຄວາມຮັບຜິດຊອບ” ທີ່ທຸກຄົນຕ້ອງຮ່ວມກັນຮັກສາ. ການຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດ ລ້ອມ ຈຶ່ງກາຍເປັນກະແສໃໝ່ທີ່ບໍ່ອາດຂ້າມຜ່ານໄດ້ເປັນທັງໂອກາດ ແລະ ຄວາມທ້າທາຍໃນເວລາດຽວກັນ.
ໃນວັນທີ 20 ມິຖຸນານີ້, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານຄອນນ້ອຍ ໄດ້ຮ່ວມກັບຜູ້ຈັດການສວນນ້ຳທິດາເພັດ ຈັດກິດຈະກຳລ່ອງເຮືອສຳຫຼວດຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫຼັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບພະຈົນໄພ ແລະ ທ່ອງທ່ຽວທາງທຳມະຊາດຂອງເມືອງ.