![]() |
ການປະເມີນມາດຕະຖານໃນຄັ້ງນີ້, ໄດ້ດຳເນີນຢ່າງລະອຽດຖີ່ຖ້ວນ ໂດຍສົມທົບລະຫວ່າງກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ແລະ ໂຄສະນາການທ່ອງທ່ຽວ ຮ່ວມກັບພາກສ່ວນກ່ຽວ ຂ້ອງຂອງທ້ອງຖິ່ນ. ຜ່ານການກວດກາ ແລະ ປະເມີນຕາມຫຼັກເກນຢ່າງເຂັ້ມງວດ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຄັດເລືອກຫົວໜ່ວຍທຸລະກິດທ່ອງທ່ຽວທີ່ຜ່ານເກນມາດຕະຖານຈຳນວນ 59 ລາຍການ. ສຳລັບແຂວງສະຫວັນນະເຂດ ປະກອບມີ: ມາດຕະຖານໂຮງແຮມຂຽວອາຊຽນ ໂດຍແມ່ນໂຮງແຮມບົວສະຫວັນ; ມາດຕະຖານເມືອງທ່ອງທ່ຽວສະອາດ ໂດຍແມ່ນນະຄອນໄກສອນພົມວິຫານ; ໃບຢັ້ງຢືນມາດຕະຖານສະປາອາຊຽນ ໂດຍແມ່ນສະປາສະຫວັນຣີສອດ.
![]() |
ໃນພິທີ, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ໃຫ້ກຽດມອບລາງວັນ ແລະ ໃບຢັ້ງຢືນມາດຕະຖານໃຫ້ບັນດາຫົວໜ່ວຍທີ່ຜ່ານການປະເມີນ ພ້ອມທັງໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ຍົກສູງຄຸນນະພາບການບໍລິການ, ພັດທະນາຕົວເມືອງ, ໂຮງແຮມ-ເຮືອນພັກ, ຮ້ານອາຫານ ແລະ ທຸລະກິດດ້ານການ ທ່ອງທ່ຽວໃຫ້ມີຄຸນນະພາບ, ສະອາດ, ປອດໄພ ແລະ ໄດ້ມາດຕະຖານ ເພື່ອສ້າງພາບພົດອັນດີ ແລະ ກ້າວເຂົ້າສູ່ມາດຕະຖານສາກົນ. ການມອບ-ຮັບລາງວັນ ແລະ ໃບຢັ້ງຢືນມາດຕະຖານອາຊຽນໃນຄັ້ງນີ້, ຖືເປັນອີກກ້າວສຳຄັນຂອງແຂວງສະຫວັນນະເຂດ ໃນການຍົກລະດັບຂະແໜງການທ່ອງທ່ຽວ, ສ້າງຄວາມເຊື່ອໝັ້ນໃຫ້ນັກທ່ອງທ່ຽວ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ພ້ອມມຸ່ງໄປສູ່ການສ້າງສະຫວັນນະເຂດໃຫ້ເປັນຈຸດ ໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບໃນລະດັບພາກພື້ນ ແລະ ສາກົນ. ຂ່າວ: ສະຫວັນນະເຂດ


ຄໍາເຫັນ