ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ: ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ: ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ປະຊາຄົມໂລກກຳລັງປະເຊີນໜ້າກັບການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ໂດຍຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະນາ, ວິວັດທະນາການຢ່າງໄວວາດ້ານເຕັກໂນໂລຊີ ແລະ ບັນຫາຂ້າມຊາດທີ່ນັບມື້ນັບເກີນຂອບເຂດຂີດຄວາມສາມາດຂອງປະເທດໃດປະເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ໂດຍລໍາພັງ. ຈາກປັດໄຈເຫຼົ່ານີ້ ໄດ້ຊຸກຍູ້ໃຫ້ມີການທົບທວນພິຈາລະນາຄືນໃໝ່ກ່ຽວກັບວິທີທີ່ລະບົບສາກົນຈະສາມາດຮັກສາປະສິດທິຜົນ, ແບບກວມລວມ ແລະ ມີຄວາມສາມາດຕອບສະໜອງຕໍ່ສະພາບແວດລ້ອມສາກົນທີ່ກຳລັງຜັນແປ.

 

 

ພາຍໃຕ້ສະພາບການດັ່ງກ່າວ, ຂໍ້ລິເລີ່ມດ້ານການບໍລິຫານໂລກ ຫຼື GGI (Global Governance Initiative) ຂອງຈີນ ໄດ້ປະກົດຂຶ້ນ. ຂໍ້ລິເລີ່ມນີ້ຖືກສະເໜີໂດຍ ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໃນເດືອນກັນຍາ 2025 ແລະ ເປັນການພັດທະນາຕໍ່ຍອດແນວທາງຂອງຈີນຕໍ່ການຮ່ວມມືສາກົນ ພາຍຫຼັງຂໍ້ລິເລີ່ມການພັດທະນາໂລກ (GDI), ຂໍ້ລິເລີ່ມຄວາມໝັ້ນຄົງໂລກ (GSI) ແລະ ຂໍ້ລິເລີ່ມອາລິຍະທຳໂລກ (GCI). ໃນຂະນະທີ່ຂໍ້ລິເລີ່ມເຫຼົ່ານັ້ນສຸມໃສ່ຂົງເຂດການພັດທະນາ, ຄວາມໝັ້ນຄົງ ແລະ ການແລກປ່ຽນຮຽນຮູ້ເຊິ່ງກັນແລະກັນລະຫວ່າງອາລິຍະທຳ, ຂໍ້ລິເລີ່ມ GGI ໄດ້ແກ້ໄຂບັນຫາທີ່ກວ້າງຂວາງກວ່ານັ້ນຂອງການຮ່ວມມືສາກົນ ແລະ ສະຖາບັນພະຫຸພາຄີ ຈະສາມາດປັບຕົວໃຫ້ແທດເໝາະຕໍ່ກັບສິ່ງທ້າທາຍໃນປັດຈຸບັນໄດ້ແນວໃດ ແລະ ບັນດາປະເທດກຳລັງພັດທະນາຈະສາມາດເຂົ້າມາມີບົດບາດຢ່າງຫ້າວຫັນຫຼາຍຂຶ້ນໃນຂະບວນການດັ່ງກ່າວໄດ້ແນວໃດ. ພາຍຫຼັງຜ່ານໄປ 1 ປີ, ຄວາມສຳຄັນຂອງ GGI ບໍ່ພຽງແຕ່ແມ່ນຫຼັກການທີ່ໄດ້ວາງອອກເທົ່ານັ້ນ, ແຕ່ມັນກໍາລັງຖືກຜັນຂະຫຍາຍໄປສູ່ການຮ່ວມມື, ໂຄງຮ່າງສະຖາບັນ ແລະ ຜົນໄດ້ຮັບຕົວຈິງ.

ຈາກຫຼັກການສູ່ການປະຕິບັດ

ຂໍ້ລິເລີ່ມ GGI ຖືກສ້າງຂຶ້ນບົນພື້ນຖານ 5 ຫຼັກການສໍາຄັນຄື: ຄວາມສະເໝີພາບດ້ານອະທິປະໄຕ, ຫຼັກນິຕິທໍາສາກົນ, ລະບົບຫຼາຍຝ່າຍ, ແນວທາງທີ່ຖືເອົາປະຊາຊົນເປັນໃຈກາງ, ແລະ ການລົງມືປະຕິບັດຕົວຈິງ. ໂດຍລວມແລ້ວ, ຫຼັກການເຫຼົ່ານີ້ໄດ້ປະກອບເຂົ້າກັນເປັນຂອບການເຮັດວຽກ ເພື່ອແກ້ໄຂການເປັນຕົວແທນ, ການມີສ່ວນຮ່ວມ, ຄວາມເປັນທຳ ແລະ ປະສິດທິຜົນໃນການບໍລິຫານໂລກ. ໃນນີ້, ຄວາມສະເໝີພາບດ້ານອະທິປະໄຕ ເນັ້ນໜັກເຖິງສິດທິທີ່ເທົ່າທຽມກັນຂອງທຸກປະເທດ ໂດຍບໍ່ຈຳແນກຂະໜາດ ຫຼື ລະດັບການພັດທະນາ ໃນການເຂົ້າຮ່ວມວຽກງານສາກົນ. ໃນຂະນະທີ່ຫຼັກນິຕິທໍາສາກົນ ໄດ້ວາງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນເປັນສູນກາງຂອງການພົວພັນສາກົນ. ສ່ວນລະບົບຫຼາຍຝ່າຍ ເນັ້ນໃສ່ການປຶກສາຫາລື, ການຮ່ວມມື ແລະ ບົດບາດຂອງອົງການສະຫະປະຊາຊາດ (ສປຊ). ສໍາລັບແນວທາງທີ່ຖືເອົາປະຊາຊົນເປັນໃຈກາງ ແມ່ນການເຊື່ອມໂຍງຮ່ວມມືສາກົນເຂົ້າກັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.ສໍາລັບຫຼັກການສຸດທ້າຍຂອງ GGI ທີ່ເປັນການລົງມືປະຕິບັດຕົວຈິງ ແມ່ນການເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບໃຫ້ເປັນຮູບປະທຳ. ຈີນໄດ້ສະເໜີຫຼັກການເຫຼົ່ານີ້ ເພື່ອເປັນການຕອບສະໜອງຕໍ່ກັບສິ່ງທີ່ຕົນອະທິບາຍວ່າເປັນ“ການຂາດແຄນດ້ານການບໍລິຫານ” (Governance Deficit)ທີ່ນັບມື້ນັບເພີ່ມຂຶ້ນ ໃນສະພາບແວດລ້ອມສາກົນທີ່ເຕັມໄປດ້ວຍລັດທິຝ່າຍດຽວ, ການແບ່ງຂົ້ວ ແລະ ສິ່ງທ້າທາຍສາກົນທີ່ນັບມື້ນັບສັບສົນ.

ໃນຫຼາຍຂໍ້ຂອງຫຼັກການເຫຼົ່ານີ້ ເປັນຕົ້ນແມ່ນຄວາມສະເໝີພາບດ້ານອະທິປະໄຕ, ກົດໝາຍສາກົນ ແລະ ລະບົບຫຼາຍຝ່າຍ ແມ່ນໄດ້ຖືກບັນຈຸໄວ້ຢູ່ເແລ້ວໃນຈຸດປະສົງ ແລະ ຫຼັກການຂອງ ສປຊ. ສະນັ້ນ, ຄຳຖາມທີ່ສຳຄັນກວ່ານັ້ນຄື: GGI ຈະສາມາດປະກອບສ່ວນເຂົ້າໃນການປັບປຸງການຈັດຕັ້ງປະຕິບັດ, ຄວາມເປັນຕົວແທນ ແລະ ປະສິດທິຜົນຂອງກົນໄກຫຼາຍຝ່າຍທີ່ມີຢູ່ແລ້ວໄດ້ແນວໃດ?. ສິ່ງນີ້ບໍ່ຈຳເປັນຕ້ອງໝາຍເຖິງການປ່ຽນແທນສະຖາບັນດັ້ງເດີມທີ່ມີຢູ່ແລ້ວ,ແຕ່ເປັນການປະກອບສ່ວນທີ່ອາດຈະຢູ່ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກທີ່ມີຢູ່ແລ້ວ ພ້ອມທັງພັດທະນາຮູບແບບການຮ່ວມມືເພີ່ມເຕີມ ຕໍ່ກັບຈຸດທີ່ສິ່ງທ້າທາຍໃໝ່ໆ ມີຄວາມຮຽກຮ້ອງຕ້ອງການ.

ຕະຫຼອດ 1 ປີຜ່ານມາ, GGI ໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມຈາກປະຊາຄົມໂລກເປັນຈໍານວນຫຼວງຫຼາຍ. ອີງຕາມກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ປະມານ 160 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສະແດງການສະໜັບສະໜູນ ຫຼື ມີທ່າທີຕອບຮັບໃນທິດທາງບວກຕໍ່ຂໍ້ລິເລີ່ມດັ່ງກ່າວ, ໃນນັ້ນ ຫຼາຍກວ່າ 60 ປະເທດ ໄດ້ເຂົ້າຮ່ວມ “ກຸ່ມເພື່ອນມິດຂອງການບໍລິຫານໂລກ” (Group of Friends of Global Governance). ກຸ່ມດັ່ງກ່າວໄດ້ມີການສ້າງຕັ້ງຂຶ້ນຢູ່ນະຄອນນິວຢອກ, ເຊີແນວ ແລະ ວຽນນາ,ຊຶ່ງສ້າງເປັນເວທີເພີ່ມເຕີມສຳລັບການປຶກສາຫາລືພາຍໃນຂອບຫຼາຍຝ່າຍທີ່ມີຢູ່ແລ້ວ.ຕົວເລກເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນຄວາມສົນໃຈຂອງສາກົນໃນລະດັບສູງ, ແຕ່ການເຂົ້າຮ່ວມGGIບໍ່ໄດ້ໝາຍຄວາມວ່າທຸກປະເທດຈະມີຄໍາເຫັນ ຫຼື ເຂົ້າໃຈຕໍ່ຂໍ້ລິເລີ່ມດັ່ງກ່າວຄືກັນ. ແຕ່ລະປະເທດເຂົ້າຮ່ວມຂໍ້ລິເລີ່ມນີ້ຈາກຜົນປະໂຫຍດ ແລະ ບຸລິມະສິດດ້ານການເມືອງ, ເສດຖະກິດ ແລະ ການພັດທະນາທີ່ແຕກຕ່າງກັນ. ສະນັ້ນ, ການປຶກສາຫາລືຢ່າງຕໍ່ເນື່ອງ ຈຶ່ງມີຄວາມສຳຄັນ ເພື່ອເຮັດໃຫ້ປະເທດຕ່າງໆ ສາມາດແລກປ່ຽນທັດສະນະ, ເຂົ້າໃຈຈຸດຢືນຂອງກັນແລະກັນ ແລະ ຊອກຫາຈຸດຮ່ວມທີ່ສາມາດຮ່ວມມືກັນໄດ້.

ຈີນຍັງໄດ້ສົ່ງເສີມການປຶກສາຫາລືກ່ຽວກັບການບໍລິຫານໂລກຜ່ານເວທີສໍາຄັນຕ່າງໆ ເຊັ່ນ: ກຸ່ມ BRICS ແລະ ອົງການຮ່ວມມືຊຽງໄຮ້ (SCO), ໂດຍເນັ້ນໜັກໃສ່ການຍົກສູງກະບອກສຽງ (Voice) ແລະ ບົດບາດຂອງບັນດາປະເທດໃນໂລກໃຕ້ (Global South) ຫຼື ກຸ່ມປະເທດກໍາລັງພັດທະນາ. ໃນຂະນະດຽວກັນ, ສາຍພົວພັນລະຫວ່າງ GGI ກັບບັນດາສະຖາບັນພະຫຸພາຄີທີ່ມີຢູ່ແລ້ວ, ໂດຍສະເພາະອົງການ ສປຊ, ຈະຍັງຄົງເປັນສິ່ງສຳຄັນທີ່ຕ້ອງພິຈາລະນາ ເມື່ອຂໍ້ລິເລີ່ມນີ້ພວມຂະຫຍາຍຕົວ. ຈີນໄດ້ເນັ້ນວ່າ GGI ຍຶດໝັ້ນຈຸດປະສົງ ແລະ ຫຼັກການຂອງກົດບັດອົງການ ສປຊ ແລະ ມຸ່ງຫວັງທີ່ຈະເສີມສ້າງບົດບາດຂອງອົງການດັ່ງກ່າວໃຫ້ເຂັ້ມແຂງຂຶ້ນ.

ໃນໄລຍະໜຶ່ງປີທຳອິດນີ້, ຍັງໄດ້ເຫັນເຖິງຄວາມພະຍາຍາມໃນການຜັນຂະຫຍາຍຫຼັກການຂອງ GGI ໄປສູ່ກົນໄກທີ່ເປັນຮູບປະທໍາ. ຈີນໄດ້ຍົກໃຫ້ເຫັນການຮ່ວມມືໃນຫຼາຍຂົງເຂດ ລວມທັງການໄກ່ເກ່ຍຂໍ້ພິພາດສາກົນ, ຂໍ້ມູນຂ່າວສານ, ແລະ ປັນຍາປະດິດ (AI), ໂດຍໄດ້ສ້າງຕັ້ງອົງການໄກ່ເກ່ຍສາກົນ (IOMed), ອົງການຂໍ້ມູນໂລກ (World Data Organization) ແລະ ອົງການຮ່ວມມືດ້ານປັນຍາປະດິດໂລກ (WAICO). ຄວາມຄືບໜ້າເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມທີ່ຈະກ້າວຈາກຫຼັກການໃນລະດັບກວ້າງ ໄປສູ່ການຮ່ວມມືດ້ານສະຖາບັນ ແລະ ການຮ່ວມມືໃນພາກປະຕິບັດຕົວຈິງ. ເຖິງຢ່າງໃດກໍດີ, ປະສິດທິຜົນໃນໄລຍະຍາວຂອງກົນໄກເຫຼົ່ານີ້ ຈະຂຶ້ນກັບຂີດຄວາມສາມາດຂອງສະຖາບັນ, ກົດລະບຽບ, ຊັບພະຍາກອນ ແລະ ການຈັດຕັ້ງປະຕິບັດ. ດັ່ງນັ້ນ, ໃນໄລຍະຕໍ່ໄປຈຶ່ງຈໍາເປັນຕ້ອງໃຫ້ຄວາມສົນໃຈ ບໍ່ພຽງແຕ່ຕໍ່ຂອບເຂດການເຂົ້າຮ່ວມຈາກນາໆປະເທດ, ແຕ່ຍັງຕ້ອງຄຳນຶງເຖິງຄວາມສໍາຄັນຂອງລະດັບການຮ່ວມມື ສາມາດສ້າງຜົນໄດ້ຮັບຕົວຈິງໃນຂົງເຂດທີ່ທຸກຝ່າຍມີຜົນປະໂຫຍດຮ່ວມກັນ.

ຂໍ້ລິເລີ່ມ GGI ຍັງໄດ້ກາຍມາເປັນສ່ວນໜຶ່ງຂອງການວາງແຜນນະໂຍບາຍໂດຍລວມຂອງຈີນ. ບົດລາຍງານວຽກງານລັດຖະບານ ປີ 2026 ໄດ້ຢືນຢັນຄືນເຖິງການສືບຕໍ່ຊຸກຍູ້ ແລະ ບົດບາດຂອງຂໍ້ລິເລີ່ມດັ່ງກ່າວໃນການປະຕິຮູບ ແລະ ພັດທະນາລະບົບການບໍລິຫານໂລກ. ແຜນພັດທະນາ 5 ປີ ຄັ້ງທີ 15 (2026-2030) ໄດ້ວາງຂອບນະໂຍບາຍໄລຍະຍາວ ຊຶ່ງຈະເປັນບ່ອນອີງໃຫ້ຂໍ້ລິເລີ່ມນີ້ສາມາດພັດທະນາຈາກຫຼັກການຊີ້ນຳ ໄປສູ່ແຜນງານທີ່ຕໍ່ເນື່ອງ, ການຮ່ວມມືດ້ານສະຖາບັນ ແລະ ໝາກຜົນຕົວຈິງ.

ເປັນຫຍັງGGI ຈຶ່ງມີຄວາມສຳຄັນຕໍ່ ສປປ ລາວ

GGI ມີຄວາມສອດຄ່ອງກັບຫຼາຍຫຼັກການໃນແນວຄິດນະໂຍບາຍການຕ່າງປະເທດທີ່ຍາວນານຂອງລາວ ເຊັ່ນ: ຄວາມສະເໝີພາບດ້ານອະທິປະໄຕ, ການເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ, ລະບົບຫຼາຍຝ່າຍ, ການຮ່ວມມືຢ່າງສັນຕິ, ແລະ ການເອົາໃຈໃສ່ຕໍ່ຜົນປະໂຫຍດດ້ານການພັດທະນາຂອງບັນດາປະເທດກຳລັງພັດທະນາ.ສປປ ລາວ ໄດ້ສະແດງການສະໜັບສະໜູນຕໍ່ຂໍ້ລິເລີ່ມສໍາຄັນລະດັບໂລກຂອງຈີນ, ໂດຍເຫັນໄດ້ຜ່ານການຢ້ຽມຢາມ ສປ ຈີນ ຂອງ ປະທານປະເທດທອງລຸນ ສີສຸລິດ ໃນປີ 2025, ຊຶ່ງເພິ່ນໄດ້ລະບຸວ່າ ຝ່າຍລາວ “ສະໜັບສະໜູນຢ່າງເຕັມສ່ວນ” ຕໍ່ GGI ແລະ ສະແດງຄວາມພ້ອມທີ່ຈະເພີ່ມທະວີການປະສານງານ ແລະ ການຮ່ວມມືກັບຈີນໃນວຽກງານສາກົນ.ການມີສ່ວນຮ່ວມດັ່ງກ່າວບໍ່ໄດ້ຈຳກັດຢູ່ພຽງແຕ່ການພົວພັນສອງຝ່າຍເທົ່ານັ້ນ. ໃນຖານະທີ່ເປັນປະເທດກໍາລັງກ້າວສູ່ປະເທດກຳລັງພັດທະນາ, ທັດສະນະຂອງລາວແມ່ນໃຫ້ຄວາມສຳຄັນເປັນພິເສດຕໍ່ລະບົບສາກົນທີ່ເປີດໂອກາດໃຫ້ປະເທດຂະໜາດນ້ອຍສາມາດມີສ່ວນຮ່ວມໄດ້ຢ່າງມີປະສິດທິຜົນ, ໃຫ້ຄວາມສຳຄັນອັນເໝາະສົມຕໍ່ບຸລິມະສິດດ້ານການພັດທະນາ, ພ້ອມທັງສົ່ງເສີມການປຶກສາຫາລື ແລະ ແບບກວມລວມ. ທັດສະນະນີ້ຍັງສະແດງໃຫ້ເຫັນເຖິງຜົນປະໂຫຍດລວມຂອງບັນດາປະເທດກຳລັງພັດທະນາ ໃນການຮັບປະກັນວ່າສະຖາບັນສາກົນຈະຄຳນຶງເຖິງສະພາບເງື່ອນໄຂຕົວຈິງ ແລະ ຄວາມຕ້ອງການດ້ານການພັດທະນາທີ່ຫຼາກຫຼາຍຂອງແຕ່ລະປະເທດ. ການມີສ່ວນຮ່ວມຢ່າງຕັ້ງໜ້າໃນສະຖາບັນພະຫຸພາຄີ ແລະ ກົນໄກການຮ່ວມມື ສາມາດເປີດໂອກາດໃຫ້ປະເທດຂະໜາດນ້ອຍນຳເອົາບົດຮຽນ ແລະ ບຸລິມະສິດຂອງຕົນເຂົ້າສູ່ເວທີການປຶກສາຫາລືຫຼາຍຝ່າຍທີ່ກວ້າງຂວາງກວ່າເກົ່າ.

(1) ການເຊື່ອມໂຍງGGI ກັບການພັດທະນາ

ການເຊື່ອມໂຍງລະຫວ່າງ GGI ແລະ ການພັດທະນາ ແມ່ນເຫັນໄດ້ຢ່າງຈະແຈ້ງ ຜ່ານການສ້າງ “ຄູ່ຮ່ວມຊາຕາກໍາລາວ-ຈີນ” ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” (BRI). ຂອບການຮ່ວມມືເຫຼົ່ານີ້ໄດ້ສະໜອງເວທີທີ່ເປັນຮູບປະທໍາສຳລັບການເຊື່ອມໂຍງເຊື່ອມຈອດ, ການຄ້າ, ການລົງທຶນ, ການພັດທະນາຊົນນະບົດ ແລະ ການແລກປ່ຽນໄປມາລະຫວ່າງປະຊາຊົນ. ຕົວຢ່າງທີ່ພົ້ນເດັ່ນແມ່ນເສັ້ນທາງລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ເຫັນວ່າ ໂຄງລ່າງພື້ນຖານພາຍໃນປະເທດສາມາດກາຍເປັນສ່ວນໜຶ່ງຂອງເຄືອຂ່າຍເສດຖະກິດພາກພື້ນທີ່ກວ້າງໃຫຍ່ກວ່າໄດ້ແນວໃດ.

ຄວາມສຳຄັນຂອງການຮ່ວມມືດັ່ງກ່າວ ບໍ່ໄດ້ຈຳກັດຢູ່ພຽງແຕ່ດ້ານໂຄງລ່າງພື້ນຖານ.ການເຊື່ອມຈອດທີ່ດີຂຶ້ນສາມາດສ້າງກາລະໂອກາດໃຫ້ແກ່ການຄ້າ, ການທ່ອງທ່ຽວ, ລະບົບຂົນສົ່ງ ແລະ ການລົງທຶນ, ໃນຂະນະທີ່ການປະກອບສ່ວນໄລຍະຍາວແມ່ນຂຶ້ນກັບວ່າ ກາລະໂອກາດເຫຼົ່ານີ້ຈະສາມາດປ່ຽນເປັນການພັດທະນາທີ່ຍືນຍົງ ແລະ ກວມລວມໄດ້ຫຼືບໍ. ສິ່ງນີ້ໄດ້ສະແດງອອກວ່າ ໄດ້ຖືເອົາປະຊາຊົນເປັນໃຈກາງຂອງຫຼັກການGGI ໂດຍການຮ່ວມມືສາກົນຈະມີຄວາມໝາຍຍິ່ງຂຶ້ນ ກໍຕໍ່ເມື່ອມັນສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ຊຸມຊົນ ແລະ ສະໜັບສະໜູນບຸລິມະສິດການພັດທະນາແຫ່ງຊາດ.ບຸລິມະສິດເຫຼົ່ານີ້ລວມມີການເຊື່ອມຈອດ, ການພັດທະນາຊັບພະຍາກອນມະນຸດ, ການຫັນເປັນດີຈີຕອນ, ຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ການຫຼຸດຜ່ອນຄວາມທຸກຍາກ. ການເຊື່ອມໂຍງບຸລິມະສິດເຫຼົ່ານີ້ເຂົ້າກັບການຮ່ວມມືພາກພື້ນ ແລະ ສາກົນ ຖືເປັນຊ່ອງທາງຕົວຈິງໃນການຂັບເຄື່ອນເປົ້າໝາຍການພັດທະນາ ພ້ອມທັງປະກອບສ່ວນເຂົ້າໃນການປຶກສາຫາລືທີ່ກວ້າງຂວາງກ່ຽວກັບ ການຮ່ວມມືສາກົນຈະສາມາດຕອບສະໜອງຄວາມຕ້ອງການຂອງບັນດາປະເທດກຳລັງພັດທະນາໄດ້ດີຂຶ້ນແນວໃດ.

(2) ລັດທິຫຼາຍຝ່າຍ ແລະ ການປະກອບສ່ວນຂອງລາວ

ສປປ ລາວ ຍຶດໝັ້ນລັດທິຫຼາຍຝ່າຍ ໂດຍເຄົາລົບກົດບັດສະຫະປະຊາຊາດ, ຫຼັກການຄວາມສະເໝີພາບໃນດ້ານອະທິປະໄຕຂອງບັນດາລັດ ແລະ ການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ. ທ່າມກາງການແຂ່ງຂັນຂອງປະເທດມະຫາອຳນາດທີ່ນັບມື້ນັບຂຸ້ນຂ້ຽວ, ການຮ່ວມມືຜ່ານກົນໄກຫຼາຍຝ່າຍ ແລະ ການບໍລິຫານໂລກ ມີຄວາມສຳຄັນຕໍ່ການຮັກສາລະບຽບສາກົນທີ່ອີງໃສ່ກົດເກນ ແລະ ຮັບປະກັນໃຫ້ທຸກປະເທດມີສ່ວນຮ່ວມຢ່າງເທົ່າທຽມ ແລະ ເປັນທຳ.

ສຳລັບປະເທດນ້ອຍ ແລະ ປະເທດກຳລັງພັດທະນາ, ລັດທິຫຼາຍຝ່າຍເປັນກົນໄກສຳຄັນໃນການເພີ່ມບົດບາດໃນເວທີສາກົນ, ສະແດງທັດສະນະ ແລະ ມີສ່ວນຮ່ວມໃນການກຳນົດວາລະສາກົນ, ພ້ອມທັງຫຼຸດຜ່ອນຄວາມສ່ຽງຈາກການໃຊ້ອຳນາດຝ່າຍດຽວ ແລະ ສົ່ງເສີມການພົວພັນລະຫວ່າງປະເທດທີ່ໂປ່ງໃສ, ຄາດຄະເນໄດ້ ແລະ ມີຜົນປະໂຫຍດຮ່ວມກັນ.

ໃນສະພາບການດັ່ງກ່າວ, ຂໍ້ລິເລີ່ມການບໍລິຫານໂລກ (Global Governance Initiative: GGI) ເປັນຂອບການປຶກສາຫາລື ແລະ ຮ່ວມມືທີ່ເນັ້ນໃສ່ການເຄົາລົບຫຼັກການສາກົນ, ການເສີມສ້າງບົດບາດຂອງສະຖາບັນຫຼາຍຝ່າຍ ແລະ ການເພີ່ມບົດບາດຂອງປະເທດກຳລັງພັດທະນາ. ສຳລັບ ສປປ ລາວ, ການຕິດຕາມ ແລະ ເຂົ້າຮ່ວມແລກປ່ຽນກ່ຽວກັບຂໍ້ລິເລີ່ມນີ້ ເປັນໂອກາດໃນການສຶກສາແນວຄິດ, ແລກປ່ຽນທັດສະນະ ແລະ ຊອກຫາຂອບເຂດການຮ່ວມມືທີ່ສອດຄ່ອງກັບຜົນປະໂຫຍດແຫ່ງຊາດ, ພ້ອມທັງປະສານງານກັບຈີນ ແລະ ຄູ່ຮ່ວມມືອື່ນໆ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຜົນປະໂຫຍດຮ່ວມກັນ.

ໃນລະດັບພາກພື້ນ, ອາຊຽນເປັນກົນໄກສຳຄັນທີ່ຊ່ວຍໃຫ້ ສປປ ລາວ ປະສານຈຸດຢືນກັບປະເທດສະມາຊິກ, ກຳນົດທິດທາງການພັດທະນາພາກພື້ນ ແລະ ສົ່ງເສີມຄວາມເປັນແກນກາງຂອງອາຊຽນ. ການຮ່ວມມືຜ່ານຂອບອາຊຽນ ແລະ ກົນໄກຫຼາຍຝ່າຍອື່ນໆ ຈະຊ່ວຍເສີມສ້າງບົດບາດຂອງລາວໃນການແກ້ໄຂບັນຫາພາກພື້ນ ແລະ ຮ່ວມສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງຍືນຍົງ.

ໂດຍລວມແລ້ວ, ລັດທິຫຼາຍຝ່າຍບໍ່ພຽງແຕ່ເປັນຫຼັກການສຳຄັນຂອງນະໂຍບາຍຕ່າງປະເທດ ແຕ່ຍັງເປັນກົນໄກໃນການຮັກສາຜົນປະໂຫຍດແຫ່ງຊາດ, ເພີ່ມທະວີບົດບາດຂອງ ສປປ ລາວ ໃນເວທີສາກົນ ແລະ ຮ່ວມສ້າງສະພາບແວດລ້ອມສາກົນທີ່ສັນຕິພາບ, ເປັນທຳ ແລະ ເອື້ອອຳນວຍຕໍ່ການພັດທະນາ.

(3) ປັນຍາປະດິດ: ຂົງເຂດໃໝ່ສຳລັບການເຂົ້າຮ່ວມຂອງ ສປປ ລາວ

ປັນຍາປະດິດ (AI) ແມ່ນອີກໜຶ່ງຂົງເຂດໃໝ່ທີ່ສະແດງໃຫ້ເຫັນບົດບາດ ແລະ ການມີສ່ວນຮ່ວມຂອງ ສປປ ລາວ ໃນເວທີສາກົນຢ່າງຈະແຈ້ງຂຶ້ນ. ໃນວັນທີ 16 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວ ເຂົ້າຮ່ວມພິທີລົງນາມໃນສັນຍາສ້າງຕັ້ງອົງການ ອົງການຮ່ວມມືດ້ານປັນຍາປະດິດໂລກ (WAICO)ທີ່ນະຄອນຊຽງໄຮ້. ສປປ ລາວ ເປັນໜຶ່ງໃນ 29 ປະເທດສະມາຊິກຜູ້ກໍ່ຕັ້ງອົງການດັ່ງກ່າວ.ການຄຸ້ມຄອງAI ກໍາລັງກາຍເປັນສ່ວນໜຶ່ງຂອງວາລະສາກົນທີ່ກວ້າງຂຶ້ນ. ບັນຫາທີ່ກ່ຽວຂ້ອງກັບຂໍ້ມູນ, ມາດຕະຖານເຕັກໂນໂລຊີ, ຄວາມປອດໄພ, ການເຂົ້າເຖິງແຫຼ່ງຂໍ້ມູນ, ຄວາມບໍ່ເທົ່າທຽມກັນທາງດິຈິຕອນ ແລະ ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ ລ້ວນແຕ່ຮຽກຮ້ອງໃຫ້ມີການຮ່ວມມືສາກົນ. ສຳລັບບັນດາປະເທດກຳລັງພັດທະນາ, ການມີສ່ວນຮ່ວມໃນການປຶກສາຫາລືເຫຼົ່ານີ້ມີຄວາມສຳຄັນເປັນພິເສດ ເນື່ອງຈາກຂອບການຄຸ້ມຄອງທີ່ກຳລັງເກີດຂຶ້ນໃໝ່ ຈຳເປັນຕ້ອງຄຳນຶງເຖິງລະດັບການພັດທະນາທາງເຕັກໂນໂລຊີ, ຂີດຄວາມສາມາດດ້ານສະຖາບັນ ແລະ ການເຂົ້າເຖິງເຕັກໂນໂລຊີທີ່ແຕກຕ່າງກັນ.

ສປປ ລາວ ສາມາດປະກອບສ່ວນເຂົ້າໃນການປຶກສາຫາລືນີ້ ໂດຍເນັ້ນໃສ່ການສ້າງຂີດຄວາມສາມາດ, ການເຂົ້າເຖິງເຕັກໂນໂລຊີ ແລະ ຄວາມຮູ້ຕ່າງໆ, ການສ້າງນະວັດຕະກຳຢ່າງມີຄວາມຮັບຜິດຊອບແລະ ການຫັນເຂົ້າສູ່ດີຈີຕອນຢ່າງທົ່ວເຖິງ. ການມີສ່ວນຮ່ວມຂອງລາວໃນກົນໄກການຄຸ້ມຄອງ AI ທີ່ກໍາລັງເກີດຂຶ້ນໃໝ່ ຍັງສະແດງໃຫ້ເຫັນວ່າ ປະເທດທີ່ມີເສດຖະກິດດີຈີຕອນຂະໜາດນ້ອຍ ສາມາດສະເໜີທັດສະນະ, ຄວາມຕ້ອງການ ແລະ ຂໍ້ກັງວົນຂອງຕົນເຂົ້າໃນການປຶກສາຫາລືກ່ຽວກັບມາດຕະຖານສາກົນທີ່ກຳລັງພັດທະນາ ແທນທີ່ຈະລໍຖ້າໃຫ້ (ກຸ່ມ) ປະເທດອື່ນ ສ້າງກົດກະຕິກາແລ້ວ ຈຶ່ງມາປັບຕົວ ແລະ ປະຕິບັດຕາມ.

ໃນປີທີສອງຂອງ GGI ຄວນສຸມໃສ່ອັນໃດ?

ໃນຂະນະທີ່ GGI ກ້າວເຂົ້າສູ່ປີທີສອງ, ການພັດທະນາຕໍ່ໄປຈະຂຶ້ນກັບການນໍາໄປປະຕິບັດຫຼາຍຂຶ້ນ. ຫຼັກການໃນລະດັບກວ້າງ ຈໍາເປັນຕ້ອງຖືກປ່ຽນໄປສູ່ແຜນງານທີ່ເປັນຮູບປະທໍາ, ສະຖາບັນທີ່ມີປະສິດທິຜົນ ແລະ ຜົນໄດ້ຮັບທີ່ສາມາດວັດແທກໄດ້. ການປະສານສົມທົບກັນກັບກົນໄກພະຫຸພາຄີທີ່ມີຢູ່ແລ້ວ ຈະຍັງຄົງມີຄວາມສຳຄັນ ເພື່ອຮັບປະກັນວ່າຮູບແບບການຮ່ວມມືໃໝ່ຈະຊ່ວຍເສີມສ້າງ ແລະ ສະໜັບສະໜູນຂອບກົນໄກຮ່ວມມືທີ່ມີຢູ່ແລ້ວ. ບັນດາປະເທດທີ່ເຂົ້າຮ່ວມ GGI ຈໍາເປັນຕ້ອງສືບຕໍ່ປຶກສາຫາລືກັນຢ່າງຕໍ່ເນື່ອງ ໂດຍບໍ່ຈໍາເປັນຕ້ອງມີຜົນປະໂຫຍດ ຫຼື ການຕີຄວາມໝາຍທີ່ຄືກັນທຸກປະການ ເພື່ອເຮັດໃຫ້ການປຶກສາຫາລືສາມາດກຳນົດ ຫຼື ຊອກຫາຈຸດຮ່ວມກັນ. ສຳລັບປະເທດກຳລັງພັດທະນາ, ການມີສ່ວນຮ່ວມຄວນກ້າວໄປໄກກວ່າພຽງແຕ່ການມີຕົວແທນ ໄປສູ່ການມີສ່ວນຮ່ວມຢ່າງມີປະສິດທິຜົນໃນການປຶກສາຫາລືດ້ານເຕັກໂນໂລຊີ, ການເງິນ, ຂີດຄວາມສາມາດດ້ານສະຖາບັນ ແລະ ມາດຕະຖານສາກົນ. ການຮ່ວມມືສາກົນຍັງຕ້ອງສາມາດຮັບມືຕໍ່ກັບສິ່ງທ້າທາຍຮ່ວມກັນ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ສາທາລະນະສຸກ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການຫັນປ່ຽນທາງເຕັກໂນໂລຊີ, ການພັດທະນາແບບຍືນຍົງ ແລະ ອາດຊະຍາກຳຂ້າມຊາດ.ດັ່ງນັ້ນ, ໃນປີທີສອງນີ້ຈຶ່ງຄວນເອົາໃຈໃສ່ຫຼາຍຂຶ້ນໃນການຫັນປ່ຽນຫຼັກການໄປສູ່ການປະຕິບັດຕົວຈິງ, ການເສີມສ້າງການຮ່ວມມືດ້ານສະຖາບັນ, ການຂະຫຍາຍບົດບາດ ແລະ ການມີສ່ວນຮ່ວມຂອງປະເທດກຳລັງພັດທະນາແລະ ການຮ່ວມກັນແກ້ໄຂສິ່ງທ້າທາຍຂອງໂລກ. ຄວາມຄືບໜ້າໃນຂົງເຂດເຫຼົ່ານີ້ຈະເປັນສິ່ງສໍາຄັນໃນການກໍານົດວ່າ GGI ຈະສາມາດພັດທະນາຈາກຫຼັກການຊີ້ນຳ ໄປສູ່ການຮ່ວມມືສາກົນທີ່ຍືນຍົງ ແລະ ມີປະສິດທິຜົນໄດ້ຫຼືບໍ.

ສປປ ລາວ ແລະ ໄລຍະຕໍ່ໄປຂອງການບໍລິຫານໂລກ

ໃນປີທີສອງຂອງ GGI ຈະເປີດໂອກາດໃຫ້ ສປປ ລາວ ສາມາດເສີມຂະຫຍາຍການມີສ່ວນຮ່ວມໃນຈຸດເຊື່ອມໂຍງລະຫວ່າງການພັດທະນາແຫ່ງຊາດ, ການຮ່ວມມືພາກພື້ນ ແລະ ລະບົບສາກົນທີ່ກວ້າງຂວາງຂຶ້ນ. ບົດຮຽນຈາກປີທຳອິດໄດ້ຊີ້ໃຫ້ເຫັນວ່າ ຄວາມສຳຄັນຂອງຂໍ້ລິເລີ່ມນີ້ຈະຂຶ້ນກັບວ່າ ຫຼັກການຕ່າງໆຈະຖືກປ່ຽນໄປສູ່ການຮ່ວມມືຕົວຈິງ ແລະ ຜົນໄດ້ຮັບທີ່ເປັນຮູບປະທຳໄດ້ຢ່າງມີປະສິດທິຜົນພຽງໃດ. ຕໍ່ກັບ ສປປ ລາວ, ສິ່ງນີ້ສາມາດສ້າງໂອກາດໃນການກ້າວຈາກການສະແດງການສະໜັບສະໜູນ ໄປສູ່ບົດບາດທີ່ຕັ້ງໜ້າ ແລະ ສ້າງສັນຫຼາຍຂຶ້ນ. ບົດບາດດັ່ງກ່າວສາມາດດຳເນີນຜ່ານສະຖາບັນ ແລະ ກົນໄກທີ່ ສປປ ລາວ ມີສ່ວນຮ່ວມຢູ່ແລ້ວ, ໂດຍສະເພາະຜ່ານ ສປຊ ແລະ ກົນໄກພາກພື້ນ, ພ້ອມທັງຜ່ານຮູບແບບການຮ່ວມມືສາກົນໃໝ່ໆທີ່ກໍາລັງເກີດຂຶ້ນ.ໃນຖານະປະເທດສະມາຊິກອາຊຽນ ແລະ ກໍາລັງກ້າວສູ່ປະເທດກຳລັງພັດທະນາ, ສປປ ລາວ ສາມາດນໍາເອົາທັດສະນະ ແລະ ບົດຮຽນທີ່ຫຼໍ່ຫຼອມຈາກບຸລິມະສິດການພັດທະນາແຫ່ງຊາດ ແລະ ການມີສ່ວນຮ່ວມໃນພາກພື້ນມາປະກອບສ່ວນໃນການປຶກສາຫາລືລະດັບສາກົນ. ໂດຍຜ່ານການເຊື່ອມໂຍງບຸລິມະສິດເຫຼົ່ານີ້ເຂົ້າກັບການຮ່ວມມືຫຼາຍຝ່າຍທີ່ກວ້າງຂວາງຂຶ້ນ, ສປປ ລາວ ສາມາດປະກອບສ່ວນຢ່າງສ້າງສັນເພື່ອສົ່ງເສີມໃຫ້ການບໍລິຫານໂລກມີຄວາມກວມລວມຫຼາຍຂຶ້ນ, ສາມາດຕອບສະໜອງຕໍ່ສະພາບການໄດ້ດີຂຶ້ນ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ໃນວັນທີ 21 ຕຸລານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສາທາລະ ນະລັດປະຊາຊົນຈີນ, ນໍາໂດຍທ່ານ ຫຼີວຈ້ຽນ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ; ໃຫ້ການຕ້ອນຮັບໂດຍທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ພ້ອມດ້ວຍຄະນະຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ.
ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 108,610 ໂດລາ ເພື່ອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນພາຍໃຕ້​ໂຄງ​ການຊ່ວຍເຫຼືອຂັ້ນ​ຮາກ​ຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ.
ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ປີນີ້ເປັນປີຄົບຮອບ 90 ປີແຫ່ງໄຊຊະນະຂອງການເດີນທັບທາງໄກຂອງກອງທັບແດງກໍາມະກອນຊາວນາຈີນ. ໃນຖານະທີ່ເປັນມະຫາກາບແຫ່ງການເອົາຊະນະຄວາມຫຍຸ້ງຍາກທີ່ສັ່ນສະເທືອນໂລກໃນປະຫວັດສາດມະນຸດສະໄໝໃໝ່,ການເດີນທັບທາງໄກໄດ້ກ້າວຂ້າມຂອບເຂດຂອງປະເທດດຽວ ແລະ ສ້າງແກ່ນສານຈິດໃຈແຫ່ງຄວາມເປັນເອກະລາດ,​ ເປັນເຈົ້າຕົນເອງ, ປະຕິບັດຕົວຈິງ, ການຝັງຮາກເລິກໃນປະຊາຊົນ ແລະ ການບຸກບືນຢ່າງໜຽວແໜ້ນ, ກາຍເປັນຊັບສົມບັດທາງຈິດໃຈຮ່ວມຂອງມວນມະນຸດ.
ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ເພື່ອ​ຫວນ​ຄືນ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຂອງ​ກອງທັບ​ແດງ​ວິລະ​ຊົນ ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ ແລະ ເດັດຂາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຄື່ອນ​ທັບ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ແລະ ໃນ​ທີ່​ສຸດ​ກໍ​ສາມາດ​ໄປ​ເຖິງ​ຈຸດ​ທີ່​ໝັ້ນ​ຂອງ​ຕົນ​ໄດ້​ຢ່າງ​ມີ​ໄຊ.
ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ພິທີມອບ-ຮັບກ່ອງຮັບສັນຍານໂທລະພາບດີຈີຕອນຈໍານວນ 630 ຊຸດໃນໂຄງການໂທລະພາບດີຈີຕອນລາວເຂົ້າເຖິງໝູ່ບ້ານໃຫ້ບ້ານທົ່ງມັ່ງ ແລະ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ, ໃຫ້ກຽດມອບໂດຍທ່ານນາງ ຢາງເຊິ່ງ ຜູ້ກວດກາຂັ້ນສອງຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ກັບຕ່າງປະເທດ ແລະ ຮັບໂດຍນາຍບ້ານທົ່ງມັ່ງ ແລະ ນາຍບ້ານນາແຄ ໂດຍມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ວັນທີ 20 ຕຸລານີ້, ຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ນຳພາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ພົບປະເຮັດວຽກສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ ສສ ຫວຽດນາມ, ໂດຍມີສະຫາຍ ບຸ່ຍ ກວາງ ຮຸ່ຍ ກຳມະການສູນກາງພັກ ກອມມູນິດຫວຽດນາມ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເລຂາທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນສົມທົບກັບສະມາຄົມແລກປ່ຽນ ອຸດສາຫະກຳ ແລະ ວັດທະນະທຳເກົາຫຼີ - ລາວ (KLICEA), ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ແລະ ສະຖາບັນພັດທະນາວິສາຫະກິດເອເນີຈີວັລເລ (EVEDI) ໄດ້ຈັດກອງປະຊຸມສົ່ງ ເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2 ຂຶ້ນໃນວັນທີ 21 ຕຸລານີ້ ທີ່ໂຮງແຮມຮໍລິ ເດອິນແອນສະວີດ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນລັດ ແລະ ພາກທຸລະກິດຂອງສອງປະເທດ ເຂົ້າຮ່ວມ.
ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຫັນດີອະນຸມັດໃຫ້ພະ ນັກງານໄປຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2026 ລະຫວ່າງວັນທີ 18/10-12/12/ 2026 ຈຳນວນ 20 ທ່ານ ຍິງ 6 ທ່ານ. ພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ ໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ຟ້າມ ມີງເຊີນ ຫົວໜ້າສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຫົວໜ້າຄະນະ, ທ່ານ ວັນເພັງ ໄຟຍະມາດ ເລຂາເອກສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄູ-ອາ ຈານ ແລະ ສໍາມະນາກອນເຂົ້າຮ່ວມ.
ເພີ່ມເຕີມ