![]() |
ໂອກາດນີ້, ສະຫາຍ ເລ ຮາຍ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາ, ພາລະບົດບາດ, ໜ້າທີ່ ແລະ ການປັບປຸງການຈັດຕັ້ງຂອງວາລະສານໃນສະພາບການໃໝ່. ວາລະສານກົງສ້ານ ຫຼື ວາລະ ສານກອມມູນິດ ເປັນອົງການສື່ດ້ານທິດສະດີການເມືອງ ສັງກັດຄະນະກຳມະການສູນກາງພັກກອມມູນິດຫວຽດນາມ ມີໜ້າທີ່ຄົ້ນຄວ້າ, ສະຫຼຸບບົດຮຽນຈາກພາກປະຕິບັດ, ເຜີຍແຜ່ແນວຄິດ, ແນວທາງ ແລະ ນະ ໂຍບາຍຂອງພັກ ແລະ ລັດ ພ້ອມທັງນຳສະເໜີບົດວິເຄາະດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ສາກົນ.
ວາລະສານກົງສ້ານ ສ້າງຕັ້ງຂຶ້ນໃນວັນທີ 5 ສິງຫາ 1930 ໂດຍປະທານໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ ທັງເປັນຫົວໜ້າບັນນາທິການໃຫຍ່ຄົນທຳອິດ. ຕໍ່ມາ ກໍມີອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມຫຼາຍສະຫາຍ ໄດ້ຮັບໜ້າທີ່ເປັນຫົວໜ້າບັນນາທິການໃຫຍ່ຢູ່ໃນແຕ່ລະໄລຍະ. ວາລະສານຈຶ່ງເປັນອົງການສື່ທີ່ມີບົດບາດສຳຄັນໃນການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ທິດສະດີການເມືອງຂອງຫວຽດນາມ. ສຳລັບພາ ລະບົດບາດຫຼັກວາລະສານບໍ່ໄດ້ຈຳກັດຢູ່ພຽງອົງການສື່ທົ່ວໄປ ແຕ່ຍັງເນັ້ນການຄົ້ນຄວ້າທາງວິຊາການ, ການວິເຄາະເຈາະເລິກ, ການປົກປ້ອງແນວຄິດ ແລະ ການຕອບໂຕ້ຂໍ້ມູນບິດເບືອນ. ພ້ອມກັນນັ້ນ, ຍັງເຜີຍແຜ່ຂໍ້ມູນສູ່ສາກົນ ແລະ ຮ່ວມມືກັບອົງການຄົ້ນຄວ້າ ແລະ ສື່ດ້ານທິດສະດີທັງພາຍໃນ ແລະ ຕ່າງ ປະເທດ. ພາຍຫຼັງຮັບຟັງການລາຍງານ ຄະນະສື່ມວນຊົນລາວໄດ້ແລກປ່ຽນຄວາມຄິດເຫັນໃນຫຼາຍປະເດັນ ເພື່ອສ້າງຄວາມເຂົ້າໃຈເລິກເຊິ່ງ ແລະ ນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານສື່ມວນຊົນຢູ່ ສປປ ລາວ ໃຫ້ເກີດປະສິດທິຜົນສູງຂຶ້ນ.
ການພົບປະຄັ້ງນີ້, ເປັນໂອກາດສຳຄັນໃຫ້ສື່ມວນຊົນລາວ ໄດ້ຮຽນຮູ້ປະສົບການຈາກວາລະສານ ກົງສ້ານ ທາງດ້ານການຄົ້ນຄວ້າທິດສະດີ, ການບໍລິຫານອົງກອນ, ການຈັດສັນງົບປະມານ ແລະ ການພັດທະນາສື່ດີຈີຕອນ ເພື່ອນຳໄປປັບປຸງຄຸນນະພາບການຜະລິດ ແລະ ເຜີຍແຜ່ຂ່າວສານໃຫ້ທັນສະໄໝ.
![]() |
![]() |



ຄໍາເຫັນ